
ກອງປະຊຸມພົບປະ ລະຫ່ວາງ ຄະນະຜູ້ແທນ ເມືອງບຸນເໜືອ ແຂວງຜົ້ງສາລີ ສປປ ລາວ ແລະ ຄະນະຜູ້ແທນເມືອງຫຼ້າ ແຂວງຢູນນານ ສປຈີນ ໄດ້ຈັດຂຶ້ນໃນວັນທີ 26 ມີນາຜ່ານມານີ້, ທີ່ຫ້ອງປະຊຸມ ຂອງຫ້ອງວ່າການເມືອງບຸນເໜືອ, ຊຶ່ງຝ່າຍເມືອງບຸນເໜືອ ນຳໂດຍ ທ່ານ ວີສັນ ວົງນະຄອນ ຮອງເລຂາພັກເມືອງບຸນເໜືອ ແລະ ຝ່າຍເມືອງຫຼ້າ ນຳໂດຍທ່ານ ຊົງຈ່າວຢາງ ຮອງເຈົ້າເມືອງໆຫຼ້າ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ວີສັນ ວົງນະຄອນ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນເມືອງຫຼ້າ ຊຶ່ງໄດ້ນໍາເອົາຄວາມອົບອຸ່ນ, ຄວາມສາມັກຄີຮັກແພງ, ຄວາມເປັນຫ່ວງເປັນໄຍ ມາສູ່ການນໍາເມືອງບຸນເໜືອໃນຄັ້ງນີ້, ທັງເປັນການເສີມຂະຫຍາຍມູນເຊື້ອການພົວພັນຮ່ວມມືອັນດີງາມຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ເວົ້າລວມ, ເວົ້າສະເພາະເມືອງບຸນເໜືອ ແລະ ເມືອງຫຼ້າ ໃຫ້ເຂົ້າສູ່ລວງເລີກ. ຈາກນັ້ນ, ທັງສອງຝ່າຍກໍໄດ້ຜັດປ່ຽນກັນລາຍງານສະພາບຈຸດພິເສດທີ່ຕັ້ງ ແລະ ການພັດທະນາເສດຖະກິດ-ສັງຄົມ, ການຮ່ວມມືຮອບດ້ານ ໃນໄລຍະທີ່ຜ່ານມາຢ່າງກົງໄປກົງມາໃຫ້ກັນ ແລະ ຊາບ, ຊຶ່ງສອງຝ່າຍເຫັນດີເປັນເອກະພາບຮ່ວມກັນວ່າເພື່ອສືບຕໍ່ປົກປັກຮັກສາຄວາມສະເໝີພາບ, ຄວາມເປັນລະບຽບຮຽບຮ້ອຍລຽບຕາມຊາຍແດນສອງຝ່າຍ, ຊຸກຍູ້ ແລະ ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມໃຫ້ມີບາດກ້າວຂະຫຍາຍຕົວເທື່ອລະກ້າວ, ຜ່ານຈາກການປຶກສາຫາລືສອງຝ່າຍໄດ້ເອກະພາບຕໍ່ທິດທາງແຜນການຮ່ວມມືເປັນຕົ້ນແມ່ນ: ສືບຕໍ່ເພີ່ມພູນສ້າງສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ລະຫວ່າງ ເມືອງບຸນເໜືອ ກັບ ເມືອງຫຼ້າ ໃຫ້ເປັນປົກກະຕິ ແລະ ນັບມື້ເຂົ້າສູ່ລວງເລິກ; ສືບຕໍ່ໃນການເປັນໃຈກາງ, ເປັນຂົວຕໍ່ໃນການປະສານ, ປຸກລະດົມຊຸກຍູ້ບັນດານັກທຸລະກິດ, ຫົວໜ່ວຍທຸລະກິດ ຂອງ ສປ ຈີນ ທີ່ມີຄວາມສາມາດ ແລະ ເງື່ອນໄຂເຂົ້າມາສຳຫຼວດລົງທຶນ ຢູ່ເມືອງບຸນເໜືອ ໃຫ້ຫຼາຍຂຶ້ນ; ສອງຝ່າຍສືບຕໍ່ຊຸກຍູ້ພາກສ່ວນປະຈໍາດ່ານອໍານວຍຄວາມສະດວກການຜ່ານ ເຂົ້າ-ອອກ ຢູ່ດ່ານ ແລະ ພ້ອມກັນສະເໜີຂັ້ນເທິງພິຈາລະນາໃຫ້ພົນລະເມືອງປະເທດທີ ສາມາດຜ່ານເຂົ້າ-ອອກ ໄດ້ ໂດຍໄວ ແລະ ຊຸກຍູ້ສົ່ງເສີມວຽກງານສິ່ງແວດລ້ອມ, ວຽກງານການທ່ອງທ່ຽວ ແລະ ວຽກງານອື່ນໆ.
ໃນໂອກາດນີ້, ທີ່ຄະນະຜູ້ແທນເມືອງຫຼ້າ ອຸປະກອນຈໍານວນໜຶ່ງມອບໃຫ້ ອົງການປົກຄອງເມືອງບຸນເໜືອ.
(ພາບ - ຂ່າວ: ນາງ ຈັນສະໝອນ)