ລັດຖະບານລາວ ຮ່ວມມືກັບ ບໍລິສັດ ເອບີ ກໍ່ສ້າງຂົວ-ທາງ ແລະ ສ້ອມແປງເຄຫາສະຖານ ຈໍາກັດຜູ້ດຽວ ແລະ ບໍລິສັດ ຊາວຊັນ ຮຸ່ງເຮືອງຈໍາກັດ ເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ ໃນການພັດທະນາໂຄງການໄຟຟ້າແສງຕາເວັນ ຢູ່ເຂດເມືອງປາກກະດິງ ແຂວງບໍລິຄໍາໄຊ ໃນເນື້ອທີ່ 4,013 ເຮັກຕາ ແລະ ຢູ່ເຂດເມືອງລະມາມ ແຂວງເຊກອງ ໃນເນື້ອທີ່ 1,662 ເຮັກຕາ ຊຶ່ງຄາດວ່າຈະນໍາກໍາລັງ ແລະ ທ່າແຮງໃໝ່ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.
ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU)ເພື່ອສຶກສາສຳຫຼວດຄວາມເປັນໄປໄດ້ໃນການພັດທະນາໂຄງການດັ່ງກ່າວ ໄດ້ຈັດຂຶ້ນໃນຕອນຄໍ່າວັນທີ 26 ມີນານີ້ ທີ່ໂຮງແຮມລາດຊະວົງວັນດາ ວິສຕ້າ ນະຄອນຫຼວງວຽງຈັນ ໂດຍການເຊັນເປັນຄູ່ຮ່ວມສັນຍາໃນ MOU ລະຫວ່າງ ຝ່າຍລັດຖະບານລາວຕາງໜ້າມີ ກະຊວງແຜນການ ແລະ ການລົງທຶນ (ຜທ) ຕາງໜ້າໂດຍ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງ ຜທ, ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ເຊັນກັບ ທ່ານ ເສີນ ຊຽງ ປະທານບໍລິສັດເອບີກໍ່ສ້າງຂົວ-ທາງແລະສ້ອມແປງເຄຫາສະຖານຈໍາກັດຜູ້ດຽວ ແລະ ທ່ານ ຊອງ ໄຫເຫວີຍ (ZHONG HAIHUI) ຜູ້ອຳນວຍການໃຫຍ່ ບໍລິສັດຊາວຊັນຮຸ່ງເຮືອງຈໍາກັດ ຊຶ່ງມີບັນດາທ່ານຈາກພາກສ່ວນກ່ຽວຂ້ອງຂອງອົງການປົກຄອງທ້ອງຖິ່ນ ແລະ ບັນດາບໍລິສັດດັ່ງກ່າວ ເຊັນເປັນພະຍານ.
ໂອກາດນີ້, ທ່ານເສີນຊຽງ ໄດ້ກ່າວວ່າ: ບໍລິສັດ ເອບີ ແມ່ນວິສາຫະກິດທ້ອງຖິ່ນຢູ່ລາວ ແລະ ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2009 ພາຍໃຕ້ກົດໝາຍຂອງ ສປປ ລາວ; ຕະຫຼອດໄລຍະ 16 ປີຜ່ານມາ, ບໍລິສັດ ໄດ້ດໍາເນີນທຸລະກິດກ່ຽວກັບການກໍ່ສ້າງພື້ນຖານໂຄງລ່າງ ພາຍໃນປະເທດ, ສູ້ຊົນເພື່ອພັດທະນາ ແລະ ໄດ້ຮັບຜົນສຳເລັດຫຼາຍໂຄງການໃຫຍ່. ສຳລັບ ບໍລິສັດ ຊາວຊັນ ແມ່ນໄດ້ສ້າງຕັ້ງຂຶ້ນຢູ່ ສປ ຈີນ ແລະ ໄດ້ຈົດທະບຽນຢູ່ໃນຕະຫຼາດຫຼັກຊັບ ຊຽງໄຮ ສປ ຈີນ ໃນປີ 2016, ທຸລະກິດຂອງບໍລິສັດ ຊາວຊັນ ແມ່ນສຸມໃສ່ຂະແໜງການຄອມພິວເຕີອັດສະລິຍະ ແລະ ການສື່ສານຂໍ້ມູນຂ່າວສານ ເປັນບໍລິສັດໜຶ່ງທີ່ເຂັ້ມແຂງຢູ່ໃນຕະຫຼາດຫຼັກຊັບ ສປ ຈີນ. ສອງບໍລິສັດລ້ວນແຕ່ເຊື່ອໝັ້ນວ່າ ການຮ່ວມມືຂອງໂຄງການນີ້ ຈະນໍາກຳລັງ ແລະ ທ່າແຮງໃໝ່ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.
ພາຍຫຼັງເຊັນ MOU, ສອງບໍລິສັດຈະຮ່ວມກັບ ຄູ່ຮ່ວມມືຂອງຈີນ ແລະ ຄູ່ຮ່ວມທີ່ມີເຕັກໂນໂລຊີ ທີ່ມີຄວາມກ້າວໜ້າໃນທົ່ວໂລກ ເພື່ອສ້າງທີມວິຊາການ ແລະ ເລັ່ງລັດໄປເຮັດວຽກຢູ່ແຂວງບໍລິຄໍາໄຊ ແລະ ແຂວງເຊກອງ ດຳເນີນວຽກງານສຳຫຼວດຄວາມເປັນໄປໄດ້ໃນສອງແຂວງຢ່າງຮອບດ້ານ ເພື່ອໃຫ້ສຳເລັດການສຳຫຼວດໄວທີ່ສຸດ ແລະ ມີມາດຕະຖານສູງສຸດ, ເພື່ອສະໜອງຂໍ້ມູນທີ່ຖືກຕ້ອງ ແລະ ມີວິທະຍາສາດ ໃຫ້ແກ່ການພັດທະນາໂຄງການຕໍ່ໄປ. ໃນລະຫວ່າງການຈັດຕັ້ງປະຕິບັດໂຄງການ, ສອງບໍລິສັດຈະນໍາໃຊ້ທ່າແຮງຂອງ ສປປ ລາວ ທີ່ເປັນພະລັງງານໃນອາຊີຕາເວັນອອກສ່ຽງໃຕ້ ຢ່າງເຕັມທີ່, ຊອກຫາວິທີແກ້ໄຂການເກັບຮັກສາພະລັງງານທີ່ດີທີ່ສຸດ ເພື່ອຮັບປະກັນການປະຕິບັດງານໃຫ້ມີປະສິດທິພາບ ແລະ ມີຄວາມໝັ້ນຄົງໃນໂຄງການ.
ທ່ານເສີນຊຽງ ກ່າວຕື່ມວ່າ: ໂຄງການນີ້ ບໍ່ພຽງແຕ່ເປັນໂຄງການທຸລະກິດເທົ່ານັ້ນ, ຍັງເປັນໂຄງການທີ່ມີຄວາມໝາຍສຳຄັນ ຕໍ່ກັບການພັດທະນາເສດຖະກິດທ້ອງຖິ່ນ, ການປັບປຸງໂຄງປະກອບພະລັງງານ ແລະ ການປົກປັກຮັກສາສິ່ງແວດລ້ອມ.
(ຂ່າວ-ພາບ: ສຸກສະຫວັນ)