
ໂດຍ: ແສງຈັນ
ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 70 ປີ (22/3/1955-22/3/2025), ທ່ານນາງ ຄໍາຮຶນ ສີສຸທໍາມຸນີ ເລຂາພັກບ້ານ ນາຍບ້ານດົງປ່າລານທ່າ ເມືອງສີສັດຕະນາກນະຄອນຫຼວງວຽງຈັນໄດ້ສະແດງຄວາມຮູ້ສຶກຕໍ່ວັນດັ່ງກ່າວວ່າ: ຂ້າພະເຈົ້າມີຄວາມພາກພູມໃຈ ແລະ ປື້ມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າ ພັກປະຊາຊົນ ປະຕິວັດລາວ ນັບຕັ້ງແຕ່ມື້ກໍາເນີດຈົນເຖິງປັດຈຸບັນ, ພັກໄດ້ເຕົ້າໂຮມຄວາມສາມັກຄີ ປະຊາຊົນລາວໃນທົ່ວປະເທດເປັນປຶກແຜ່ນແໜ້ນໜາ, ນໍາພາຂະບວນການປະຕິວັດ ຈົນຍາດໄດ້ໄຊຊະນະຢ່າງສົມບູນ ໃນວັນທີ 2 ທັນວາ 1975, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ພັກໄດ້ນໍາພາ ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ພິເສດ ມີການວາງແນວທາງປ່ຽນແປງໃໝ່ຮອບດ້ານ ແລະ ມີຫຼັກການຂອງພັກ ທີ່ນໍາພາໂດຍປະທານໄກສອນ ພົມວິຫານ ເປັນຜູ້ນໍາໜ້າ ພ້ອມທັງກໍານົດເສັ້ນທາງກ້າວຂຶ້ນຂອງປະເທດເຮົາ.
ພາຍໃຕ້ການນໍາພາຂອງພັກ, ສາມາດປົກປັກຮັກສາເອກະລາດ ແລະ ຜືນແຜ່ນດິນອັນຄົບຖ້ວນ ໄວ້ຢ່າງໝັ້ນຄົງ ພັກໄດ້ນໍາພາການພັດທະນາເສດຖະກິດ-ສັງຄົມໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ, ດ້ານວັດທະນະທຳ ໄດ້ມີການປົກປັກຮັກສາ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ, ສປປ ລາວ ໄດ້ມີບົດບາດໃນເວທີພາກພື້ນແລະສາກົນ.
ສຳລັບບ້ານດົງປ່າລານທ່າໄດ້ມີການເຕີບໃຫຍ່ເຂັ້ມແຂງ, ປະຊາຊົນພາຍໃນບ້ານຮັກສາໄດ້ຄວາມສະຫງົບ-ປອດໄພ, ເສດຖະກິດ-ສັງຄົມ ມີການຂະຫຍາຍຕົວຂຶ້ນເປັນກ້າວໆ, ເສັ້ນທາງຄົມມະນາຄົມພາຍໃນບ້ານທຽວໄດ້ສະດວກແລະສະອາດງາມຕາ, ໄດ້ມີການພົວພັນຄ້າ-ຂາຍລະຫວ່າງປະຊາຊົນພາຍໃນບ້ານ, ເມືອງ, ແຂວງໃນທົ່ວປະເທດ ແລະ ພົວພັນການຊື້-ຂາຍ ກັບຕ່າງປະເທດ ແມ່ນມີຄວາມສະດວກວ່ອງໄວຂຶ້ນ, ເຮັດໃຫ້ປະຊາຊົນມີລາຍຮັບທີ່ໝັ້ນທ່ຽງ, ພາຍໃຕ້ການຊີ້ນໍາໆພາ ຂອງພັກປະຊາຊົນປະຕິວັດລາວ ປະຊາຊົນພາຍໃນບ້ານມີຄວາມສະງົບສຸກ-ປອດໄພ, ຊີວິດການເປັນຢູ່ດີຂຶ້ນເລື້ອຍໆ, ລູກ-ຫຼານໃນເກນອາຍຸໄດ້ເຂົ້າຮຽນປົກກະຕິ, ປະຊາຊົນໄດ້ເຂົ້າຮັບການປິ່ນປົວ-ຮັກສາສຸຂະພາບ, ໄດ້ນໍາໃຊ້ເຄືອຂ່າຍອິນເຕີເນັດຢ່າງທົ່ວເຖິງ.
ໃນໂອກາດນີ້,ທ່ານນາງຄໍາຮຶນສີສຸທໍາມຸນີສະແດງຄວາມຮູ້ບຸນ ຕໍ່ການນໍາ, ຮຸ່ນກ່ອນ ທີ່ໄດ້ເສຍສະຫຼະຕໍ່ສູ້ເພື່ອປະເທດຊາດ ແລະ ປະຊາຊົນ,ຮູ້ບຸນຄຸນ ແລະ ລະນຶກເຖິງວິລະກໍາອັນລໍ້າເລີດ ຂອງບັນດາ ສະມາຊິກພັກ, ນັກຮົບປະຕິວັດ ແລະ ປະຊາຊົນລາວຜູ້ຮັກຊາດ ທີ່ໄດ້ອຸທິດຊີວິດເລືອດເນື້ອ, ເສຍສະຫຼະເຫື່ອແຮງສະຕິປັນຍາເພື່ອພາລະກິດປະຕິວັດ ເພື່ອອິດສະລະພາບ ແລະ ຄວາມສົມບູນພູນສຸກ ຂອງປະຊາຊົນລາວບັນດາເຜົ່າ, ຂໍອວຍໄຊໃຫ້ພອນແດ່ ການນໍາພັກ-ລັດທຸກຂັ້ນຈົ່ງມີສຸຂະພາບເຂັ້ມແຂງ, ສືບຕໍ່ຊີ້ນໍາໆພາປະເທດຊາດໃຫ້ເຕີບໃຫຍ່ເຂັ້ມແຂງແລະ ກ້າວໄປສູ່ຄວາມມັ່ງຄັ່ງຮຸ່ງເຮືອງສີວິໄລ.