ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 26 ມີນາ ຜ່ານມາຢູ່ສຳນັກງານລັດຖະບານ ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ ລໍເຣັນສ ວອງນາຍົກລັດຖະມົນຕີ ສິງກະໂປ ໄດ້ເຂົ້າຮ່ວມພິທີວາງສີລາລືກໂຄງການກໍ່ສ້າງເຂດອຸດສາຫະກຳ ຫວຽດນາມ -ສິງກະໂປ ໄທບິ່ງ (VSIP ໄທບິ່ງ).
ຂ່າວລະບຸວ່າ: ພາຍຫຼັງພິທີ, ທ່ານ ຟ້າມມິງຈິງ ໃຫ້ຮູ້ວ່າ: ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການກໍ່ສ້າງVSIP ລຸ້ນໃໝ່ຕາມທິດຍືນຍົງ, ອັດສະລິຍະ, ຫັນເປັນດີຈີຕອນ, ຫັນເປັນສີຂຽວ ແລະ ໝູນໃຊ້ປັນຍາປະດິດ, ຍົກສູງຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ແລະ ສັງຄົມຂອງເຂດອຸດສາຫະກຳ. ພວກຂ້າພະເຈົ້າຢາກສືບຕໍ່ເປີດກວ້າງເຂດ VSIP ຈາກລຸ້ນທີໜຶ່ງຈົນຮອດລຸ້ນທີສອງ. ທ່ານ ຟ້າມມິງຈິງ ຍັງໃຫ້ຮູ້ວ່າ: ໃນການເຈລະຈາທີ່ປະສົບຜົນສຳເລັດລະຫວ່າງຂ້າພະເຈົ້າ ແລະ ທ່ານ ລໍເຣັນສ ວອງ, ສອງຝ່າຍໄດ້ເຫັນດີເປັນເອກະພາບຍົກລະດັບເຂດອຸດສາຫະກຳນີ້ຂຶ້ນເປັນລຸ້ນທີ 2..
ສ່ວນທ່ານ ລໍເຣັນສ ວອງ ໃຫ້ຮູ້ວ່າ: ສອງຝ່າຍຈະພິຈາລະນາບັນດາວິທີການທີ່ແຕກຕ່າງກັນເພື່ອສ້າງ ແລະພັດທະນາເຂດ VSIP ທີ່ອັດສະລິຍະ, ຊຸກຍູ້ນະວັດຕະກຳ, ວິທະຍາສາດເຕັກໂນໂລຊີ, ປະຢັດຄ່າໃຊ້ຈ່າຍ, ມີປະສິດທິຜົນ, ດີຕໍ່ສິ່ງແວດລ້ອມ ແລະເປັນສີຂຽວກວ່າ ກັບບັນດາແຫຼ່ງພະລັງງານທົດແທນ ແລະໄຟຟ້າສະອາດ.