
ຂ່າວສານຊີອາໄອລາຍງານ ໃນວັນທີ 26 ມີນາ ຜ່ານມາວ່າ: ກອງປະຊຸມເວທີປຶກສາຫາລືອາຊີໂປອາວປະຈຳປີ2025ໄດ້ເປີດຂຶ້ນໃນວັນທີ 25 ມີນາ ຜ່ານມາ ຢູ່ເມືອງໂປອາວແຂວງໄຫຫຼຳຈີນ. ໃນກອງປະຊຸມປະຈຳປີທີ່ດຳເນີນເປັນເວລາ4ວັນ, ແຂກຖືກເຊີນທີ່ມາຈາກພາຍໃນປະເທດຈີນແລະ60ກວ່າປະເທດແລະເຂດແຄວ້ນເກືອບ2,000 ຄົນຈະລົງເລິກຄົ້ນຄວ້າປຶກສາຫາລືພາຍໃຕ້ຫົວຂໍ້ຫຼັກວ່າ: “ຮ່ວມກັນສ້າງອະນາຄົດຂອງອາຊີໃນສະພາບການປ່ຽນແປງຂອງໂລກ”.
ໃນວັນທີ 25 ມີນາ ຜ່ານມາ, ກອງປະຊຸມເວທີປຶກສາຫາລືອາຊີໂປອາວປະຈຳປີ2025ໄດ້ຈັດພິທີຖະແຫຼງຂ່າວຄັ້ງທຳອິດ. ໂອກາດດັ່ງກ່າວ, ທ່ານຈ່າງຈວິ່ນ ເລຂາທິການໃຫຍ່ເວທີປຶກສາຫາລືອາຊີໂປອາວໄດ້ແຈ້ງສະພາບການກ່ຽວກັບກອງປະຊຸມຄັ້ງນີ້ພ້ອມທັງກ່າວຢືນຢັນວ່າ: ພວກເຮົາຫວັງວ່າກອງປະຊຸມປະຈຳປີຄັ້ງນີ້ຈະສາມາດສົ່ງສັນຍານອັນຈະແຈ້ງຕໍ່ປະຊາຄົມໂລກກ່ຽວກັບການຮັກສາຄວາມໝັ້ນໃຈ, ສາມັກຄີຮ່ວມມືກັນ, ຜ່ານຜ່າຄວາມຫຍຸ້ງຍາກ ແລະສ້າງອະນາຄົດ.