
ຂ່າວຕ່າງປະເທດລາຍງານ ໃນວັນທີ 26 ມີນາ ຜ່ານມາວ່າ: ສະພານະຄອນກຽວໂຕຂອງຍີ່ປຸ່ນໄດ້ອະນຸມັດ ແລະຜ່ານຮ່າງກົດໝາຍວ່າດ້ວຍພາສີທີ່ພັກສະບັບປັບປຸງ ເພື່ອເພີ່ມການເກັບພາສີທີ່ພັກຈາກແຂກທີ່ພັກຢູ່ໃນໂຮງແຮມຂະໜາດໃຫຍ່ ແລະ ໂຮງແຮມຂະໜາດນ້ອຍ ຊຶ່ງອັດຕາພາສີສູງສຸດແມ່ນ 10,000 ເຢນຕໍ່ຄືນ ສຳລັບຄ່າທີ່ພັກ 100,000 ເຢນຂຶ້ນໄປຕໍ່ຄືນ ແລະ ຈະມີຜົນບັງຄັບໃຊ້ນັບແຕ່ວັນທີ 1 ມີນາ 2026 ເປັນຕົ້ນໄປ.
ກ່ອນໜ້ານີ້, ອັດຕາພາສີສູງສຸດແມ່ນ 1,000 ເຢນ ສໍາລັບທີ່ພັກ 50,000 ເຢນ ຂຶ້ນໄປຕໍ່ຄືນ. ໂດຍການດັດແກ້ກົດໝາຍດັ່ງກ່າວຈະເຮັດໃຫ້ກຽວໂຕມີລາຍຮັບຈາກພາສີທີ່ພັກເພີ່ມຂຶ້ນປະມານ 12.6 ຕື້ເຢນຕໍ່ປີ, ເພີ່ມຂຶ້ນຈາກ 5.2 ຕື້ເຢນໃນງົບປະມານປີ 2023.