ສະ​ຫາຍ ກິມ ດົກ ຮຸນ ນາຍົກລັດຖະມົນຕີ ເເຫ່ງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ໄດ້​ສົ່ງ​ສານ​ຊົມ​ເຊີຍ ເຖິງ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເມື່ອ​ວັນ​ທີ 24 ມິ​ຖຸ​ນາ​ນີ້ ຊຶ່ງ​ມີ​ເນື້ອ​ໃນ​ວ່າ:
ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ມາຍັງສະຫາຍ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ.
ໃນໂອກາດນີ້, ຂ້າພະເຈົ້າ ສະແດງຄວາມເຊື່ອໝັ້ນວ່າ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງ ສອງປະເທດພວກເຮົາ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນໃນອະນາຄົດ ແລະ ຂໍອວຍພອນໄຊ ມາຍັງສະຫາຍ ຈົ່ງມີຜົນສຳເລັດທີ່ໃຫຍ່ຫຼວງກວ່າເກົ່າ ໃນໜ້າທີ່ວຽກງານຂອງສະຫາຍ ເພື່ອກໍ່ສ້າງລັດສັງຄົມນິຍົມທີ່ຮັ່ງມີ ແລະ ເຂັ້ມແຂງ.