ຄະນະບໍລິຫານງານສູນກາງ ພັກປະຊາຊົນ ປະຕິວັດລາວໄດ້ສົ່ງສານອວຍພອນເຖິງ    ຄະນະກໍາມະການສູນກາງພັກກອມມູນິດຈີນເມື່ອວັນທີ 1 ກໍລະກົດນີ້ ຊຶ່ງມີເນື້ອໃນວ່າ:
ເນື່ອງໃນໂອກາດວັນສ້າງຕັ້ງພັກກອມມູນິດຈີນ ຄົບຮອບ 103 ປີ, ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ສະມາຊິກພັກປະຊາຊົນປະຕິວັດລາວພ້ອມດ້ວຍປະຊາຊົນລາວບັນດາເຜົ່າ ຂໍສົ່ງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ຄະນະກໍາມະການສູນກາງພັກກອມມູນິດຈີນ, ສະມາຊິກພັກ ແລະ ປະຊາຊົນຈີນອ້າຍນ້ອງທຸກຖ້ວນໜ້າ.
ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ທີ່ເຫັນວ່າ ຕະຫຼອດໄລຍະຜ່ານມາ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ ຂອງ ພັກກອມມູນິດຈີນ, ພັກ ໄດ້ນຳພາປະຊາຊົນຈີນອ້າຍນ້ອງຜ່ານຜ່າບັ້ນທົດສອບທີ່ີຫຍຸ້ງຍາກ, ລຳບາກຂ້ຽວຂາດນານາປະການ ຈົນສໍາເລັດພາລະກິດປົດປ່ອຍຊາດ ແລະ ຍາດໄດ້ຜົນສຳເລັດອັນມະຫັດສະຈັນທີ່ມີຄວາມໝາຍປະຫວັດສາດໃນການສ້າງສາພັດທະນາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມ ທີ່ມີສີສັນພິເສດຂອງຈີນ ໃນຍຸກສະໄໝໃໝ່.
ພັກປະຊາຊົນປະຕິວັດລາວ ຕີລາຄາສູງ ແລະ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫຼວງ, ຮອບດ້ານ ທີ່ພັກ, ລັດຖະບານ ແລະ ປະຊາຊົນຈີນ ອ້າຍນ້ອງຍາດມາໄດ້ຕະຫຼອດໄລຍະທີ່ຜ່ານມາ, ໂດຍສະເພາະແມ່ນການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XX ຂອງພັກກອມມູນິດຈີນ ກໍຄື ການສູ້ຊົນສ້າງສັງຄົມນິຍົມທີ່ທັນສະໄຫມແບບຈີນ ຊຶ່ງໄດ້ເປັນບົດຮຽນອັນລໍ້າຄ່າ ແລະ ເປັນກໍາລັງໃຈຢ່າງແຮງກ້າໃຫ້ແກ່ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ໃນການສືບຕໍ່ດໍາເນີນພາລະກິດປົກປັກຮັັກສາ ແລະ ສ້າງສາພັດທະນາປະເທດຊາດສູ່ຈຸດໝາຍສັງຄົມນິຍົມໃນໄລຍະໃໝ່.
ພວກຂ້າພະເຈົ້າມີຄວາມເອກອ້າງທະນົງໃຈ ແລະ ປິຕິຍິນດີເປັນຢ່າງຍິ່ງ ທີ່ເຫັນວ່າ, ພາຍໃຕ້ການຊີ້ນໍານໍາພາຢ່າງໃກ້ຊິດ ຂອງ 2 ສູນກາງພັກ ລາວ-ຈີນ, ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ນັບມື້ນັບໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ, ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໄດ້ຮັບການເສີມຂະຫຍາຍທັງທາງກວ້າງ ແລະ ເຂົ້າສູ່ລວງເລິກຢ່າງເປັນຮູບປະທໍາ, ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດພວກເຮົາໄດ້ຢ່າງແທ້ຈິງ.
ເນື່ອງໃນໂອກາດອັນສະຫງ່າລາສີນີ້, ພວກຂ້າພະເຈົ້າຂໍອວຍພອນໃຫ້ພັກກອມມູນິດຈີນ ຈົ່ງສືບຕໍ່ຍາດໄດ້ຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດແຫ່ງການພັດທະນາປະເທດຊາດ ຕາມເສັ້ນທາງສັງຄົມນິຍົມທີ່ມີສີສັນພິເສດ ຂອງ ຈີນ, ປະສົບຜົນສໍາເລັດ ແລະ ບັນລຸເປົ້າໝາຍໃນການສ້າງ ສປ ຈີນ ເປັນປະເທດສັງຄົມນິຍົມທີ່ທັນສະໄໝຮອບດ້ານ, ເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ປະຊາທິປະໄຕ, ສີວິໄລ, ກົມກຽວປອງດອງ ແລະ ສວຍງາມ.
ຂໍອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ການຮ່ວມມືແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນນານ ຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈົ່ງສືບຕໍ່ໄດ້ຮັບການເສີມຂະຫຍາຍຍິ່ງໆຂຶ້ນ ແລະ ນໍາເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ຈີນ ໃຫ້ນັບມື້ນັບຫຼາຍຂຶ້ນ.