(ເນື່ອງໃນໂອກາດວັນເກີດ..............)
ໃນການເຄື່ອນໄຫວຕໍ່ສູ້ເພື່ອປົດປ່ອຍປະເທດຊາດ. ປະທານ ຄໍາໄຕ ສີພັນດອນ ກໍແມ່ນຜູ້ນໍາຄົນໜຶ່ງ ທີ່ໄດ້ທຸ່ມເທເຫື່ອແຮງສະຕິປັນຍາ ໃນການປະຕິບັດໜ້າທີ່ຕາມການມອບໝາຍຂອງປະເທດຊາດ ໃນການຕໍ່ສູ້ເພື່ອຄວາມເປັນເອກະລາດ ແລະ ອິດສະຫຼະພາບຂອງບັນດາປະຊາຊາດ ແລະ ການຕໍ່ສູ້ຂອງປະຊາຊົນລາວ ຕ້ານກັບພວກຕ່າງດ້າວຮຸກຮານ.
ໃນປີ 1946 ທ່ານ ຄໍາໄຕ ສີພັນດອນ ໄດ້ກັບມາເຮັດວຽກຢູ່ເມືອງປາກເຊ ແຂວງຈໍາປາສັກ, ຍ້ອນມູນເຊື້ອຮັກຊາດ ແລະ ການສຶກສາຮຽນຮູ້ກ່ຽວກັບຂະບວນການຕໍ່ສູ້ປົດປ່ອຍຊາດ ທັງມີຄວາມເບື່ອໜ່າຍຄຽດຊັງຕໍ່ການກົດຂີ່ຂູດຮີດຂອງລ່າເມືອງຂຶ້ນແບບເກົ່າ ແລະ ສັກດີນາທ້ອງຖິ່ນ, ທ່ານ ຄໍາໄຕ ສີພັນດອນ ໄດ້ປິດລັບອອກໄປຮ່ວມກັບກໍາລັງຕໍ່ຕ້ານ ຢູ່ແຖບຊາຍແດນລາວ-ໄທ. ຈາກນັ້ນ, ສືບຕໍ່ເດີນທາງໄປບາງກອກເພື່ອພົບກັບ ສະເດັດເຈົ້າ ເພັດຊະລາດ ແລະ ສະເດັດ ເຈົ້າ ສຸພານຸວົງ.
ທ່ານ ຄໍາໄຕ ສີພັນດອນ ນັບແຕ່ມື້ເຂົ້າຮ່ວມຂະບວນການຕໍ່ຕ້ານ ພວກຈັກກະພັດຮຸກຮານ, ເພິ່ນໄດ້ທຸ້ມເທໝົດສະຕິປັນຍາ ແລະ ກໍາລັງວັງຊາ ຢ່າງບໍ່ຮູ້ອິດເມື່ອຍ ເພື່ອຮ່ວມກັບບັນດາຜູ້ນໍາອື່ນໆ ຈັດຕັ້ງນໍາພາຂະບວນການປະຕິວັດ. ເພິ່ນ ໄດ້ຮັບມອບໝາຍໃຫ້ຮັບຜິດຊອບວຽກງານສໍາຄັນຕ່າງໆເຊັ່ນ: ເປັນນາຍທະຫານປະຈໍາເສນາທິການພາກໃຕ້ລາວ, ເປັນຜູ້ແທນລັດຖະບານລາວອິດສະຫຼະ ປະຈໍາເຂດໃຕ້, ເປັນຫົວໜ້າການເມືອງເຂດໃຕ້, ເປັນກໍາມະການສູນກາງແນວລາວອິດສະຫຼະ, ເປັນປະທານຄະນະກໍາມະການຕໍ່ຕ້ານເຂດກາງ, ເປັນກໍາມະການສູນກາງພັກ, ເປັນຜູ້ບັນຊາການສູງສຸດກອງທັບປົດປ່ອຍປະຊາຊົນລາວ, ເປັນຄະນະປະຈໍາສູນກາງພັກ, ເປັນກໍາມະການກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ, ເປັນຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີວ່າການກະຊວງປ້ອງກັນປະເທດ, ເປັນຜູ້ປະຈໍາການຄະນະເລຂາທິການສູນກາງພັກ, ເປັນນາຍົກລັດຖະມົນຕີ ແລະ ເປັນປະທານພັກ, ປະທານປະເທດ.
ໃນການປະຕິບັດໜ້າທີ່ເຫຼົ່ານັ້ນ, ຍາມໃດ ເພິ່ນ ກໍສູ້ຊົນເຮັດໃຫ້ດີທີ່ສຸດ ແລະ ໃຫ້ໄດ້ລື່ນຄາດໝາຍ ທີ່ຄະນະມອບໃຫ້. ດ້ວຍຄວາມເກັ່ງກ້າສາມາດສະຫຼາດສ່ອງໃສ ໃນການຈັດຕັ້ງນໍາພາຂະບວນການປະຕິວັດ ກໍຄືໃນການປະຕິບັດໜ້າທີ່ວຽກງານຕ່າງໆ ທີ່ໄດ້ຮັບມອບໝາຍ. ເພິ່ນ ຈຶ່ງໄດ້ຮັບຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຈາກໝູ່ຄະນະນໍາພາຂອງພັກ ກໍຄືຄວາມເຫຼື້ອມໃສສັດທາ ຈາກພະນັກງານນັກຮົບ ແລະ ປະຊາຊົນລາວບັນດາເຜົ່າທົ່ວປະເທດ ຕະຫຼອດເຖິງເພື່ອນມິດສາກົນ.