ເນື່ອງໃນໂອກາດວັນເກີດຂອງປະທານຄຳໄຕສີພັນດອນຄົບຮອບ 100 ປີ (8/2/1923-8/2/2023)
(ຄັດຈາກປຶ້ມປະມວນຮູບພາບ ກ່ຽວກັບຊີວິດ ແລະ ການເຄື່ອນໄຫວປະຕິວັດເພື່ອປະກອບສ່ວນ ສະຫຼອງວັນເກີດຂອງ ປະທານ ຄຳໄຕ ສີພັນດອນ ຄົບຮອບ 95 ປີ)
ການຕໍ່ສູ້ ເພື່ອຄວາມເປັນເອກະລາດ ແລະ ອິດສະຫຼະພາບຂອງບັນດາປະຊາຊາດ ແລະ ການຕໍ່ສູ້ຂອງປະຊາຊົນລາວ ຕ້ານກັບການຮຸກຮານ ຢຶດຄອງ ຂອງລ່າເມືອງຂຶ້ນແບບເກົ່າ ແລະ ຂຸນເສິກຕ່າງດ້າວຮຸກຮານ.
ພາກທີສອງ ໄດ້ປະມວນຮູບພາບຊີວິດໃນໄວໜຸ່ມຂອງ ທ່ານ ຄໍາໄຕ ສີພັນດອນ ຊຶ່ງເພິ່ນ ໄດ້ເຂົ້າຮັບລາຊະການຢູ່ ໄປສະນີ ແຂວງຜົ້ງສາລີ ທາງພາກເໜືອສຸດຂອງປະເທດ. ໃນພາກນີ້, ໄດ້ປະມວນຮູບພາບ ທີ່ກ່ຽວຂ້ອງກັບການເດີນທາງໄປນະຄອນຄຸນໝິງ ປະເທດຈີນ, ການກຸດຕາ ປະເທດອິນເດຍ ແລະ ໄຊງ່ອນ ປະເທດ ຫວຽດນາມ ຖືເປັນໄລຍະທີ່ເພິ່ນ ໄດ້ສືກສາຮຽນຮູ້ກ່ຽວກັບສະພາບການເມືອງໃນຂົງເຂດນີ້ ແລະ ທ່າມກາງຂອງສົງຄາມໂລກຄັ້ງທີ II. ບົນເສັ້ນທາງທີ່ຜ່ານໄປນັ້ນ, ເພີ່ນ ໄດ້ພົບເຫັນຂະບວນການຕໍ່ສູ້ຂອງປະຊາຊົນ ເພື່ອຄວາມເປັນເອກະລາດ ແລະ ອິດສະຫຼະພາບແຫ່ງຊາດ ຊຶ່ງສ່ວນໃຫຍ່ແມ່ນພາຍໄຕ້ການນໍາພາຂອງພັກກອມມູນິດ.
ໃນໄລຍະນີ້, ພວກລ່າເມືອງແບບເກົ່າ ຍັງສືບຕໍ່ຢຶດຄອງລາວ, ຫວຽດນາມ ແລະ ກໍາປູເຈຍ ຊຶ່ງເພິ່ນ ໄດ້ເຫັນການຂູດຮີດ ແລະ ການປາບປາມເຂັ່ນຂ້າປະຊາຊົນອິນດູຈີນ ຈຶ່ງເຮັດໃຫ້ເພິ່ນ ຍິ່ງມີຄວາມຄຽດຊັງ ຕໍ່ພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ.