ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025),ຄະນະກໍາມະການສູນກາງພັກກອມມູນິດຈີນໄດ້ສົ່ງສານອວຍພອນ ເຖິງຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໂດຍມີເນື້ອໃນດັ່ງນີ້:ຄະນະກຳມະການສູນກາງພັກກອມມູນິດຈີນ ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈ ມາຍັງ ພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວບັນດາເຜົ່າ. ໃນ 70 ປີ ທີ່ຜ່ານມາ, ພັກປະຊາຊົນປະຕິວັດລາວ ໄດ້ນໍາພາປະຊາຊົນລາວ ປົດປ່ອຍ ແລະ ຍາດໄດ້ຄວາມເອກະພາບຂອງປະເທດຊາດ, ໄດ້ຮັບຜົນສໍາເລັດອັນສະຫງ່າງາມ ໃນການສ້າງສາສັງຄົມນິຍົມ ແລະ ພາລະກິດປ່ຽນແປງໃໝ່, ໂດຍສະເພາະແມ່ນນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ XI ເປັນຕົ້ນມາ, ສູນກາງພັກ ປປ ລາວ ໄດ້ສຸມໃສ່ການປັບປຸງບູລະນະການນໍາພາຂອງພັກ, ຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ສັງຄົມ, ເສດຖະກິດມີການພັດທະນາຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ, ບົດບາດໃນເວທີສາກົນໄດ້ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ພັກ ແລະ ປະຊາຊົນຈີນ ຮູ້ສຶກປິຕິຊົມຊື່ນນໍາ ພັກປະຊາຊົນ ປະຕິວັດລາວ ແລະ ເຊື່ອໝັ້ນວ່າ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສ ຂອງ ສູນກາງພັກ ທີ່ຖື ສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່, ພັກ ແລະ ປະຊາຊົນລາວ ຈະສືບຕໍ່ຊຸກຍູ້ການສ້າງສາສັງຄົມນິຍົມ ແລະ ພາລະກິດປ່ຽນແປງໃໝ່ ແລະ ຍາດໄດ້ຜົນສຳເລັດທີ່ຈົບງາມ ເພື່ອຂໍ່ານັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກປະຊາຊົນ ປະຕິວັດລາວ ຢ່າງສະຫງ່າລາສີ.
ໃນນາມເປັນສະຫາຍອ້າຍນ້ອງສັງຄົມນິຍົມ, ພັກ, ລັດ ແລະ ປະຊາຊົນຈີນ ຍາມໃດກໍຖືພັກ, ລັດ ແລະ ປະຊາຊົນລາວ ເປັນເພື່ອນມິດ ແລະ ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ໃຫ້ຄວາມສໍາຄັນຕໍ່ການພັດທະນາສາຍພົວພັນຈີນ-ລາວ ທີ່ມີຄວາມໝາຍທາງດ້ານຍຸດທະສາດ ແລະ ອະນາຄົດອັນຍາວໄກ. ໃນເດືອນ 10 ປີ 2023, ສະຫາຍ ສີຈິ້ນຜິງເລຂາທິການໃຫຍ່ປະທານປະເທດ ແຫ່ງ ສປ ຈີນ ແລະ ສະຫາຍ ທອງລຸນ ສີສຸລິດເລຂາທິການໃຫຍ່ປະທານປະເທດ ແຫ່ງ ສປປ ລາວ ໄດ້ຮ່ວມກັນລົງນາມໃນ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ສະບັບໃໝ່ຊຶ່ງເປັນແຜນແມ່ບົດ ທີ່ຊີ້ນໍາການພັດທະນາສາຍພົວພັນ ຈີນ-ລາວ ແລະ ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ໃນຍຸກສະໄໝໃໝ່. ພາຍໃຕ້ການຊີ້ນໍາທາງດ້ານຍຸດທະສາດຂອງການນໍາສູງສຸດ ສອງພັກ, ສອງລັດ, ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ໄດ້ຮັບໝາກຜົນຈໍານວນຫຼວງຫຼາຍ, ໄດ້ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງຊາດຢ່າງແທ້ຈິງ.
ໃນສະເພາະໜ້ານີ້, ສປ ຈີນ ກໍາລັງຊຸກຍູ້ການຫັນເປັນທັນສະໄໝແບບຈີນ, ສປປ ລາວ ກໍກຳລັງຢູ່ໃນໄລຍະສໍາຄັນຂອງການສ້າງສາພັດທະນາປະເທດຊາດ.ພັກກອມມູນິດຈີນ ຍິນດີຮ່ວມກັນກັບ ພັກປະຊາຊົນປະຕິວັດລາວ ຈັດຕັ້ງປະຕິບັດຄວາມຮັບຮູ້ເປັນເອກະພາບກັນ ຂອງການນໍາສູງສຸດສອງຝ່າຍ, ເພີ່ມທະວີການໄປມາຫາສູ່ກັນລະຫວ່າງການນໍາຂັ້ນສູງ ແລະ ການປຶກສາຫາລືທາງດ້ານຍຸດທະສາດ, ຮັດແໜ້ນຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ເປີດກວ້າງການຮ່ວມມືທີ່ເປັນຮູບປະທໍາໃນຂົງເຂດຕ່າງໆ, ລົງເລິກການແລກປ່ຽນບົດຮຽນ ແລະ ທິດສະດີທາງດ້ານການຄຸ້ມຄອງພັກ ແລະ ບໍລິຫານລັດ, ຮ່ວມກັນຊອກຫາເສັ້ນທາງພັດທະນາສັງຄົມນິຍົມທີ່ສອດຄ່ອງກັບປະເທດຕົນເອງ, ຊຸກຍູ້ສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ໃຫ້ມີມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງກວ່າເກົ່າ.
ອວຍພອນໃຫ້ ການສ້າງສາສັງຄົມນິຍົມ ແລະ ພາລະກິດປ່ຽນແປງໃໝ່ຂອງປະເທດລາວ ພາຍໃຕ້ການນໍາພາຂອງ ພັກປະຊາຊົນປະຕິວັດລາວ ຈົ່ງຍາດໄດ້ຜົນສໍາເລັດຢ່າງຈົບງາມ! ອວຍພອນໃຫ້ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ລະຫວ່າງ ປະເທດຈີນ ກັບ ປະເທດລາວ ຈົ່ງໝັ້ນຄົງຂະໜົງແກ່ນ! ອວຍພອນໃຫ້ ການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ນັບມື້ນັບໄດ້ຮັບໝາກຜົນຍິ່ງໆຂຶ້ນ.