ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ (22/3/1955-22/3/2025), ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມໄດ້ສົ່ງສານອວຍພອນ ເຖິງຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ໂດຍມີເນື້ອໃນດັ່ງນີ້:
ຕາງໜ້າ ພັກກອມມູນິດຫວຽດນາມ ແລະ ປະຊາຊົນຫວຽດນາມ, ພວກຂ້າພະເຈົ້າ ຂໍສົ່ງສານເຖິງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ພ້ອມດ້ວຍສະມາຊິກພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວທຸກຖ້ວນໜ້າ ມິດຈິດມິດໃຈຖານສະຫາຍອ້າຍນ້ອງ ທີ່ສະໜິດສະໜົມ ແລະ ຄໍາຊົມເຊີຍຢ່າງສຸດອົກສຸດໃຈ.
ຕະຫຼອດໄລຍະເວລາ 70 ປີ ບົນເສັ້ນທາງປະຫວັດສາດອັນສະຫງ່າລາສີ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງ ພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ອ້າຍນ້ອງ ສາມາດຜ່ານຜ່າ ຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ ແລະ ຍາດໄດ້ບັນດາຜົນສໍາເລັດອັນໃຫຍ່ຫຼວງ, ມີຄວາມໝາຍປະຫວັດສາດ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ, ກໍ່ສ້າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໝັກແໜ້ນ, ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ໄດ້ຮັບການປັບປຸງໃຫ້ເຂັ້ມແຂງ, ເສດຖະກິດຂະຫຍາຍຕົວ, ຮັບປະກັນຄວາມສະຫງົບຟອດໄພໃນສັງຄົມ, ຊີວິດການເປັນຢູ່ຂອງປະຊາຊົນ ນັບມື້ນັບໄດ້ຮັບການປັບປຸງດີຂຶ້ນ, ການພົວພັນຕ່າງປະເທດໄດ້ຮັບການເປີດກວ້າງ.
ບັນດາຜົນສໍາເລັດອັນໃຫຍ່ຫຼວງ, ຮອບດ້ານຂອງ ພັກປະຊາຊົນປະຕິວັດລາວ ມີຄວາມໝາຍອັນເລິກເຊິ່ງ ຕໍ່ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດລາວ, ປະກອບສ່ວນສໍາຄັນເຂົ້າໃນການຍົກສູງຖານະ, ບົດບາດຂອງ ພັກ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢູ່ໃນເວທີພາກພື້ນ ແລະ ສາກົນ, ພ້ອມກັນນັ້ນ ກໍເປັນຄວາມເອກອ້າງທະນົງໃຈ, ເປັນກໍາລັງໃຈຊຸກຍູ້ອັນໃຫຍ່ຫຼວງຕໍ່ ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ.
ພັກ, ລັດ ແລະ ປະຊາຊົນຫວຽດນາມ ຍາມໃດກໍສະໜັບສະໜູນຢ່າງແຮງກ້າ ແລະ ຮອບດ້ານຕໍ່ ພາລະກິດປ່ຽນແປງໃໝ່ຂອງລາວ ແລະ ເຊື່ອໝັ້ນຢ່າງໜັກແໜ້ນວ່າ, ໂດຍສືບຕໍ່ມູນເຊື້ອຂອງບັນດາຄົນຮຸ່ນກ່ອນ ແລະ ເສີມຂະຫຍາຍບັນດາຜົນງານທີ່ຍາດມາໄດ້, ພາຍໃຕ້ການນໍາພາຂອງ ພັກປະຊາຊົນປະຕິວັດລາວ, ປະຊາຊົນລາວ ອ້າຍນ້ອງ ຈະສືບຕໍ່ຍາດໄດ້ບັນດາຜົນສໍາເລັດໃໝ່, ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດປ່ຽນແປງໃໝ່, ຈັດຕັ້ງປະຕິບັດບັນດາເປົ້າໝາຍ ທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດລາວ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ທີ່ໄດ້ວາງອອກ ສໍາເລັດຜົນຢ່າງມີໄຊ; ພິເສດ ດໍາເນີນກອງປະຊຸມໃຫຍ່ ຄະນະພັກຂັ້ນຕ່າງໆ ສໍາເລັດຜົນ ເພື່ອກ້າວໄປເຖິງ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ໃນຕົ້ນປີ 2026; ສ້າງປະເທດລາວ ສັນຕິພາບ ເອກະລາດປະຊາທິປະໄຕເອກະພາບ ແລະ ວັດທະນາຖາວອນ ສໍາເລັດຜົນຕາມເປົ້າໝາຍສັງຄົມນິຍົມ.
ພວກຂ້າພະເຈົ້າ ມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າ, ຄຽງຄູ່ບັນດາຜົນສໍາເລັດອັນສໍາຄັນທີ່ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຍາດມາໄດ້ ຕະຫຼອດໄລຍະຜ່ານມາ, ສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ-ລາວ ໂດຍແມ່ນ ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່ ແລະ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ທີ່ແສນເຄົາລົບຮັກ ໄດ້ກໍ່ຕັ້ງ, ຝຶກຝົນຫຼໍ່ຫຼອມ ແລະ ໄດ້ຮັບການເພີ່ມພູນຄູນສ້າງຈາກບັນດາຮຸ່ນການນໍາຂອງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຈົນກາຍເປັນສາຍພົວພັນອັນບໍລິສຸດຜຸດຜ່ອງ, ໜຶ່ງບໍ່ມີສອງໃນໂລກ, ເປັນມໍລະດົກອັນລໍ້າຄ່າຂອງສອງຊາດ, ນັບມື້ນັບໄດ້ຮັບການປັບປຸງ, ພັດທະນາຢ່າງແທ້ຈິງ ແລະ ມີປະສິດທິຜົນ, ນໍາເອົາຜົນປະໂຫຍດອັນແທ້ຈິງມາສູ່ປະຊາຊົນສອງຊາດ.
ໃນໂອກາດອັນສະຫງ່າລາສີ, ມີຄວາມໝາຍປະຫວັດສາດນີ້, ພວກຂ້າພະເຈົ້າ, ອີກເທື່ອໜຶ່ງ ຂໍສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ຕໍ່ການສະໜັບສະໜູນ, ຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ໝົດຈິດໝົດໃຈ ແລະ ມີປະສິດທິຜົນ ທີ່ ພັກ, ລັດ ແລະ ປະຊາຊົນລາວ ອ້າຍນ້ອງ ມີໃຫ້ແກ່ ພັກ, ລັດ ແລະ ປະຊາຊົນຫວຽດນາມ ແລະ ຈະເຮັດສຸດຄວາມສາມາດຂອງຕົນ ຮ່ວມກັບ ພັກ, ລັດ ແລະ ປະຊາຊົນລາວ ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ ສາຍພົວພັນສາມັກຄີພິເສດ ຫວຽດນາມ-ລາວ ໃຫ້ນັບມື້ນັບຂະຫຍາຍຕົວຂຶ້ນສູ່ລະດັບສູງໃໝ່, ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ ກໍຄືເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາຢູ່ໃນພາກພື້ນ ແລະ ໃນໂລກ.
ອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ ຈົ່ງສວຍສົດງົດງາມ ແລະ ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.