ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ທອງລຸນ ສີສຸລິດປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ຄູເຣລສຸກຄ ໂອຄະນາ (Khurelsukh UKHNAA) ປະທານາທິບໍດີ ແຫ່ງ ມົງໂກລີ ພ້ອມດ້ວຍພັນລະຍາ ແລະ ຄະນະຈະເດີນທາງມາຢ້ຽມຢາມລັດຖະກິດ ທີ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 5-6 ພະຈິກ 2023, ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ມົງໂກລີ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ.
ສານສະແດງຄວາມຊົມເຊີຍ
ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງ ພະນະທ່ານ ລີ ແຈ ມຽງ ປະທານາທິບໍດີ ແຫ່ງ ສາທາ ລະນະລັດ ເກົາຫຼີ ທີ່ເຊອູນ ຊຶ່ງມີເນື້ອໃນວ່າ: ຕາງໜ້າໃຫ້ ປະຊາຊົນ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສົ່ງຄໍາຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນ ສ ເກົາຫຼີ ທຸກຖ້ວນໜ້າ ເນື່ອງໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ເກົາຫຼີ ຄົບຮອບ 30 ປີ.
ຄໍາເຫັນ