ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງ ພະນະທ່ານ ໂຈໂກ ວີໂດໂດ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ, ພະນະທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະຕາງໜ້າລັດຖະບານ ແຫ່ງ ສປປ ລາວ ນໍາພາ ຄະນະຜູ້ແທນເຂົ້າຮ່ວມພິທີສາບານຕົວເຂົ້າຮັບຕໍາແໜ່ງ ປະທານາທິບໍດີ ແລະ ຮອງປະທານາທິບໍດີ ແຫ່ງ ສ ອິນໂດເນເຊຍ ທີ່ນະຄອນຫຼວງຈາກາກຕາ, ປະເທດອິນໂດເນເຊຍ ໃນວັນທີ 20 ຕຸລາ 2024 ທີ່ຈະມາເຖິງນີ້ ເພື່ອສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ແລະ ສ ອິນໂດເນເຊຍ ໃຫ້ນັບມື້ນັບໄດ້ຮັບການພັດທະນາຍິ່ງໆຂຶ້ນ.
ສານຊົມເຊີຍ
ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍແຫ່ງ ບຣູໄນ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຊຶ່ງມີເນື້ອໃນວ່າ: ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງພະນະທ່ານ ເນື່ອງໃນໂອກາດທີ່ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ການເລືອກຕັ້ງດັ່ງກ່າວສະແດງໃຫ້ເຫັນເຖິງການປະກອບສ່ວນສຳຄັນ ແລະ ຄວາມເອົາໃຈໃສ່ຢ່າງຕັ້ງໜ້າຂອງ ພະນະທ່ານ ໃນການຮັກສາສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງ ສປປ ລາວ.
ຄໍາເຫັນ