ເດີນທາງຢ້ຽມຢາມສາທາລະນະລັດ ອິນເດຍ ຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມ ຄະນະກຳມາທິການຮ່ວມ ວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ - ອິນເດຍ ຄັ້ງທີ 10 ໃນລະຫວ່າງວັນທີ 1-3 ມິຖຸນາ 2026, ທີ່ນະຄອນຫຼວງນິວແດນລີ ສ ອິນເດຍ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງສອງປະເທດ ໃຫ້ນັບມື້ນັບແໜ້ນແຟ້ນ ກໍຄືເປັນການປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງ ສປປ ລາວ ແລະ ສ ອິນເດຍ ໃນປີ 2026 ນີ້ ໃຫ້ມີເນື້ອໃນ ແລະ ຄວາມໝາຍຄວາມສໍາຄັນເລິກເຊິ່ງຍິ່ງຂຶ້ນ.
ຄໍາເຫັນ