ຈົດໝາຍຂອບໃຈຂອງນາຍົກລັດຖະມົນຕີ

ຈົດໝາຍຂອບໃຈຂອງນາຍົກລັດຖະມົນຕີ

ວັນທີ 7 ມິຖຸນາ ຜ່ານມານີ້, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງຈົດໝາຍສະແດງຄວາມຂອບໃຈ ເຖິງ ພະນະທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ທີ່ ບາງກອກ ຊຶ່ງມີເນື້ອໃນວ່າ: ພະນະທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ.

 

ໃນນາມລັດຖະບານ ແລະ ປະຊາຊົນແຫ່ງ ສປປ ລາວ, ຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງລັດຖະບານ ແຫ່ງ ຣາຊະອານາຈັກໄທ ທີ່ໄດ້ອະນຸຍາດໃຫ້ສະມາຄົມສາຍທານ ປະເທດໄທ, ໜ່ວຍກູ້ໄພເມດຕາທຳກາລະສິນ ແລະ ໜ່ວຍກູ້ໄພສະຫວ່າງສີວິໄລ ພ້ອມດ້ວຍຄະນະມາຊ່ວຍເຫຼືອໃນການຄົ້ນຫາ ແລະ ກອບກູ້ເອົາຊີວິດປະຊາຊົນລາວຈໍານວນ 7 ຄົນ ທີ່ຕິດຄ້າງຢູ່ໃນຖ້ຳທີ່ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ຍ້ອນຝົນຕົກໜັກ ນັບແຕ່ວັນທີ 18 ພຶດສະພາ 2026 ເປັນຕົ້ນມາ.

ລັດຖະບານລາວ ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງທັນການ ແລະ ການປະຕິບັດວຽກງານຢ່າງບໍ່ຮູ້ອິດຮູ້ເມື່ອຍຂອງທີມກູ້ໄພດັ່ງກ່າວຮ່ວມກັບໜ່ວຍກູ້ໄພຂອງ ສປປ ລາວ ແລະ ຊ່ຽວຊານຈາກສາກົນ ເລີ່ມແຕ່ວັນທີ 24 ພຶດສະພາ 2026 ເປັນຕົ້ນມາຈົນສາມາດກອບກູ້ເອົາຊີວິດຜູ້ຕິດຄ້າງໃນຖ້ຳທັງ 5 ຄົນໄດ້ຢ່າງປອດໄພ ໃນວັນທີ 29-30 ພຶດສະພາ 2026 ຜ່ານມາ ແລະ ຍັງສືບຕໍ່ຄົ້ນຫາຜູ້ສູນຫາຍອີກ 2 ຄົນ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ຕາງໜ້າໃຫ້ລັດຖະບານ, ປະຊາຊົນລາວ ກໍຄື ຄອບຄົວຜູ້ປະສົບໄພ ຂໍສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍນັກກູ້ໄພທຸກໆທ່ານຕໍ່ຄວາມເປັນມືອາຊີບ ແລະ ການເສຍສະຫຼະໃນພາລະກິດອັນສຳຄັນຄັ້ງນີ້. ການຊ່ວຍເຫຼືອດ້ານມະນຸດສະທຳໃນຄັ້ງນີ້ ເປັນການສ່ອງແສງເຖິງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຖານບ້ານໃກ້ເຮືອນຄຽງທີ່ດີ ກໍຄືການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງລະຫວ່າງສອງປະເທດ ແລະ ປະຊາຊົນສອງຊາດ ລາວ ແລະ ໄທ ທີ່ພວມໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນ ໃນປັດຈຸບັນ.

ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊອັນປະເສີດມາຍັງ ພະນະທ່ານ ພ້ອມດ້ວຍຄອບຄົວ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນມີກຽດສູງສົ່ງຂອງ ພະນະທ່ານ; ດ້ວຍຄວາມນັບຖືຢ່າງສູງ.

ຄໍາເຫັນ

ແຈ້ງການ

ສານຊົມເຊີຍ

ສານຊົມເຊີຍ

ວັນທີ 14 ກໍລະກົດນີ້, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມຊົມເຊີຍເຖິງພະນະທ່ານນາງ ຮັນ ຊອງ-ຊຸກ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ເກົາຫຼີ ທີ່ນະຄອນຫຼວງເຊອູນ ຊຶ່ງມີເນື້ອໃນວ່າ: ໃນນາມລັດຖະບານ ແລະ ປະຊາຊົນແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງພະນະທ່ານເນື່ອງໃນໂອກາດໄດ້ ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ເກົາຫຼີ.
ສານອວຍພອນວັນຊາດຝຣັ່ງ

ສານອວຍພອນວັນຊາດຝຣັ່ງ

ວັນທີ 14 ກໍລະກົດນີ້, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ສົ່ງສານອວຍພອນ ເຖິງ ພະນະທ່ານ ເອັມມານຸຍແອນ ມາຄຣົງ ປະທານາທິບໍດີ ແຫ່ງ ສາທາລະນະລັດຝຣັ່ງທີ່ປາຣີ ຊຶ່ງມີເນື້ອໃນວ່າ: ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ພະນະທ່ານ ແລະ ປະຊາຊົນຝຣັ່ງ ທຸກຖ້ວນໜ້າ ເນື່ອງໃນໂອກາດວັນຊາດ ສາທາລະນະລັດ ຝຣັ່ງ ຄົບຮອບ 237 ປີ.
ສານອວຍພອນ

ສານອວຍພອນ

ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ສົ່ງສານອວຍພອນເຖິງ ຄະນະກໍາມະການສູນກາງພັກກອມມູນິດຈີນ ທີ່ ນະຄອນຫຼວງປັກກິ່ງ ຊຶ່ງມີເນື້ອໃນວ່າ:
ແຈ້ງການ ຂອງກະຊວງການຕ່າງປະເທດ

ແຈ້ງການ ຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ມິນອອງລາຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ ພ້ອມດ້ວຍພັນລະຍາ ແລະ ຄະນະ ຈະເດີນທາງມາຢ້ຽມຢາມລັດຖະກິດຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,
ສານເສົ້າສະຫຼົດໃຈ

ສານເສົ້າສະຫຼົດໃຈ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງ ພະນະທ່ານ ໂຈເຊ ຣາໂມສ ອໍຕ້າ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ທີ່ ດີລີ ຊຶ່ງມີເນື້ອໃນວ່າ: ຂ້າພະ​ເຈົ້າ​ ຮູ້ສຶກເສົ້າໃຈເປັນຢ່າງຍິ່ງ ທີ່ໄດ້ຮັບຂ່າວການເສຍຊີວິດຂອງ ​ພະນະທ່ານ ຟຣານຊິດໂກ ກູເຕີແຣັດ ລູ ອໍໂລ ອະດີດປະທານາທິບໍດີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ໃນ​ວັນ​ທີ 21 ມິຖຸນາ ​ຜ່ານ​ມາ.
ຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ  ຕໍ່ການບັນລຸບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສາທາລະນະລັດ ອິດສະລາມ ອີຣານແລະ ສະຫະລັດ ອາເມຣິກາ

ຖະແຫຼງການຂອງໂຄສົກກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕໍ່ການບັນລຸບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສາທາລະນະລັດ ອິດສະລາມ ອີຣານແລະ ສະຫະລັດ ອາເມຣິກາ

ສປປ ລາວ ສະແດງຄວາມຍິນດີ ຕໍ່ການບັນລຸການຕົກລົງ ກ່ຽວກັບ ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສາທາລະນະລັດ ອິດສະລາມ ອີຣານ ແລະ ສະຫະລັດ ອາເມຣິກາ ເພື່ອຢຸດຕິຂໍ້ຂັດແຍ່ງ ຢູ່ ຕາເວັນອອກກາງໃນວັນທີ 15 ມິຖຸນາ 2026 ຜ່ານມາ.
ສານສະແດງຄວາມເສົ້າສະຫຼົດໃຈ

ສານສະແດງຄວາມເສົ້າສະຫຼົດໃຈ

ວັນທີ 12 ມິຖຸນາຜ່ານມານີ້, ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ພະນະທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະ ມົນຕີ ແຫ່ງຣາຊະອານາຈັກໄທ ທີ່ ບາງກອກ ຊຶ່ງມີເນື້ອໃນວ່າ: ຂ້າພະເຈົ້າ ຮູ້ສຶກເສົ້າສະຫຼົດໃຈຢ່າງສຸດຊຶ້ງ ທີ່ໄດ້ຊາບຂ່າວກ່ຽວກັບການສິ້ນພະຊົນ ຂອງ ສົມເດັດພະເຈົ້າລູກເທີ ເຈົ້າຟ້າພັດຊະຣະກິຕິຍາພາ ນະເຣນທິ ຣາເທບພະຍະວະດີ ກົມມະຫຼວງຣາຊະສາຣິນີສິຣິພັດ ມະຫາວັດຊະຣະຣາຊະທິດາ ແຫ່ງ ຣາຊະອານາຈັກໄທໃນວັນທີ 11 ມິຖຸນາ 2026.
ສານຊົມເຊີຍໃນໂອກາດ 70 ປີ ສາຍພົວພັນການທູດ ລາວ-ກຳປູເຈຍ

ສານຊົມເຊີຍໃນໂອກາດ 70 ປີ ສາຍພົວພັນການທູດ ລາວ-ກຳປູເຈຍ

ເນື່ອງໃນໂອກາດ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ກຳປູເຈຍ ຄົບຮອບ 70 ປີ (15 /6/1956-15/6/2026) ສົມເດັດ ໂນໂຣດົມສີຫາມຸນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກກຳປູເຈຍ ໄດ້ສົ່ງສານຊົມເຊີຍ ເຖິງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຊຶ່ງມີເນື້ອໃນວ່າ: ພະນະທ່ານປະທານປະເທດ; ເນື່ອງໃນໂອກາດອັນສະຫງ່າລາສີ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ຣາຊະອານາຈັກກຳປູເຈຍ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ), ຂ້າພະເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງ ພະນະທ່ານ ແລະ ຜ່ານພະນະທ່ານ ໄປຍັງປະຊາຊົນແຫ່ງ ສປປ ລາວ ທຸກຖ້ວນໜ້າ.
ສານເສົ້າສະຫຼົດໃຈຈາກພະນະທ່ານປະທານປະເທດ ແຫ່ງ ສປປ ລາວ

ສານເສົ້າສະຫຼົດໃຈຈາກພະນະທ່ານປະທານປະເທດ ແຫ່ງ ສປປ ລາວ

ວັນທີ 12 ມິຖຸນາ ນີ້, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມ ເສົ້າສະຫຼົດໃຈ ເຖິງ ພະບາດສົມເດັດ ພະວະຊິຣະເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກໄທ ທີ່ ບາງກອກ ຊຶ່ງມີເນື້ອໃນວ່າ: ພະບາດສົມເດັດ, ຂ້າພະເຈົ້າ ຮູ້ສຶກສະເທືອນໃຈຢ່າງເລິກເຊິ່ງ ແລະ ມີຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ເມື່ອໄດ້ຮັບຊາບຂ່າວອັນໂສກເສົ້າ ກ່ຽວກັບການສິ້ນພະຊົນ ຂອງ ສົມເດັດພະເຈົ້າລູກເທີ ເຈົ້າ ຟ້າພັດຊະຣະກິຕິຍາພາ ນະເຣນທິຣາເທບພະຍະວະດີ ກົມມະຫຼວງຣາຊະສາຣິນີສິຣິພັດ ມະຫາວັດຊະຣະຣາຊະທິດາ ໃນວັນທີ 11 ມິຖຸນາ 2026 ທີ່ຜ່ານມາ.
ເພີ່ມເຕີມ