ການນໍາຂັ້ນສູງ ສປປ ລາວ ສົ່ງສານອວຍພອນເຖິງຄູ່ຮ່ວມຕໍາແໜ່ງຝ່າຍ ສປ ຈີນ

ການນໍາຂັ້ນສູງ ສປປ ລາວ ສົ່ງສານອວຍພອນເຖິງຄູ່ຮ່ວມຕໍາແໜ່ງຝ່າຍ ສປ ຈີນ

ເນື່ອງໃນໂອກາດ ວັນສ້າງຕັ້ງສາຍພົວພັນການທູດ ລາວ - ຈີນ ຄົບຮອບ 65 ປີ; ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນເຖິງ ສະຫາຍ ສີ ຈິິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ທີີ່ ນະຄອນຫຼວງປັກກິ່ງ ຊຶ່ງມີເນື້ອໃນວ່າ:

 

ສະຫາຍ ສີ ຈິິ້ນຜິງ ທີີ່ນັບຖື, ເນືີ່ອງໃນໂອກາດອັນສະຫງ່າລາສີ ແຫ່ງການສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 65 ປີ (25 ເມສາ 1961 - 25 ເມສາ 2026) ແລະ ປີມິດຕະພາບລາວ-ຈີນ 2026 ນີິ້, ຂ້າພະເຈົ້າ ຂໍຕາງໜ້າຄະນະບໍລິຫານງານສູນກາງພັກ, ລັດຖະບານ ແລະ ປະຊາຊົນລາວ ກໍໍຄືໃນນາມ ສ່ວນຕົວ ສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດ ມາຍັງ ສະຫາຍ ແລະ ໂດຍ ຜ່ານສະຫາຍ ໄປຍັງຄະນະກໍາມະການສູນກາງພັກກອມມູນິດຈີນ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງທຸກຖ້ວນໜ້າ. ໃນຕະຫຼອດໄລຍະ 65 ປີຜ່ານມາ, ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຈີນ ແລະ ໂດຍມີສະຫາຍເປັນແກນກາງ ສາຍພົວພັນມິດຕະພາບອັນເປັນມູນເຊືິ້ອ ແລະ ການພົວພັນຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາ ກໍາລາວ-ຈີນ, ຈີນ-ລາວ ໃນປັດຈຸບັນນີ້, ສາຍພົວພັນ ແລະ ການຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໄດ້ຮັບການເສີມຂະຫຍາຍໃຫ້ສູງເດັ່ນຂຶ້ນຢ່າງບໍໍ່ຢຸດຢັັ້ງ ຊຶ່ງໄດ້ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດຂອງພວກເຮົາ. ພິເສດ, ໂຄງການເສັ້ນທາງລົດໄຟ ລາວ-ຈີນ ໄດ້ກາຍເປັນສັນຍາລັກອັນພົ້ນເດັ່ນແຫ່ງການຮ່ວມມືລະຫວ່າງ ສອງຊາດຂອງພວກເຮົາ, ລວມທັງໄດ້ກາຍເປັນໃຈກາງຂອງການເຊືີ່ອມໂຍງ, ເຊືີ່ອມຈອດ ລະຫວ່າງ ສອງຊາດ ແລະ ໃນພາກພືິ້ນ. ໃນໂອກາດນີິ້, ອີກເທືີ່ອໜຶ່ງ, ຂ້າພະເຈົ້າຂໍສະແດງຄວາມຮູ້ບຸນຄຸນຕໍໍ່ການສະໜັບສະໜູນ ແລະ ການຊ່ວຍເຫຼືອແກ່ ສປປ ລາວ ໃນໄລຍະຜ່ານມາ ກໍຄືປັດຈຸບັນ. ຂ້າພະເຈົ້າ ຕີລາຄາສູງຕໍໍ່ຜົນສໍາເລັດອັນໃຫຍ່ຫຼວງ ແລະ ຮອບດ້ານ ທີີ່ປະຊາຊົນຈີນ ອ້າຍນ້ອງຍາດມາໄດ້. ຜົນສໍາເລັດດັັ່ງກ່າວບໍໍ່ພຽງແຕ່ເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ ສປ ຈີນ ເທົ່ານັ້ນ, ແຕ່ຍັງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງໃນພາກພືິ້ນ ແລະ ໃນໂລກ. ສປປ ລາວ ເວລາໃດກໍໍຢຶດໝັ້ນຫຼັກການຈີນດຽວ, ຮັບຮູ້ວ່າ ໄຕ້ຫວັນ ເປັນສ່ວນໜຶ່ງທີີ່ຕັດແຍກອອກບໍໍ່ໄດ້ຂອງ ສປ ຈີນ. ສປປ ລາວ ຍິນດີສືບຕໍ່ໃຫ້ການສະໜັບສະໜູນສະຫາຍຈີນ ໃນການຮັກສາຜົນປະໂຫຍດທີີ່ເປັນໃຈກາງ ຂອງຕົນ, ໃນເວທີພາກພືິ້ນ ແລະ ສາກົນ. ໃນໂອກາດອັນມີຄວາມໝາຍສໍາຄັນທີີ່ສຸດ ໃນປະຫວັດສາດ ແຫ່ງການພົວພັນຮ່ວມມືຂອງ ສອງຊາດພວກເຮົານີິ້, ຂ້າພະເຈົ້າ ຂໍອວຍພອນ ໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊືິ້ອ, ການຮ່ວມມືໃນຖານະເປັນຄູ່ຮ່ວມຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ, ຈົ່ງໝັ້ນຄົງຂະໜົງແກ່ນ ແລະ ໄດ້ຮັບການເສີມຂະຫຍາຍ ດ້ວຍໝາກຜົນອັນໃໝ່ ແລະ ດ້ວຍຄຸນນະພາບສູງຂຶ້ນຢ່າງບໍໍ່ຢຸດຢັັ້ງ, ພ້ອມກັນສືບຕໍໍ່ຈັດຕັ້ງຜັນຂະຫຍາຍແຜນແມ່ບົດຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ 2024-2028 ດ້ວຍຜົນສໍາເລັດ ທີີ່ມີມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງ. ຂໍອວຍພອນໃຫ້ ສະຫາຍ ຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ ໃນພາລະກິດອັນມີກຽດສະຫງ່າຂອງ ສະຫາຍ ທຸກປະການ. ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ.

ໃນໂອກາດດຽວກັນ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແລະ ສະຫາຍ ທອງສະ ຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານອວຍພອນເຖິງຄູ່ຮ່ວມຕຳແໜ່ງ ແຫ່ງ ສປ ຈີນ ເຊັ່ນດຽວກັນ.

ຄໍາເຫັນ

ແຈ້ງການ

ສານຊົມເຊີຍ

ສານຊົມເຊີຍ

ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍແຫ່ງ ບຣູໄນ ໄດ້ສົ່ງສານສະແດງຄວາມຊົມເຊີຍ ເຖິງພະນະທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວຊຶ່ງມີເນື້ອໃນວ່າ: ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍອັນອົບອຸ່ນມາຍັງພະນະທ່ານ ເນື່ອງໃນໂອກາດທີ່ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ການເລືອກຕັ້ງດັ່ງກ່າວສະແດງໃຫ້ເຫັນເຖິງການປະກອບສ່ວນສຳຄັນ ແລະ ຄວາມເອົາໃຈໃສ່ຢ່າງຕັ້ງໜ້າຂອງ ພະນະທ່ານ ໃນການຮັກສາສະຖຽນລະພາບ ແລະ ຄວາມຈະເລີນຮຸ່ງເຮືອງຂອງ ສປປ ລາວ.
ສານສະແດງຄວາມເຫັນໃຈ

ສານສະແດງຄວາມເຫັນໃຈ

ພະນະທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເຫັນໃຈ ເຖິງ ພະນະທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ
ສານອວຍພອນວັນຊາດ ສປ ຈີນ

ສານອວຍພອນວັນຊາດ ສປ ຈີນ

ວັນທີ 1 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນເຖິງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ຄະນະກໍາມະການສູນກາງພັກກອມມູນິດຈີນ ປະທານປະເທດແຫ່ງ ສາທາລະນະລັດ ປະຊາຊົນຈີນ. ທີ່ ນະຄອນຫຼວງປັກກິ່ງ ຊຶ່ງມີເນື້ອໃນວ່າ:
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພະນະທ່ານ ສີຫະສັກ ພວງເກດແກ້ວ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງການຕ່າງປະເທດແຫ່ງ ຣາຊະອານາຈັກໄທ,​
ແຈ້ງການຂອງກະຊວງການຕ່າງປະເທດ

ແຈ້ງການຂອງກະຊວງການຕ່າງປະເທດ

ໂດຍຕອບສະໜອງຕາມຄຳເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ,
ສານອວຍພອນວັນຊາດ ສປປ ເກົາຫຼີ

ສານອວຍພອນວັນຊາດ ສປປ ເກົາຫຼີ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສົ່ງສານອວຍພອນ ເຖິງ ສະຫາຍ ກິມເຈິງອຸນ ເລຂາທິການໃຫຍ່ພັກແຮງງານເກົາຫຼີ ປະທານກິດຈະການແຫ່ງລັດແຫ່ງ ສປປ ເກົາຫຼີ ຜູ້ບັນຊາການສູງສຸດກຳລັງປະກອບອາວຸດ ແຫ່ງ ສປປ ເກົາຫຼີ ທີ່ ນະຄອນຫຼວງພຽງຢາງ ຊຶ່ງມີເນື້ອໃນວ່າ: ສະຫາຍ ກິມເຈິງອຸນ ທີ່ນັບຖື; ຕາງໜ້າຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ແລະ ປະຊາຊົນລາວບັນດາເຜົ່າ ກໍຄືໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄໍາອວຍພອນອັນອົບອຸ່ນ ແລະ ຊົມເຊີຍຢ່າງສຸດໃຈມາຍັງສະຫາຍ ແລະ ໂດຍຜ່ານສະຫາຍໄປຍັງຄະນະບໍລິຫານງານສູນກາງພັກແຮງງານເກົາຫຼີ ແລະ ປະຊາຊົນ ສປປ ເກົາຫຼີ ອ້າຍນ້ອງທຸກຖ້ວນໜ້າເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນ ປະຊາທິປະໄຕ ເກົາຫຼີ ຄົບຮອບ 78 ປີ.
ສານອວຍພອນ

ສານອວຍພອນ

ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານອວຍພອນເຖິງ ສົມເດັດຊຸນຕານອິບຣາຮິມ ລາຊາທິບໍດີ ແຫ່ງ ມາເລເຊຍ ທີ່ກົວລາລໍາເປີ ຊຶ່ງມີເນື້ອໃນວ່າ: ສົມເດັດ; ຕາງໜ້າໃຫ້ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງສົມເດັດ ແລະ ປະຊາຊົນມາເລເຊຍທຸກຖ້ວນໜ້າເນື່ອງໃນໂອກາດວັນປະກາດເອກະລາດ ແຫ່ງ ມາເລເຊຍ ຄົບຮອບ 69 ປີ.
ສານອວຍພອນວັນຊາດຫວຽດນາມ

ສານອວຍພອນວັນຊາດຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ນາງ ສູນທອນ ໄຊຍະຈັກ ຮັກສາການປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນ ເຖິງ: ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ; ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ; ສະຫາຍ ເຈິນ ແທັງ ເໝິນ ປະທານສະພາແຫ່ງຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ ຕາມລຳດັບ ຊຶ່ງມີເນື້ອໃນວ່າ: ບັນດາສະຫາຍທີ່ຮັກແພງ; ເນື່ອງໃນໂອກາດວັນຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ຄົບຮອບ 81 ປີ (2/9/1945 - 2/9/2026), ຕາງໜ້າໃຫ້ຄະນະ ບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນລາວ ບັນດາເຜົ່າ, ພວກຂ້າພະເຈົ້າ ຂໍສົ່ງຄວາມຂໍ່ານັບຊົມເຊີຍອັນອົບອຸ່ນ, ໄມຕີຈິດມິດຕະພາບອັນດູດດື່ມ ແລະ ພອນໄຊອັນປະເສີດຖານສະຫາຍອ້າຍນ້ອງ ມາຍັງ ບັນດາສະຫາຍ ແລະ ຜ່ານບັນດາສະຫາຍ ໄປຍັງຄະນະ ບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທຸກຖ້ວນໜ້າ.
ສານອວຍພອນວັນຊາດຫວຽດນາມ

ສານອວຍພອນວັນຊາດຫວຽດນາມ

ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ; ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ນາງ ສູນທອນ ໄຊຍະຈັກ ຮັກສາການປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສົ່ງສານອວຍພອນ ເຖິງ: ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ; ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ; ສະຫາຍ ເຈິນ ແທັງ ເໝິນ ປະທານສະພາແຫ່ງຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ ຕາມລຳດັບ ຊຶ່ງມີເນື້ອໃນວ່າ: ບັນດາສະຫາຍທີ່ຮັກແພງ;
ເພີ່ມເຕີມ