ແຕ່ນີ້ຫາກອງປະຊຸມທ້າຍສະໄໝ (2023-2025) ແຂວງບໍລິຄໍາໄຊຈະສຸມໃສ່ຈັດຕັ້ງປະຕິບັດຍຸດທະສາດແຫ່ງຊາດ ແລະ ແຜນປະຕິບັດງານສຳລັບການບໍລິການແບບເຊື່ອມສານສຸຂະພາບຈະເລີນພັນແມ່, ເດັກເກີດໃໝ່ ແລະ ເດັກນ້ອຍ ແລະ ຍຸດທະສາດໂພຊະນາການ.
ທ່ານ ກອງແກ້ວ ໄຊສົງຄາມເຈົ້າແຂວງບໍລິຄໍາໄຊກ່າວວ່າ:ແຂວງບໍລິຄຳໄຊຈະຈັດຕັ້ງເຄື່ອນໄຫວບໍລິການເຊື່ອມສານວຽກແມ່ ແລະ ເດັກໃຫ້ວັກຊິນກັນພະຍາດໃຫ້ບັນດາກຸ່ມເປົ້າໝາຍໃນແຕ່ລະບ້ານໃນທົ່ວແຂວງລວມທັງການໃຫ້ວັກຊິນປ້ອງກັນພະຍາດໂຄວິດ-19,ຫັນວິຊາການລົງຊ່ວຍຂັ້ນເມືອງ ແລະ ໂຮງໝໍນ້ອຍ, ສະໜອງອຸປະກອນ-ຢາທີ່ຈຳເປັນ ພ້ອມທັງໂຄສະນາຂົນຂວາຍປຸກລະດົມຄວາມເປັນເຈົ້າການຂອງຊຸມຊົນກໍຄືອຳນາດການປົກຄອງປະກອບສ່ວນຢ່າງຕັ້ງໜ້າ.ຂະຫຍາຍການບໍລິການສຸຂະພາບແມ່ ແລະ ເດັກຢ່າງທົ່ວເຖິງໂດຍປະຕິບັດນະໂຍບາຍການເກີດລູກ ແລະ ປິ່ນປົວເດັກບໍ່ເສຍຄ່າທີ່ມີຄຸນນະພາບປົກຄຸມໄປທົ່ວແຂວງ,ສຸມໃສ່ປະຕິບັດຕົວຊີ້ວັດທີ່ຍັງຄ້າງຄາເປັນຕົ້ນແມ່ນການນຳໃຊ້ວັກຊິນ, ການເກີດລູກມີແພດຊ່ວຍ, ໂພຊະນາການ, ການຊົມໃຊ້ນໍ້າ ແລະ ວິດຖ່າຍຢູ່ໃນແຕ່ລະເມືອງ.ຈັດຕັ້ງປະຕິບັດບັນດາໂຄງການປິ່ນອ້ອມ ແລະ ສະໜັບສະໜູນວຽກແມ່ ແລະ ເດັກ ແລະ ໂພຊະນາການ, ຕິດຕາມກວດກາຕີລາຄາຄວາມຄືບໜ້າຮ່ວມກັບຜູ້ໃຫ້ທຶນເປັນຕົ້ນແມ່ນ ໂຄງການ, ກົນໄກການບໍລິຫານແບບມີສ່ວນຮ່ວມ (ລາວ-027), ຄາລິຕັດ, ກາວີ, ຫັນສາ, ອະນາໄມໂລກ, ນໍ້າເທີນ ແລະ ອື່ນໆໄດ້ຢ່າງມີປະສິດທິຜົນ.ປັບປຸງລະບົບຂໍ້ມູນການບໍລິການສຸຂະພາບແມ່ ແລະເດັກໃຫ້ເປັນເອກະພາບ ແລະ ມີຄຸນນະພາບ ໂດຍນໍາໃຊ້ລະບົບຖານຂໍ້ມູນ DHIS2 ສາມາດເກັບກໍານໍາໃຊ້ຂໍ້ມູນ ຕິດຕາມຕີລາຄາຄວາມຄືບໜ້າການບໍລິການຂອງຕົນໃນແຕ່ລະຂັ້ນທົ່ວແຂວງ. ພ້ອມກັນນີ້ແຂວງຈະເອົາໃຈໃສ່ປຸກລະດົມຊຸມຊົນເຂົ້າຮ່ວມວຽກຮັກສາສຸຂະພາບຂັ້ນຕົ້ນ (ຮສຂ) ໃນການສ້າງບ້ານຊຸມຊົນເປັນເຈົ້າການໃນການຮັກສາສຸຂະພາບ ແລະ ການສ້າງບ້ານສາທາລະນະສຸກແບບຢ່າງໃຫ້ກາຍເປັນພາລະກິດຂອງຊຸມຊົນ ໂດຍຊຸມຊົນ ເພື່ອຊຸມຊົນ ທັງໄດ້ປະກອບສ່ວນໂດຍກົງໃຫ້ແກ່ວຽກງານ 3 ສ້າງຕາມທິດຂອງການຂະຫຍາຍໃຫ້ບັນລຸຕາມຄາດໝາຍ ຄຳສັ່ງເລກທີ 34/ນຍ.
ສໍາລັບແຜນງານກັນພະຍາດ ແລະ ຄວບຄຸມພະຍາດຕິດຕໍ່ ແຂວງຈະເລັ່ງໃສ່ສ້າງຄວາມເຂັ້ມແຂງໃນດ້ານວິເຄາະແຕ່ລະຂັ້ນຊ່ວຍບົ່ງມະຕິບັນດາພະຍາດຕິດຕໍ່ໃຫ້ໄວແລະຊັດເຈນໂດຍສະເພາະການກວດພະຍາດໂຄວິດ-19 ໃນບັນດາເມືອງຊາຍແດນແລະ ເມືອງອື່ນໆໃນທົ່ວແຂວງ.ເອົາໃຈໃສ່ໂຄສະນາຂະຫຍາຍການໃຫ້ຄຳປຶກສາທັງກວດເລືອດແລະ ປິ່ນປົວHIV/AIDS ແຕ່ຫົວທີ. ຍົກລະດັບການບົ່ງມະຕິແລະປິ່ນປົວພ້ອມທັງເຝົ້າລະວັງ, ຄວບຄຸມພະຍາດໄຂ້ຍຸງໃນທົ່ວແຂວງຊຸກຍູ້ຊຸມຊົນເປັນເຈົ້າການ ແລະຮັບປະກັນໃຫ້ປະຊາຊົນໄດ້ເຂົ້າເຖິງການບໍລິການປິ່ນປົວວັນນະໂລກຢ່າງຖືກຕ້ອງ, ເອົາໃຈໃສ່ເຝົ້າລະວັງບັນດາພະຍາດຕິດຕໍ່ຈາກສັດສູ່ຄົນເປັນຕົ້ນແມ່ນ: ໄຂ້ເລືອດອອກ, ໄຂ້ຫວັດສັດປີກ, ໄຂ້ເລືອດດຳ, ໄຂ້ຍ່ຽວໜູ, ພະຍາດວໍ້, ຊີກາແລະ ພະຍາດອື່ນໆ.
ສ່ວນແຜນງານບໍລິການສຸຂະພາບແຂວງຈະປັບປຸງ ແລະ ຂະຫຍາຍຕາໜ່າງບໍລິການໃຫ້ທົ່ວເຖິງແລະ ຮັບປະກັນໃຫ້ມີຄຸນນະພາບໄດ້ຕາມມາດຕະຖານໃນແຕ່ລະຂັ້ນໂດຍແນໃສ່ເປົ້າໝາຍແມ່ຍິງແລະເດັກນ້ອຍກໍຄືປະຊາຊົນທີ່ຢູ່ເຂດຫ່າງໄກສອກຫຼີກ, ຍົກລະດັບໂຮງໝໍແຂວງໃຫ້ທັນສະໄໝໃນການນໍາໃຊ້ເຕັກໂນໂລຊີເຂົ້າໃນການບໍລິການວິຊາການໄດ້ຕາມມາດຕະຖານສາມາດຊີ້ນໍາດ້ານວິຊາການໃຫ້ບັນດາໂຮງໝໍຊຸມຊົນແລະ ໂຮງໝໍນ້ອຍ, ໄດ້ຊຸກຍູ້ແລະ ສົ່ງເສີມການຈັດຕັ້ງປະຕິບັດມາດຕະຖານການບໍລິການດ້ານສາທາລະນະສຸກໃຫ້ມີຄຸນນະພາບ, ຕາມນະໂຍບາຍ 5 ດີ 1 ພໍໃຈ,ມີການປະເມີນຕີລາຄາການບໍລິການໃນແຕ່ລະໄລຍະ, ເພີ່ມທະວີວຽກຄຸ້ມຄອງການບໍລິການຂອງເອກະຊົນຕາມນະໂຍບາຍ, ລະບຽບການວາງອອກ.ໄປຄ່ຽງຄູ່ກັນນີ້ແຂວງຈະປັບປຸງລະບົບຕິດຕາມ ແລະ ເຝົ້າລະວັງຄວາມປອດໄພຂອງອາຫານ, ຢາ ແລະ ຜະລິດຕະພັນການແພດທີ່ຈໍາໜ່າຍ ແລະ ຈໍລະຈອນແຈກຢາຍໃນທົ່ວແຂວງ ພ້ອມທັງມີລະບົບແຈ້ງເຕືອນຮີບດ່ວນ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພເປັນຕົ້ນແມ່ນບັນດາໂຮງງານຕ່າງໆ ໂດຍສະເພາະແມ່ນໄດ້ຕິດຕາມກວດກາການຜະລິດນໍ້າດື່ມ ເພື່ອປັບປຸງໃຫ້ມີຄຸນນະພາບ ແລະ ຂຶ້ນທະບຽນເພີ່ມຂຶ້ນ.ຂະຫຍາຍລະບົບລາຍງານການມີຢາຢູ່ໂຮງໝໍນ້ອຍ, ຂັ້ນເມືອງ ແລະ ແຂວງ ໂດຍນໍາໃຊ້ໂປຣແກຣມທັນສະໄໝ (mSupply) ເຊື່ອມຕໍ່ກັບລະບົບຖານຂໍ້ມູນ DHIS2 ເພື່ອຮັບປະກັນບໍ່ໃຫ້ຢາຂາດສາງ ແລະ ມີພຽງພໍກັບການໃຫ້ບໍລິການຢູ່ໃນສະຖານທີ່ບໍລິການ ພ້ອມທັງປັບປຸງລະບົບສາງຢາແຂວງ ແລະ ສາງຢາຂອງເມືອງກ້າວສູ່ເປັນລະບົບທີ່ໄດ້ມາດຕະຖານ.
ຂ່າວ: ວັນໄຊ ຕະວິນຍານ