
ໂດຍ: ບຸນຕອມ
ການໃຫ້ບໍລິການກວດສຸຂະພາບຂອງແມ່ ແລະ ເດັກ ແມ່ນວຽກງານໜຶ່ງ ທີ່ພະນັກງານແພດໝໍ ຢູ່ໂຮງໝໍແຂວງຫຼວງພະບາງ ໄດ້ຖືສໍາຄັນ ແລະ ໃຫ້ຄວາມເບິ່ງແຍງຢ່າງໃກ້ຊິດຊຶ່ງມັນແມ່ນການສົ່ງເສີມໂພຊະນາການທີ່ດີໃຫ້ເເກ່ເດັກນ້ອຍ ເເລະ ແມ່ຍິງທຸກຄົນໃນທົ່ວແຂວງ ກໍຄື ສປປ ລາວ. ພາຍຫຼັງທີ່ໄດ້ຮັບການສະໜັບຈາກອົງການອຸຍນີເຊັບ ໃຫ້ແກ່ສື່ມວນຊົນ ເພື່ອລົງຕິດຕາມສະພາບການປິ່ນປົວສຸຂະພາບຂອງປະຊາຊົນຢູ່ໂຮງໝໍແຂວງຫຼວງພະບາງ, ໂດຍສະເພາະວຽກງານສົ່ງເສີມການໂພຊະນາການຂອງແມ່ ແລະ ເດັກ.
ທ່ານ ທອງພຸດ ສຸກຂະເສີມ ຜູ້ອໍານວຍການໂຮງໝໍແຂວງຫຼວງພະບາງ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ໜັງສືພິມປະຊາຊົນ ໃນວັນທີ 27 ກັນຍາ ນີ້ກ່ຽວກັບວຽກງານການໃຫ້ບໍລິການເບິ່ງແຍງສຸຂະພາບຂອງແມ່ ແລະ ເດັກ ຢູ່ພາຍໃນໂຮງໝໍແຂວງວ່າ: ການຂາດໂພຊະນາການ ຫຼື ການຂາດສານອາຫານ ໄດ້ເປັນໄພຂົ່ມຂູ່ສຸຂະພາບຂອງແມ່ ແລະ ເດັກ ໃນທົ່ວໂລກ ກໍຄື ສປປ ລາວ ເຮົາ ແລະ ເປັນສິ່ງທີ່ທ້າທາຍຕໍ່ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ SDG. ສໍາລັບຢູ່ໂຮງໝໍແຂວງຫຼວງພະບາງ ກໍໄດ້ມີການຮ່ວມມືຢ່າງໃກ້ຊິດກັບຂະແໜງແມ່ ແລະ ເດັກ ພະແນກສາທາລະນະສຸກແຂວງ, ໂຮງໝໍເພື່ອລາວສໍາລັບເດັກ, ໂຮງຮຽນປະຖົມ, ມັດທະຍົມ ແລະ ພາກສ່ວນອື່ນໆ ໃນການປະຕິບັດບັນດາກິດຈະກໍາ ທີ່ກໍານົດໄວ້ໃນແຜນປະຕິບັດງານແຫ່ງຊາດດ້ານໂພຊະນາການແຕ່ປີ 2021-2025. ຕາງໜ້າພະນັກງານແພດໝໍທົ່ວແຂວງຫຼວງພະບາງ ສະແດງຄວາມຂອບໃຈຕໍ່ອົງການອຸຍນີເຊັບ,ສະຫະພາບເອີຣົບ, ອົງການອາຫານ ແລະ ການກະເສດ ທີ່ໄດ້ໃຫ້ການສະໜັບສະໜູນທາງດ້ານວິຊາການ ແລະ ງົບປະມານ ແກ່ ສປປລ ລາວ ເພື່ອຈັດຕັ້ງປະຕິບັດແຜນງານແຫ່ງຊາດດ້ານໂພຊະນາການຂອງ ສປປ ລາວ ໃຫ້ບັນລຸຜົນສໍາເລັດທີ່ວາງໄວ້.