ໃນວັນທີ27ກັນຍານີ້, ອົງການກາແດງແຫ່ງຊາດລາວໄດ້ຈັດພິທີສະເຫຼີມສະຫຼອງວັນປະຖົມພະຍາບານໂລກປະຈຳປີ2023ຂຶ້ນ, ໂດຍການເຂົ້າຮ່ວມຂອງທ່ານສິງເມໂນລາດຮອງປະທານອົງການກາແດງແຫ່ງຊາດລາວ, ທ່ານນາງຮີໂຕມິ ກິມູຣະ(Hitomi Kimura)ຜູ້ຕາງໜ້າດ້ານສຸຂະພາບຂອງສະຫະພັນກາແດງແລະຊີກວົງເດືອນແດງສາກົນ,ມີຜູ້ອຳນວຍການໂຮງຮຽນມ.ປມິດຕະພາບວຽງຈັນ-ໂຮ່ຈິມິນ, ມີບັນດາທ່ານແຂກທີ່ຖືກເຊີນ, ພ້ອມດ້ວຍພະນັກງານ,ອາສາສະໝັກ,ຄູ-ອາຈານ,ນັກຮຽນເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີດັ່ງກ່າວ, ທ່ານສິງເມໂນລາດກໍໄດ້ກ່າວເຖິງບົດບາດຄວາມສຳຄັນຂອງການປະຖົມພະຍາບານ, ການປະຖົມພະຍາບານເປັນວຽກງານດ້ານມະນຸດສະທໍາຊຶ່ງມີຄວາມໝາຍສໍາຄັນຕໍ່ການສະໜັບສະໜູນຊຸມຊົນໃຫ້ມີສຸຂະພາບແລະຟື້ນຕົວໄດ້. ມັນເປັນທັກສະພື້ນຖານທີ່ສາມາດຊ່ວຍເຫຼືອຢ່າງມີປະສິດທິພາບແລະເພື່ອຊ່ວຍຫຼຸດຜ່ອນການບາດເຈັບແລະຄວາມທຸກທໍລະມານແລະເພີ່ມໂອກາດໃຫ້ຜູ້ທີ່ບາດເຈັບສາມາດໄດ້ຮັບການຊ່ວຍເຫຼືອທີ່ຖືກຕ້ອງຕາມຫຼັກການໂດຍບໍ່ມີການຈໍາແນກໃດໆ.ຫຼັກການງ່າຍໆໃນການຊີ້ນຳຄວາມເຊື່ອນີ້: “ທຸກຄົນມີຄວາມສາມາດທີ່ຈະຊ່ວຍຊີວິດຂອງຄົນອື່ນໄດ້”
ເພື່ອເປັນການສະເຫຼີມສະຫຼອງວັນປະຖົມພະຍາບານ, ກໍານົດເອົາອາທິດທີ່ສອງຂອງເດືອນກັນຍາໃນທຸກໆປີເປັນວັນປະຖົມພະຍາບານໂລກ (WFAD). ນີ້ເປັນໂອກາດໃຫ້ສໍາລັບທຸກຄົນທີ່ຈະສົ່ງເສີມແລະໄດ້ຮັບຄວາມຮູ້ໃນການປະຖົມພະຍາບານ.ບັນດາປະເທດສະມາຊິກກາແດງໃນທົ່ວໂລກໄດ້ຖືໂອກາດນີ້ໂດຍການມີສ່ວນຮ່ວມກັບຊຸມຊົນໂດຍຜ່ານກິດຈະກໍາປູກຈິດສໍານຶກທີ່ສົ່ງເສີມແລະສະເຫຼີມສະຫຼອງຄວາມສໍາຄັນຂອງການປະຖົມພະຍາບານໂລກ.
ວັນປະຖົມພະຍາບານໂລກໄດ້ຖືກກໍານົດຈາກສະຫະພັນກາແດງແລະຊີກວົງເດືອນແດງສາກົນ(IFRC) ເລີ່ມຕັ້ງແຕ່ປີ2000ເປັນຕົ້ນມາໂດຍຖືເອົາວັນເສົາຂອງອາທິດທີ2ເດືອນກັນຍາຂອງທຸກໆປີຊຶ່ງປີນີ້ບັນດາປະເທດສະມາຊິກກາແດງ192ປະເທດໃນທົ່ວໂລກໄດ້ຈັດຕັ້ງການສະເຫຼີມສະຫຼອງດ້ວຍການສາທິດການເຜີຍແຜ່ວິທີການປະຖົມພະຍາບານໃຫ້ແກ່ຊຸມຊົນກໍຄືສະຖານທີ່ການຮຽນ, ການສອນ, ໂຮງຈັກ, ໂຮງງານແລະສະຖານທີ່ຕ່າງໆຊຶ່ງຄຳຂວັນວັນປະຖົມພະຍາບານໂລກWFAD 2023ຈະເນັ້ນໃສ່ຫົວຂໍ້ “ ການປະຖົມພະຍາບານໃນໂລກດີຈີຕອນ”. ຫົວຂໍ້ວັນການປະຖົມພະຍາບານໂລກປີ2023ກວມເອົາທຸກກຸ່ມອາຍຸ: ເດັກນ້ອຍ, ຜູ້ໃຫຍ່ແລະຜູ້ອາຍຸສູງ.
ວຽກງານປະຖົມພະຍານບານແມ່ນໜຶ່ງໃນ9ວຽກງານຕົ້ນຕໍຂອງອົງການກາແດງແຫ່ງຊາດລາວເປັນວຽກງານມະນຸດສະທຳທີ່ອົງການກາແດງແຫ່ງຊາດລາວໄດ້ຈັດຕັ້ງປະຕິບັດຜ່ານມາ, ເລີ່ມແຕ່ປີ1977ໄດ້ມີການຮ່ວມມືກັບອົງການກາແດງສາກົນສ້າງເອກະສານຄູ່ມືປະຖົມພະຍາບານ, ຄູ່ມືການຝຶກອົບຮົມການປະຖົມພະຍາບານຂັ້ນພື້ນຖານ, ໄດ້ສ້າງຄູຝຶກຂັ້ນແຂວງກວມເອົາທຸກແຂວງໃນທົ່ວປະເທດ, ມາຮອດປັດຈຸບັນໄດ້ຈັດຕັ້ງການຝຶກອົບຮົມໃຫ້ອາສາສະໝັກຊາວໜຸ່ມ, ຄູ-ອາຈານ, ນັກຮຽນ, ນັກສຶກສາແລະສະຖາບັນຕ່າງໆແລະຍັງຈະໄດ້ມີການຝຶກອົບຮົມໃຫ້ໄດ້ຫຼາຍກວ່າເກົ່າທັງມີຄຸນນະພາບປະສິດທິພາບໃຫ້ກວ້າງຂວາງອອກໄປເລື້ອຍໆ.
ໃນຕອນທ້າຍພິທີ,ທ່ານຮອງປະທານອົງການກາແດງແຫ່ງຊາດລາວຍັງໄດ້ຂໍຮຽກຮ້ອງໃຫ້ສັງຄົມຈົ່ງໄດ້ພ້ອມກັນປະກອບສ່ວນໃນວຽກງານຝຶກອົບຮົມປະຖົມພະຍາບານຢ່າງຕັ້ງໜ້າໃຫ້ເຊື່ອວ່າ: “ ທຸກຄົນມີຄວາມສາມາດທີ່ຈະຊ່ວຍຊີວິດຂອງຄົນອື່ນໄດ້”
(ຂ່າວ-ພາບ: ກາແດງ)