ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແລະ ກົມລ້ຽງສັດແລະ ການປະມົງ ກະຊວງກະສິກຳ - ປ່າໄມ້ ພ້ອມດ້ວຍຄູ່ຮ່ວມພັດທະນາອົງການອະນາໄມໂລກ, ອົງການອາຫານແລະການກະເສດແຫ່ງສະຫະປະຊາຊາດ ໄດ້ຈັດພິທີສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ ຄັ້ງທີ 17 ຂຶ້ນ ໃນວັນທີ 28 ກັນຍາ ນີ້ ທີ່ສວນສາທາລະນະເຈົ້າຟ້າງຸ່ມ ໂດຍມີທ່ານ ພູປະສົງ ຊົມພູ ຫົວໜ້າພະແນກກັນພະຍາດຕິດຕໍ່ຈາກສັດສູ່ຄົນແລະຈຸດຜ່ານແດນກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ທ່ານ ລາພີນ ພິທັກເທບ ຮອງຫົວໜ້າພະແນກສັດຕະວະແພດກົມລ້ຽງສັດແລະ ການປະມົງກະຊວງກະສິກຳແລະປ່າໄມ້; ທ່ານ ນາງ ຊາໂຕໂກະ ອົດສ (Satoko OTSU)ຫົວໜ້າທີມໂຕ້ຕອບເຫດການສຸກເສີນທາງດ້ານສາທາລະນະສຸກ ອົງການອະນາໄມໂລກ (WHO) ແລະ ທ່ານຫົວໜ້າທີ່ປຶກສາດ້ານວິຊາການ ອົງການອາຫານແລະການກະເສດ ແຫ່ງສະຫະປະຊາຊາດ (FAO) ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພູປະສົງ ຊົມພູໄດ້ກ່າວວ່າ: ການສະເຫຼີມສະຫຼອງວັນຕ້ານພະຍາດວໍ້ໂລກ ຄັ້ງທີ 17(28 ກັນຍາ 2007 -28 ກັນຍາ 2023) ວັນດັ່ງກ່າວແມ່ນຖືເປັນວັນສໍາຄັນ ປົກກະຕິການຈັດງານໂຮມຊຸມນຸມແມ່ນໄດ້ຈັດຂຶ້ນທຸກໆປີ ໂດຍໄດ້ຜັດປ່ຽນກັນເປັນເຈົ້າພາບຂອງສອງກະຊວງ ແລະ ໄດ້ຮັບການຊ່ວຍເຫຼືອສະໜັບສະໜູນຈາກອົງການອະນາໄມໂລກ ແລະ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ; ສໍາລັບການສະຫຼອງວັນຕ້ານພະຍາດວໍ້ໂລກປີນີ້ພາຍໃຕ້ຄໍາຂວັນ:“ຮ່ວມແຮງຮ່ວມໃຈເປັນໜຶ່ງດຽວ ເພື່ອສຸຂະພາບໜຶ່ງດຽວໃນການຕ້ານພະຍາດວໍ້”.ຈຸດປະສົງຂອງການຈັດງານສະເຫຼີມສະຫຼອງໃນຄັ້ງນີ້ ເພື່ອຍົກສູງສະຕິໃນການປ້ອງກັນພະຍາດວໍ້ ເຊີນຊວນປະຊາຊົນບັນດາເຜົ່າໃຫ້ມາຮ່ວມແຮງຮ່ວມໃຈກັນໃນການເອົາສັດລ້ຽງປະເພດໝາ ແລະ ແມວ ໄປສັກວັກຊິນກັນພະຍາດວໍ້, ເພື່ອເຮັດແນວໃດໃຫ້ເປົ້າໝາຍໃນການລຶບລ້າງພະຍາດວໍ້ ໃຫ້ໝົດໄປພາຍໃນປີ 2030 ຕາມທີ່ອົງການອະນາໄມໂລກໄດ້ກໍານົດໄວ້ໃຫ້ບັນລຸຜົນ.
    ໃນໂອກາດນີ້, ເຊີນຊວນໃຫ້ປະຊາຊົນນໍາເອົາສັດລ້ຽງຂອງຕົນ ປະເພດ ໝາ ແລະ ແມວ ໄປສັກຢາກັນວໍ້ໃຫ້ຄົບຕາມທີ່ສັດຕະວະແພດແນະນໍາ ແລະ ໂດຍສະເພາະໃນວັນຕ້ານພະຍາດວໍ້ໂລກ ມີການບໍລິການສັກຢາກັນພະຍາດດັ່ງກ່າວໂດຍບໍ່ເສຍຄ່າ ຊຶ່ງເລີ່ມແຕ່ເວລາ 8:00 ໂມງ ຫາ 16:00 ໂມງ ທີ່ສວນສາທາລະນະເຈົ້າຟ້າງຸ່ມ.
ຂ່າວ: ຍຸພິນທອງ