ໂດຍ:ຍຸພິນທອງ
ທ່ານພູວຽງ ດວງດາລາ ຮອງຜູ້ອໍານວຍການໂຮງໝໍແຂວງຫຼວງນໍ້າທາ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 21 ທັນວາຜ່ານມາ ທີ່ໂຮງໝໍແຂວງຫຼວງນໍ້າທາ ກ່ຽວກັບການຈັດຕັ້ງປະຕິບັດວຽກງານສົ່ງເສີມໂພຊະນາການ, ການລ້ຽງດູເດັກອ່ອນ ແລະ ເດັກນ້ອຍທີ່ມາໃຊ້ບໍລິການໃນໂຮງໝໍແຂວງວ່າ: ໂຮງໝໍແຂວງປະກອບມີ70 ຕຽງ ຕາມກົມປິ່ນປົວກະຊວງສາທາລະນະສຸກກໍານົດໄວ້, ມີພະນັກງານລັດຖະກອນທັງໝົດ 110 ຄົນຍິງ 76 ຄົນ, ພະນັກງານຕາມສັນຍາ 41ຄົນ (ຍິງ 35 ຄົນ) ແລະ ອາສາສໝັກ 62ຄົນ (ຍິງ 50 ຄົນ). 
ສໍາລັບວຽກງານສົ່ງເສີມໂພຊະນາການ, ການລ້ຽງດູເດັກອ່ອນ ແລະ ເດັກນ້ອຍ ເປັນວຽກງານທີ່ສໍາຄັນ ເປັນບຸລິມະສິດອັນດັບຕົ້ນໆ ທີ່ທາງກະຊວງສາທາລະນະສຸກກໍານົດໄວ້ໃນ  8  ແຜນງານ.ຂໍ້ມູນພື້ນຖານກ່ຽວກັບການຈັດຕັ້ງປະຕິບັດວຽກງານໂພຊະນາການຢູ່ໂຮງໝໍແຂວງຫຼວງນໍ້າທາ ຊຶ່ງເລີ່ມແຕ່ປີ 2004 ທີ່ມີການໃຫ້ບໍລິການໃນໂຮງໝໍຫຼັງໃໝ່ຜ່ານມາໄດ້ສົ່ງພະນັກງານ, ທ່ານໝໍ ແລະ ພະຍາບານໄປຝືກອົບຮົມຢູ່ສູນກາງ, ຕ່າງແຂວງ ແລະ ພາຍໃນແຂວງ (ພະແນກສາທາແຂວງ), ທ່ານໝໍເດັກ 1ຄົນ ໄດ້ຮັບທຶນໄປຝຶກອົບຮົມໂພຊະນາການເດັກຂາດສານອາຫານ ຢູ່ປະເທດສິງກະໂປ ໃນປີ 2017, ອົບຮົມການຄຸ້ມຄອງປິ່ນປົວເດັກຂາດສານອາຫານແບບເຊື່ອມສານ(IMAM) ປີ 2021, ຝຶກອົບຮົມຄວາມຮູ້ພື້ນຖານດ້ານໂພຊະນາການ ການລ້ຽງດູເດັກອ່ອນ ແລະ ເດັກນ້ອຍ (DYCF) ປີ 2022, ພາຍຫຼັງຝຶກອົບຮົມມາແລ້ວໄດ້ມີການຈັດຕັ້ງປະຕິບັດ ໂດຍມີທີມງານທ່ານໝໍເດັກ,ທ່ານໝໍປະສູດ,ພະຍາບານປະສູດ, ພະຍາບານເດັກ ແລະ ພະຍາບານແມ່ ແລະ ເດັກ ໂດຍການຈັດປະຊຸມຮ່ວມກັນ ແລະ ແບ່ງຄວາມຮັບຜິດຊອບ ພາລະບົດບາດແຕ່ລະໜ່ວຍງານ ພາຍໃນໂຮງໝໍແຂວງ; ໄດ້ຈັດອົບຮົມໃຫ້ພະນັກງານພາຍໃນໂຮງໝໍແຂວງຜູ້ທີ່ເຮັດວຽກກ່ຽວກັບວຽກງານງານດັ່ງກ່າວ. ນອກຈາກນັ້ນ, ໂຮງໝໍແຂວງຍັັງໄດ້ເຮັດວຽກຮ່ວມກັບຂະແໜງແມ່ແລະເດັກ ພະແນກສາທາແຂວງ ແລະ ອົງການ Koica ຜູ້ໃຫ້ທຶນສະໜັບສະໜູນໃນວຽກງານແມ່ແລະເດັກຂອງແຂວງຫຼວງນໍ້າທາ ໂດຍການຈັດຝຶກອົບຮົມໃຫ້ທ່ານໝໍ ແລະ ພະຍາບານຢູ່ໂຮງໝໍແຂວງ, ໂຮງໝໍອ້ອມຂ້າງແຂວງ, ໂຮງໝໍຊຸມຊົນ 5 ເມືອງ ແລະ ໂຮງໝໍນ້ອຍ. ນອກຈາກນັ້ນທີມງານຄູຝຶກໂຮງໝໍແຂວງຮ່ວມກັບຂະແໜງແມ່ແລະເດັກໄດ້ຈັດຝຶກອົບຮົມກັບທີ່ ໃຫ້ແກ່ໂຮງໝໍຊຸມຊົນ ແລະ ໂຮງໝໍນ້ອຍ ຢູ່ແຕ່ລະເມືອງ ໄດ້ມີການໄປລົງຕິດຕາມຊຸກຍູ້-ປະເມີນຜົນແຕ່ໄລຍະ.
ທ່ານໄດ້ກ່າວຕື່ມວ່າ: ໃນປີຜ່ານມາ ມີຄົນເຈັບເດັກເຂົ້ານອນປິ່ນປົວຢູ່ໜ່ວຍງານເດັກທັງໝົດ: 816 ກໍລະນີ (ເດືອນ 1 ຫາ 11/2023) ໃນນີ້ມີ ເດັກຂາດສານອາຫານຮ້າຍແຮງ (severe malnutrition) ທີ່ເຂົ້ານອນປິ່ນປົວທັງໝົດ: 8 ກໍລະນີ (0,98%) ເປັນເດັກຍິງ 4 ກໍລະນີແລະ ມີ ເດັກຂາດສານອາຫານຮ້າຍແຮງເສຍຊີວິດ 2 ກໍລະນີ (0,24%);ສໍາລັບສິ່ງທ້າທາຍກ່ຽວກັບວຽກງານໂພຊະນາການໂຮງໝໍແຂວງເຫັນວ່າ ຍັງມີບາງກິດຈະກຳທີ່ບໍ່ສາມາດປະຕິບັດໄດ້ທັນເວລາ ຕາມແຜນງານທີ່ວາງໄວ້ ຍ້ອນວ່າ ໂຮງໝໍແຂວງ ຍັງຂາດບຸກຄະລາກອນທີ່ຊຳນານງານດ້ານວຽກງານໂພຊະນາການ, ອຸປະກອນຮັບໃຊ້ ແລະ ງົບປະມານ ຍັງຕອບສະໜອງບໍ່ພຽງພໍ, ການຕອບສະໜອງສານອາຫານເສີມທີ່ມາລ້ຽງດູເດັກທີ່ຂາດສານອາຫານຮ້າຍແຮງທີ່ມານອນປິ່ນປົວຢູ່ໂຮງໝໍແຂວງ ຕອບສະໜອງບໍ່ທັນເວລາໂດຍສະເພາະ F75, F100, Resomal, RUTF. ນອກຈາກນັ້ນ ການມີສ່ວນຮ່ວມຂອງສັງຄົມໃນວຽກງານໂພຊະນາການຍັງໜ້ອຍຫຼາຍ, ຄວາມຮັບຮູ້ ແລະ ຄວາມເຂົ້າໃຈກ່ຽວກັບວຽກງານໂພຊະນາການຂອງປະຊາຊົນບັນດາເຜົ່າຍັງມີໜ້ອຍຫຼາຍ ແລະ ຍັງມີຄວາມເຊື່ອຖືຮີດຄອງເພນີແບບດັ່ງເດີມ. 
ໃນໂອກາດດັ່ງກ່າວທ່ານກໍໄດ້ຝາກເຖິງປະຊາຊົນບັນດາເຜົ່າໃນການລ້ຽງດູລູກ ໂດຍສະເພາະແມ່ຍິງໄວຈະເລີນພັນ ກ່ອນຈະວາງແຜນຖືພາ ແລະ ຢາກໄດ້ລູກ ແນະນຳໃຫ້ໄປປຶກສາແພດຜູ້ທີ່ເຮັດວຽກກ່ຽວກັບວຽກງານແມ່ແລະເດັກ, ແພດປະສູດ. ເວລາຖືພາ ແນະນຳໃຫ້ໄປຕິດຕາມຝາກທ້ອງເປັນປົກກະຕິ ຢູ່ໜ່ວຍງານແມ່ ແລະ ເດັກໂຮງໝໍແຂວງ, ໂຮງໝໍຊຸມຊົນ ຫຼື ໂຮງໝໍນ້ອຍກໍໄດ້ ຕາມທີ່ສະດວກໃນການເດີນທາງ. ເວລາຖືພາແມ່ຕ້ອງໄດ້ຮັບສານອາຫານໃຫ້ຄົບ 5 ໝວດ, ສານອາຫານທີ່ມີຄຸນຄ່າທາງດ້ານໂພຊະນາການ ນອກຈາກນັ້ນແມ່ຕ້ອງໄດ້ຮັບຢາບໍາລຸງຄັນໄລຍະເລີ່ມຕົ້ນການຖືພາ ເປັນຕົ້ນແມ່ນ Iron, folic acid, iodine, calcium D & Zinc etc. ເພື່ອປ້ອງກັນພາວະເລືອດຈາງ, ຖືພາເປັນຜິດ (Eclampsia), ເດັກເກີດກ່ອນກໍານົດ, ເດັກນໍ້າໜັກຕົວນ້ອຍ ແລະ ປ້ອງກັນເດັກບໍ່ໃຫ້ເດັກມີຄວາມຜິດປົກກະຕິທາງດ້ານຮ່າງກາຍ ແລະ ສະໝອງ ມາແຕ່ກຳເນີດ, ເວລາຖືພາບໍ່ແນະນຳໃຫ້ແມ່ຍິງໄລຍະຖືພາເຮັດວຽກໜັກເກີນໄປເພາະວ່າຈະມີຜົນກະທົບຕໍ່ເດັກຢູ່ໃນທ້ອງໄດ້ ແລະ ອາດຈະເຮັດໃຫ້ເດັກເກີດກ່ອນນຳນົດໄດ້. ເວລາເກີດລູກອອກມາ ແມ່ລູກອ່ອນ ຕ້ອງບຳລຸງອາຫານໃຫ້ພຽງພໍ, ໃຫ້ກິນອາຫານທີ່ມີຄຸນຄ່າທາງດ້ານໂພຊະນາການ (ເຂົ້າ, ຊີ້ນ, ປາ, ໄຂ່, ພືດຜັກຫຼາຍຊະນິດ ແລະ ໝາກໄມ້ຕ່າງໆ...) ບໍ່ແນະນໍາໃຫ້ແມ່ຄະລໍາອາຫານ ແລະ ກິນຢາຟື້ນເມືອງ ທີ່ຍັງບໍ່ທັນໄດ້ຜ່ານການຮັບຮອງຈາກ ກົມອາຫານ ແລະ ຢາ. ແນະນຳໃຫ້ລ້ຽງລູກດ້ວຍນົມແມ່ຢ່າງດຽວແຕ່ແລກເກີດຈົນຮອດ ອາຍຸ 6 ເດືອນ ແລະ ບໍ່ແນະນຳໃຫ້ເອົາເຂົ້າ, ອາຫານຂອງແຫຼວຕ່າງໆ ແລະ ອາຫານເສີມໃຫ້ເດັກອາຍຸ ຕໍ່າກວ່າ 6ເດືອນກິນ ແລະ ບໍ່ແນະນຳໃຫ້ລ້ຽງລູກດ້ວຍນົມຝຸ່ນ ເພາະຈະເຮັດໃຫ້ເດັກອ່ອນຖອກທ້ອງ, ທ້ອງຜູກ ຫຼື ແພ້ນົມງົວໄດ້ ແລະ ເດັກບາງຄົນອາດຈະມີຄວາມສ່ຽງຕໍ່ການເປັນໂຣກຕຸ້ຍ ນໍ້າໜັກເກີນ ແລະ ອາດຈະມີຄວາມສ່ຽງຕໍ່ການເປັນພະຍາດເບົາຫວານ ແລະ ພະຍາດຄວາມດັນເລືອດສູງໃນອະນາຄົດໄດ້. ເມື່ອເດັກອາຍຸຄົບ 6 ເດືອນ ຄວນໄດ້ເລີ່ມກິນອາຫານເສີມໃຫ້ເໝາະສົມຕາມໄວອາຍຸທີ່ພຽງພໍທາງດ້ານປະລິມານ ແລະ ຄຸນນະພາບ ພ້ອມທັງສືບຕໍ່ກິນນົມແມ່ຈົນອາຍຸ ຄົບ 2 ປີ ຫຼື ຫຼາຍກວ່ານັ້ນ, ເພາະວ່າ ເປັນໄລຍະເວລາແຫ່ງການຮຽນຮູ້ ແລະ ພັດທະນາການທາງດ້ານມັນສະໝອງ, ຮ່າງກາຍ ແລະ ຈິດໃຈຂອງເດັກໄປພ້ອມ.