ກອງປະຊຸມສະຫຼຸບ ແລະ ວາງແຜນປຸກລະດົມບໍລິຈາກເລືອດຮອດ ປີ 2025 ພາກສ່ວນ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 2 ຕຸລາ ນີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ (ນວ), ໂດຍການເປັນປະທານຮ່ວມ ຂອງ ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ພ້ອມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ພູວົງ ວົງຄຳຊາວ ກ່າວວ່າ: ອີງໃສ່ຄວາມຮຽກຮ້ອງຕ້ອງການເລືອດເພື່ອນຳໃຊ້ເຂົ້າໃນການປິ່ນປົວຄົນເຈັບ ແມ່ນນັບມື້ນັບເພີ່ມສູງຂຶ້ນເລື້ອຍໆ, ຈຳນວນຄົນເຈັບທີ່ຕ້ອງການນໍາໃຊ້ເລືອດສ່ວນໃຫຍ່ແມ່ນແມ່ຍິງທີ່ໄດ້ຮັບຜົນກະທົບຈາກການເກີດລູກ, ອຸບັດເຫດ, ການຜ່າຕັດ, ໄຂ້ເລືອດອອກ, ເດັກນ້ອຍທີ່ເປັນພະຍາດເລືອດຈາງຂັ້ນຮ້າຍແຮງ, ໄຂ້ເລືອດອອກ ແລະ ລວມເຖິງຄົນເຈັບທີ່ເປັນພະຍາດມະເຮັງ, ໄຂ່ຫຼັງຊຸດໂຊມ, ຂາດເລືອດມາແຕ່ກໍາເນີດ, ອຸບັດເຫດສຸກເສີນຈາກໄພທາງທໍາມະຊາດ ແລະ ອື່ນໆ, ເຖິງແມ່ນວ່າ ຄວາມຕ້ອງການເລືອດເປັນສິ່ງສໍາຄັນກໍຕາມແຕ່ການໄດ້ຮັບເລືອດ ແລະ ຜະລິດເລືອດ ຈາກເລືອດທີ່ມີຄຸນນະພາບ ແລະ ປອດໄພ ຍັງປະສົບກັບບັນຫາ, ຍັງບໍ່ທັນພຽງພໍກັບຄວາມຕ້ອງການ ແລະ ຍັງເປັນສີ່ງທ້າທາຍໃນດ້ານການປຸກລະດົມບໍລິຈາກເລືອດ ເພື່ອໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້.
ທ່ານກ່່າວຕື່ມວ່າ: ໃນປີ 2022 ຕາມແຜນການທົ່ວປະເທດຕ້ອງບັນລຸ 68.000 ຖົງ, ແຕ່ປະຕິບັດໄດ້ທັງໝົດ 67.017 ຖົງ, ຖ້າທຽບໃສ່ແຜນການແມ່ນຫຼຸດແຜນການ 983 ຖົງ (ບັນລຸ 98,5%), ໃນນີ້ກໍມີຫຼາຍພາກສ່ວນໃນນະຄອນຫຼວງວຽງຈັນ ພວກເຮົາໄດ້ປະກອບສວ່ນໃນຂະບວນການປຸກລະດົມບໍລິຈາກເລືອດເພື່ອໃຫ້ບັນລຸຕາມຄາດໝາຍດັ່ງກ່າວ, ສຳລັບ ປີ 2023, ທົ່ວປະເທດຕ້ອງໃຫ້ບັນລຸ 73.000 ຖົງ. ມາຮອດ 8 ເດືອນ, ສາມາດຮັບບໍລິຈາກເລືອດໄດ້ທັງໝົດ 47.316 ຖົງ ບັນລຸ 65% ຂອງແຜນການປີ ຊຶ່ງຈະຕ້ອງສືບຕໍ່ສູ້ຊົນໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ເພື່ອຕອບສະໜອງເລືອດໃຫ້ພຽງພໍກັບຄວາມຕ້ອງການຂອງຄົນເຈັບທີ່ເພີ່ມຂຶ້ນ, ໃນປີ 2024 ສະຖາບັນເລືອດແຫ່ງຊາດ ແລະ ສູນເລືອດແຂວງໄດ້ມີແຜນການວາງໂຕເລກເປົ້າໝາຍສູ້ຊົນທົ່ວປະເທດຕ້ອງບັນລຸ 78,000 ຖົງ ແລະ ປີ 2025 ໃຫ້ບັນລຸ 80,400 ຖົງ ໂດຍໄດ້ຈັດແບ່ງໃຫ້ແຕ່ລະແຂວງທົ່ວປະເທດໄດ້ຈັດຕັ້ງປະຕິບັດຮ່ວມກັນ.
ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ພ້ອມກັນຕີລາຄາຄືນກ່ຽວກັບຜົນຂອງການຈັດຕັ້ງປະຕິບັດ, ຖອດຖອນບົດຮຽນ, ແລກປ່ຽນບົດຮຽນການເຄື່ອນໄຫວປຸກລະດົມ ແລະ ຈັດຫາຜູ້ບໍລິຈາກເລືອດໃນການຈັດຕັ້ງຕ່າງໆອ້ອມຂ້າງນະຄອນຫຼວງວຽງຈັນ ແລະ ແລກປ່ຽນບົດຮຽນ ຊຶ່ງກັນ ແລະ ກັນ ເພື່ອເປັນປະໂຫຍດຕໍ່ ການບໍລິຈາກເລືອດໃຫ້ຫຼາຍຂຶ້ນ, ນອກຈາກນັ້ນຈະໄດ້ເປັນເອກະພາບຮ່ວມກັນໃນການວາງແຜນການປຸກລະດົມບໍລິຈາກເລືອດໃນ ປີ 2024 ແລະ ປີ 2025 ພ້ອມທັງກໍານົດຄາດໝາຍສູ້ຊົນ ແລະ ວັນເວລາຮັບບໍລິຈາກເລືອດຢູ່ຕາມເມືອງ ແລະ ພະແນກການຕ່າງໆ ແລະ ຮັບບໍລິຈາກເລືຶອດເນື່ອງໃນວັນສໍາຄັນຕ່າງໆຂອງຊາດນໍາອີກ. ກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ຮັບຟັງຄວາມສຳຄັນ ແລະ ຈຳເປັນໃນການປຸກລະດົມບໍລິຈາກເລືອດເພື່ອຊ່ວຍຊີວິດ, ຮັບຟັງການສະຫຼຸບການຮັບບໍລິຈາກເລືອດ ແລະ ທິດທາງແຜນການຮອດປີ 2025 ພາກສ່ວນນະຄອນຫຼວງວຽງຈັນຕື່ມອີກ.
(ຂ່າວ-ພາບ: ສຳນານ)