ໂດຍ:ບຸນຕອມ
ຂະແໜງອະນາໄມແລະສົ່ງເສີມສຸຂະພາບພະແນກສາທາລະນະສຸກແຂວງຫຼວງພະບາງສຸມໃສ່ຈັດຕັ້ງປະຕິບັດວຽກງານໂພຊະນາການແມ່-ເດັກໂດຍຕັ້ງເປົ້າບັນລຸເປົ້າໝາຍນ້ຳໜັກຫຼຸດມາດຕະຖານເດັກເຕ້ຍແລະການໄດ້ຮັບທາດເຫຼັກຂອງແມ່ຍິງຈະເລີນພັນໃນປີ 2025 ຂະນະທີ່ຍັງປະສົບກັບສິ່ງທ້າທາຍຫຼາຍບັນຫາ.
ທ່ານນາງບົວແກ້ວສີສຸພັນຮອງຫົວໜ້າຂະແໜງອະນາໄມແລະສົ່ງເສີມສຸຂະພາບພະແນກສາທາລະນະສຸກແຂວງຫຼວງພະບາງໄດ້ໃຫ້ສຳພາດຕໍ່ສື່ມວນຊົນເມື່ອບໍ່ດົນມານີ້ວ່າ:ສະພາບການບໍລິການວຽກງານໂພຊະນາການຂອງແມ່ແລະເດັກ,ເດັກເກີດໃໝ່, ເດັກນ້ອຍແລະໄວໜຸ່ມຂອງແຂວງຫຼວງພະບາງໃນປີ 2022 ຊຶ່ງເດັກນ້ຳໜັກຫຼຸດມາດຕະຖານ 10,3%,ເດັກເຕ້ຍ 14,5%,ປິ2021 ເດັກນ້ຳໜັກຫຼຸດມາດຕະຖານ7,6%,ເດັກເຕ້ຍ 10,9%,ປີ 2022 ເດັກນ້ຳໜັກຫຼຸດມາດຈະຖານ 7,8% ເດັກເຕ້ຍ 10,5% ມາຮອດເດືອນສິງຫາ 2023 ເດັກນ້ຳໜັກຫຼຸດມາດຕະຖານ 8,1%,ເດັກເຕ້ຍ 11,4% ແລະແມ່ຍິງຈະເລີນພັນທີ່ໄດ້ຮັບທາດເຫຼັກ 4,11%.
ທ່ານນາງບົວແກ້ວສີສຸພັນກ່າວໃຫ້ຮູ້ອີກວ່າ: ສຳລັບທິດທາງໃນຕໍ່ໜ້າ ຈະສຸມໃສ່ເພື່ອເຮັດໃຫ້ບັນລຸເປົ້າໜາຍຮອດປີ2025 ແມ່ນນໍ້າໜັກຫຼຸດມາດຕະຖານ 10,5%,ເດັກເຕ້ຍ19,7%,ແມ່ຍິງຈະເລີນພັນໄດ້ຮັບທາດເຫຼັກ50%.ເຖິງຢ່າງໃດກໍຕາມການຈັດຕັ້ງປະຕິດບັດວຽກງານດັ່ງກ່າວຍັງປະສົບກັບສິ່ງທ້າທາຍຫຼາຍບັນຫາເຊັ່ນ: ການໃຫ້ຄວາມຮູ້ຂອງຜູ້ປົກຄອງເດັກຢູ່ເຂດຫ່າງໄກຍັງບໍ່ມີຄວາມຮູ້ດ້ານໂພຊະນາການທີ່ຖືກຕ້ອງໂດຍສະເພາະການກິນຢູ່, ການປ່ຽນແປງພຶດຕິກຳທາງດ້ານສັງຄົມຍັງເປັນສິ່ງທ້າທ້າຍ ໂດຍສະເພາະແມ່ນໃນຜູ້ປົກຄອງຂອງເດັກ ແລະ ຂອງຊຸມຊົນກ່ຽວກັບການບໍລິໂພກອາຫານ. ໃນຕໍ່ໜ້າຢາກໃຫ້ທຸກພາກສ່ວນອອກແຮງໃນການໃຫ້ສຸຂະສຶກສາ,ໃຫ້ຄໍາປຶກສາ ແນະນໍາໃນການກິນອາຫານໃຫ້ພຽງພໍເລີ່ມແຕ່ໄລຍະຖືພາ,ຫຼັງເກີດ, ການສົ່ງເສີມລ້ຽງລູກດ້ວຍນົມແມ່ ແລະອາຫານເສີມເມື່ອເດັກມີອາຍຸ 6 ເດືອນຂຶ້ນໄປ. ທີມງານເຄື່ອນທີ່ເຊື່ອມສານ ຕ້ອງໄດ້ເອົາໃຈໃສ່ກວດກາຕິດຕາມສຸຂະພາບເດັກ ປະເມີນກັ່ນຕອງ ຊອກຄົ້ນເດັກທີ່ຂາດອາຫານໃຫ້ມີຄຸນນະພາບ, ມີການສົ່ງຕໍ່ໄປຫາບ່ອນທີ່ມີເງື່ອນໄຂ ແລະ ຮັບປະກັນໃຫ້ໄດ້ປິ່ນປົວທັນທີ,ການລົງເຄື່ອນໄຫວຂອງນັກຂ່າວຈາກສູນກາງໃນຄັ້ງນີ້ນຳພາໂດຍກົມສື່ມວນຊົນກະຊວງຖະແຫຼງຂ່າວ,ວັດທະນະທຳແລະທ່ອງທ່ຽວຊຶ່ງໄດ້ຮັບການສະໜັບສະໜູນຈາກອົງການອຸຍນີເຊັບ.