ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ນຳພາຄະນະຜູ້ແທນ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ຂະບວນການບໍ່ຮ່ວມກຸ່ມ ຄັ້ງທີ 19 (19th Summit of Heads of State & Government of the Non-Aligned Movement (NAM)) ໃນວັນທີ 19-20 ມັງກອນ 2024ທີ່ນະຄອນຫຼວງກໍາປາລາ ປະເທດອູກັນດາ, ພາຍໃຕ້ຫົວຂໍ້ “ລົງເລິກການຮ່ວມມືເພື່ອຄວາມອຸດົມຮັ່ງມີຮ່ວມກັນຂອງໂລກ”(Deepening Cooperation for Shared Global Affluence)ໂດຍການເປັນປະທານຂອງທ່ານ ຢໍເວີຍ ມູເຊວີນີປະທານາທິບໍດີ ອູກັນດາ ປະທານຂະບວນການບໍ່ຮ່ວມກຸ່ມ ສົກປີ 2024-2027 ແລະ ມີການເຂົ້າຮ່ວມຂອງບັນດາປະມຸກລັດ, ຫົວໜ້າລັດຖະບານ, ລັດຖະມົນຕີ ແລະ ຄະນະຜູ້ແທນຂັ້ນສູງຂອງປະເທດ ສະມາຊິກຂອງຂະບວນການບໍ່ຮ່ວມກຸ່ມ ແລະ ປະເທດສັງເກດການຈໍານວນ 104ປະເທດ,ພ້ອມທັງມີ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ອົງການເຄືອຂ່າຍອົງການ ສປຊ ລວມທັງ ປະທານສະມັດຊາໃຫຍ່ ອົງການ ສປຊ ແລະ ເລຂາທິການໃຫຍ່ອົງການ ສປຊ ເຂົ້າຮ່ວມ.
ກອງປະຊຸມສຸດຍອດຄັ້ງນີ້ມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ສຳລັບບັນດາປະເທດສະມາຊິກຂອງກຸ່ມ ທີ່ກວມເອົາ 2/3ຂອງປະເທດສະມາຊິກອົງການສະຫະປະຊາຊາດ ເພື່ອພ້ອມກັນຢ້ຳຄືນບັນດາຈຸດປະສົງ ແລະ ເປົ້າໝາຍຂອງຂະບວນການບໍ່ຮ່ວມກຸ່ມ ກໍຄືຫຼັກການບັນດຸງທີ່ຖືກຮັບຮອງເອົາແຕ່ປີ 1961. ພ້ອມກັນນັ້ນ, ບັນດາຜູ້ນຳ ກໍໄດ້ປຶກສາຫາລື ແລະ ແລກປ່ຽນທັດສະນະກ່ຽວກັບບັນຫາພາກພື້ນແລະສາກົນແລະ ບົດບາດສຳຄັນຂອງກຸ່ມ ເພື່ອກຳນົດທັດສະນະລວມ ແລະ ແນວທາງເສີມຂະຫຍາຍການຮ່ວມມືກັນໃນການແກ້ໄຂສິ່ງທ້າທາຍຕ່າງໆທີ່ເກີດຂຶ້ນໃນທົ່ວໂລກ ພ້ອມທັງວາງທິດທາງການຮ່ວມມືຂອງຂະບວນການບໍ່ຮ່ວມກຸ່ມ ໃນຊຸມປີຕໍ່ໜ້າ.
ໃນພິທີເປີດກອງປະຊຸມ, ປະທານ ໄດ້ກ່າວວ່າ ວົງຄະນະຍາດສາກົນຄວນສຸມໃສ່ບັນຫາທີ່ປະຊາຄົມໂລກກໍາລັງປະເຊີນໜ້າໃນປັດຈຸບັນ, ສ້າງຄວາມຮັ່ງມີໂດຍຜ່ານການຄ້າ, ພັດທະນາວິທະຍາສາດແລະເຕັກໂນໂລຊີ ເພື່ອຮັບມືກັບສິ່ງທ້າທາຍຕ່າງໆ ເປັນຕົ້ນບັນຫາກ່ຽວກັບມະນຸດ, ສິ່ງແວດລ້ອມ, ອາຊະຍາກໍາແລະການກໍ່ການຮ້າຍໂດຍສອດຄ່ອງກັບຫຼັກການບັນດຸງ ທີ່ເປັນພື້ນຖານຂອງການສ້າງຕັ້ງຂະບວນການບໍ່ຮ່ວມກຸ່ມ.ພ້ອມກັນນັ້ນ, ທ່ານຍັງເຫັນວ່າ ພວກເຮົາຄວນນຳໃຊ້ຈຸດແຂງຂອງກຸ່ມໃນການຊຸກຍູ້ຂະບວນການສາກົນເພື່ອກຳນົດຢ່າງຈະແຈ້ງ ບັນດາບຸລິມະສິດຂອງປະເທດກໍາລັງພັດທະນາ ໂດຍຮັກສາຄວາມເປັນເອກະພາບ, ຄວາມສາມັກຄີ ແລະ ການມີສ່ວນຂອງທຸກປະເທດສະມາຊິກ ໃນການເຈລະຈາເອກະສານຜົນຂອງກອງປະຊຸມສຸດຍອດເພື່ອອະນາຄົດໃນເດືອນກັນຍາ 2024 ທີ່ອົງການ ສປຊ. ນອກຈາກນັ້ນ, ປະທານສະມັດຊາໃຫຍ່ ອົງການ ສປຊສະໄໝທີ 78 ກໍໄດ້ສະແດງຄວາມເປັນຫ່ວງຕໍ່ບັນຫາຄວາມບໍ່ສະເໝີພາບທີ່ໄດ້ແຜ່ຂະຫຍາຍວົງກວ້າງຂຶ້ນ, ໃນຂະນະທີ່ ຄວາມບໍ່ເຊື່ອໝັ້ນ ແລະການແຂ່ງຂັນທາງດ້ານພູມສາດການເມືອງ ກໍາລັງຂັດຂວາງຄວາມພະຍາຍາມເພື່ອບັນລຸການພັດທະນາແບບຍືນຍົງໃນປີ 2030,ປະເທດສະມາຊິກຂອງຂະບວນການບໍ່ຮ່ວມກຸ່ມມີປະຊາກອນກວມເອົາຫຼາຍກວ່າເຄິ່ງໜຶ່ງຂອງປະຊາກອນໂລກ ຈຶ່ງເຮັດໃຫ້ມີບົດບາດ ແລະ ກໍາລັງແຮງໃນການກໍານົດ ແລະ ນຳພາໂລກຂອງພວກເຮົາໄປສູ່ອະນາຄົດທີ່ປອດໄພ, ຍຸຕິທຳ ແລະຈະເລີນຮຸ່ງເຮືອງສຳລັບໝົດທຸກຄົນ, ພ້ອມນັ້ນກໍໄດ້ແຈ້ງໃຫ້ຊາບກ່ຽວກັບແຜນຈັດກອງປະຊຸມສຸດຍອດເພື່ອອະນາຄົດ ໃນເດືອນກັນຍາ ປີ 2024 ນີ້ ຊຶ່ງຈະປະກອບດ້ວຍ ກອງປະຊຸມປິ່ນອ້ອມລະດັບສູງກ່ຽວກັບ ພື້ນຖານໂຄງລ່າງ, ພະລັງງານ ແລະ ການບໍລິຫານຈັດການໜີ້ສິນແບບຍືນຍົງ ແລະ ໄດ້ເຊື້ອເຊີນໃຫ້ບັນດາປະເທດສະມາຊິກ ສົ່ງຄະນະຜູ້ແທນຂັ້ນສູງເຂົ້າຮ່ວມ ແລະ ປະກອບສ່ວນເຂົ້າໃນການກໍານົດຂອບການຮ່ວມມືໃນຕໍ່ໜ້າ.
ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງນີ້,ທ່ານ ໂພໄຊ ໄຂຄໍາພິທູນ ໄດ້ກ່າວຄໍາເຫັນ ຊຶ່ງໃນນັ້ນໄດ້ເວົ້າເຖິງຄວາມຄືບໜ້າຂອງຂະບວນການບໍ່ຮ່ວມກຸ່ມ ໃນທ່າມກາງສະພາບແວດລ້ອມສາກົນມີການປ່ຽນແປງຫຼາຍໆດ້ານ ມີທັງໂອກາດ ແລະ ສິ່ງທ້າທາຍໃໝ່ຫຼາຍຢ່າງ ອັນໄດ້ກໍ່ໃຫ້ເກີດຄຳຖາມກ່ຽວກັບບົດບາດ ແລະ ອິດທິພົນຂອງກຸ່ມ. ສະນັ້ນ, ຈຶ່ງມີຄວາມຈຳເປັນສຳລັບປະເທດສະມາຊິກ ທີ່ຕ້ອງສືບຕໍ່ຍົກສູງຫຼັກການບັນດຸງ ເພື່ອຮັບປະກັນຄວາມໜ້າເຊື່ອຖື ແລະ ບົດບາດຂອງກຸ່ມ ເພື່ອຮັບມືກັບສະພາບການຂອງໂລກໃນປັດຈຸບັນ ເປັນຕົ້ນແມ່ນຄວາມເຄັ່ງຕຶງດ້ານພູມສາດການເມືອງ, ການປະທະກັນດ້ວຍກໍາລັງອາວຸດ, ການລະເມີດອະທິປະໄຕ ແລະ ການແຊກແຊງຈາກພາຍນອກ. ພ້ອມກັນນັ້ນ, ສິ່ງທ້າທາຍຕ່າງໆຍັງໄດ້ຖ່ວງດຶງຄວາມຄືບໜ້າແລະຜົນສໍາເລັດທີ່ບັນລຸໄດ້ໃນຫຼາຍທົດສະຫວັດທີ່ຜ່ານມາ ກໍຄືຜົນກະທົບຕໍ່ການຈັດຕັ້ງປະຕິບັດບຸລິມະສິດການພັດທະນາປະເທດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ.ຕໍ່ສະພາບການດັ່ງກ່າວ, ທ່ານຮອງລັດຖະມົນຕີໄດ້ສະເໜີໃຫ້ກຸ່ມຄວນຊອກຫາວິທີທາງທີ່ມີປະສິດທິພາບ ເພື່ອແກ້ໄຂສິ່ງທ້າທາຍຕ່າງໆ ແລະ ຍົກສູງບົດບາດອິດທິພົນຂອງກຸ່ມໃນເວທີສາກົນ. ນອກຈາກນັ້ນ ທ່ານຍັງໄດ້ແຈ້ງໃຫ້ກຸ່ມຊາບກ່ຽວກັບ ການຮັບໜ້າທີ່ເປັນປະທານ ອາຊຽນ ຂອງ ສປປ ລາວ ໃນປີ 2024 ນີ້ ພ້ອມທັງຂໍການສະໜັບສະໜູນຈາກບັນດາປະເທດສະມາຊິກຂອງກຸ່ມຕໍ່ຄວາມພະຍາຍາມຂອງ ອາຊຽນໃນການສົ່ງເສີມສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ໃນການເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານຮອງລັດຖະມົນຕີ ຍັງໄດ້ພົບປະສອງຝ່າຍກັບບາງປະເທດສະມາຊິກ ແລະ ຫ້ອງການ ສປຊ ສໍາລັບການຮ່ວມມືໃຕ້-ໃຕ້.

ກອງປະຊຸມສຸດຍອດ ຂະບວນການບໍ່ຮ່ວມກຸ່ມ ຄັ້ງທີ 19 ໄດ້ຮັບຜົນສຳເລັດຢ່າງຈົບງານ ໂດຍສະເພາະປະເທດສະມາຊິກທັງໝົດໄດ້ຮ່ວມກັນ ຮັບຮອງເອົາ 4 ເອກະສານສໍາຄັນຄື: (1) ເອກະສານຜົນກອງປະຊຸມສຸດຍອດ, (2) ຖະແຫຼງການ ກໍາປາລາ, (3) ຖະແຫຼງການລັດຖະມົນຕີກຸ່ມກ່ຽວກັບ ບັນຫາປາແລັສຕິນ ແລະ (4) ເອກະສານສະແດງຄວາມຂອບໃຈປະເທດເຈົ້າພາບ. ພິເສດກອງປະຊຸມຄັ້ງນີ້ ໄດ້ຮັບເອົາປະເທດ ຊູດັງໃຕ້ ເຂົ້າເປັນປະເທດສະມາຊິກໃໝ່ ທີ 121 ຂອງກຸ່ມ. ສໍາລັບເອກະສານດັ່ງກ່າວແມ່ນເປັນຜົນຂອງການເຈລະຈາຢູ່ໃນກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສ ທີ່ຈັດຂຶ້ນໃນວັນທີ 15-16 ມັງກອນ ແລະ ກອງປະຊຸມລະດັບລັດຖະມົນຕີ ວັນທີ 17-18 ມັງກອນຊຶ່ງໃນນັ້ນ ສໍາລັບເອກະສານຜົນກອງປະຊຸມສຸດຍອດ, ຄະນະຜູ້ແທນ ສປປ ລາວ ໃນນາມປະທານ ອາຊຽນ ໄດ້ນໍາສະເໜີເນື້ອໃນ ແລະ ສະແດງຈຸດຢືນຂອງອາຊຽນ ຕໍ່ກັບເນື້ອໃນທີ່ຕິດພັນກັບພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.
ຂ່າວ-ພາບ:ກະຊວງການຕ່າງປະເທດ
ຂ່າວ-ພາບ:ກະຊວງການຕ່າງປະເທດ