ກອງປະຊຸມເຜີຍແຜ່ຂໍ້ມູນການປູກຖ່າຍໄຂ່ຫຼັງຈາກຜູ້ບໍລິຈາກທີ່ມີຊີວິດໃນ ສປປ ລາວ ໄດ້ຈັດຂຶ້ນໃນວັນທີ 3 ຕຸລານີ້ ທີ່ໂຮງໝໍມິດຕະພາບໂດຍພາຍໃຕ້ການເປັນປະທານຮ່ວມຂອງທ່ານ ສອນໄຊ ລາດຊະວົງ ຜູ້ອຳນວຍການໂຮງໝໍມິດຕະພາບ,ມີທ່ານ ສຸລະສັກ ກັນຕະຊຸເວດສີລິ ຫົວໜ້າສູນປູກຖ່າຍອະໄວຍະວະ ໂຮງໝໍຣາມາທິບໍດີປະເທດໄທ,ທ່ານ ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດ,ທ່ານ ວັນລ່ຽມ ບົວລະວົງ ຄະນະກຳມະການສະພາຄຸ້ມຄອງວິຊາຊີບປິ່ນປົວ,ຫ້ອງການກະຊວງສາທາລະນະສຸກ, ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂດຍປະຕິບັດຕາມບົດບັນທຶກຄວາມເຂົ້າໃຈລະຫວ່າງໂຮງໝໍມິດຕະພາບ ແລະ ຄະນະແພດສາດໂຮງໝໍຣາມາທິບໍດີ ມະຫາວິທະຍາໄລມະຫິດົນປະເທດໄທ ວ່າດ້ວຍການຮ່ວມມືທາງດ້ານວິຊາການ ແລະ ການຄົ້ນຄວ້າ.ສະນັ້ນ, ໂຮງໝໍມິດຕະພາບຈຶ່ງໄດ້ຈັດກອງປະຊຸມດັ່ງກ່າວຂຶ້ນຈຸດປະສົງຄື: 1.ເພື່ອລົງນາມເຊັນຂໍ້ຕົກລົງແຜນກິດຈະກຳຮ່ວມມືກັນລະຫວ່າງໂຮງໝໍມິດຕະພາບ ແລະ ຄະນະແພດສາດໂຮງໝໍຣາມາທິບໍດີ ມະຫາວິທະຍາໄລມະຫິດົນປະເທດໄທ; 2. ເພື່ອເຜີຍແຜ່ການໃຫ້ຂໍ້ມູນການປູກຖ່າຍໄຂ່ຫຼັງຈາກຜູ້ບໍລິຈາກທີ່ມີຊີວິດ.
ຂ່າວ: ສູນຂ່າວສານການແພດສຸຂະສຶກສາ