ໂດຍ: ສຳນານ ພົມພັກດີ
ວຽກງານປຸກລະດົມບໍລິຈາກເລືອດ ແລະ ຕອບສະໜອງເລືອດທີ່ປອດໄພແມ່ນໜຶ່ງໃນບັນດາວຽກງານທີ່ສຳຄັນ ແລະ ຈໍາເປັນທີ່ຈະຕ້ອງໄດ້ອາໄສທ່າແຮງທົ່ວສັງຄົມປະກອບສວ່ນຊ່ວຍກັນ ຊຶ່ງໃນໄລຍະປີຜ່ານມາ, ປະເທດຂອງພວກເຮົາໄດ້ຮັບຜົນກະທົບຈາກການລະບາດ ຂອງພະຍາດອັກເສບປອດຈາກເຊື້ອຈຸລະໂຣກສາຍພັນໃໝ່ໂຄວິດ-19 ຊຶ່ງໄດ້ເຮັດໃຫ້ຫຼາຍຂະແໜງການໄດ້ຮັບຜົນກະທົບໃນການປະຕິບັດວຽກງານ, ໃນນັ້ນຂະບວນການປຸກລະດົມບໍລິຈາກເລືອດແບບສະໝັກໃຈບໍ່ຮຽກຮ້ອງສິ່ງຕອບລວມທັງບັນດາສູນເລືອດທົ່ວປະເທດກໍໄດ້ຮັບຜົນກະທົບເຊັ່ນກັນ.
ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ກ່າວໃນກອງປະຊຸມສະຫລຸບ ແລະ ວາງແຜນປຸກລະດົມບໍລິຈາກເລືອດຮອດປີ 2025 ພາກສ່ວນນະຄອນ ຫຼວງວຽງຈັນເມື່ອບໍ່ດົນມານີ້ວ່າ: ຂະບວນການບໍລິຈາກເລືອດພວກເຮົາກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດຢ່າງຕັ້ງໜ້າຮ່ວມກັບການຈັດຕັ້ງຂັ້ນຕ່າງໆ ໂດຍສະພາະກໍແມ່ນຢູ່ບັນດາເມືອງ ແລະ ພະແນກການຕ່າງໆໃນທົ່ວນະຄອນຫຼວງວຽງຈັນ ກໍໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ມີຜົນສຳເລັດແຕ່ອີງໃສ່ຄວາມຮຽກຮ້ອງຕ້ອງການເລືອດ ເພື່ອນຳໃຊ້ເຂົ້າໃນການປິ່ນປົວຄົນເຈັບ ເຫັນວ່ານັບມື້ນັບເພີ່ມສູງຂຶ້ນເລື້ອຍໆເພາະຈຳນວນຄົນເຈັບທີ່ຕ້ອງການນໍາໃຊ້ເລືອດ ສ່ວນໃຫຍ່ແມ່ນແມ່ຍິງ ທີ່ໄດ້ຮັບຜົນກະທົບຈາກການເກີດລູກ, ອຸບັດເຫດ, ການຜ່າຕັດ, ໄຂ້ເລືອດອອກ, ເດັກນ້ອຍທີ່ເປັນພະຍາດເລືອດຈາງຂັ້ນຮ້າຍແຮງ, ໄຂ້ເລືອດອອກ ແລະ ລວມທັງຄົນເຈັບທີ່ເປັນພະຍາດມະເຮັງ, ໄຂ່ຫຼັງຊຸດໂຊມ, ຂາດເລືອດມາແຕ່ກໍາເນີດ, ອຸບັດເຫດສຸກເສີນຈາກໄພທາງທໍາມະຊາດ ແລະ ອື່ນໆ. ເຖິງແມ່ນວ່າ ຄວາມຕ້ອງການເລືອດເປັນສິ່ງສໍາຄັນກໍຕາມ ແຕ່ການໄດ້ຮັບເລືອດ ແລະ ຜະລິດເລືອດຈາກເລືອດທີ່ມີຄຸນນະພາບ ແລະ ປອດໄພ ຍັງປະສົບກັບບັນຫາ, ຍັງບໍ່ທັນພຽງພໍກັບຄວາມຕ້ອງການ ແລະ ຍັງເປັນສິ່ງທ້າທາຍໃນດ້ານການປຸກລະດົມບໍລິຈາກເລືອດ ເພື່ອໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້.
ທ່ານກ່າວຕື່ມວ່າ: ການຮ່ວມກັນເຮັດວຽກງານປຸກລະດົມບໍລິຈາກເລືອດແມ່ນມີຄວາມໝາຍທີ່ສຸດຕໍ່ວຽກງານມະນຸດສະທຳ ເວົ້າລວມ ເວົ້າສະເພາະ ກໍແມ່ນຜູ້ຖືກເຈັບເປັນທີ່ນອນປິ່ນປົວຢູ່ຕາມໂຮງໝໍແຫ່ງຕ່າງໆ ຖືວ່າແມ່ນມີຄວາມຈໍາເປັນທີ່ສຸດ ເພື່ອຊ່ວຍກອບກູ້ເອົາຊີວິດຂອງບັນດາຄົນເຈັບເຫຼົ່ານັ້ນ ຍ້ອນວ່າບໍ່ມີຢາ ຫຼື ສານອັນໃດ ໃນປັດຈຸບັນ ທີ່ເອົາມາປ່ຽນແທນການສົ່ງເລືອດໄດ້ເທື່ອ. ສະນັ້ນ ການປຸກລະດົມການບໍລິຈາກເລືອດແມ່ນຕ້ອງໄດ້ ດໍາເນີນໄປຢ່າງຕໍ່ເນື່ອງ, ມີແຜນການ, ມີເປົ້າໝາຍ ແລະ ມີຈຸດສຸມ. ສະນັ້ນ, ຈຶ່ງຮຽກຮ້ອງພາກສ່ວນຕ່າງໆໃນນະຄອຫຼວງວຽງຈັນ ໂດຍສະເພາະໃຫ້ຄະນະນໍາ 9 ຕົວເມືອງ ແລະ ພະແນກການຕ່າງໆອ້ອມຂ້າງນະຄອນຫຼວງວຽງຈັນ ເປັນເຈົ້າການໃນການນໍາພາຂະບວນການປຸກລະດົມບໍລິຈາກເລືອດໃນຂອບເຂດຄວາມຮັບຜິດຊອບຂອງຕົນ, ມີການມອບໝາຍ, ກຳນົດຄາດໝາຍສູ້ຊົນ ແລະ ສ້າງໃຫ້ເປັນຂະບວນການທີ່ຟົດຟື້ນຕິດພັນກັບ ຂະບວນການຮັກຊາດ ແລະ ພັດທະນາ, ເປັນເຈົ້າການໃນການສຶກສາອົບຮົມ ການເມືອງແນວຄິດໃນຖັນແຖວພະນັກງານ-ລັດຖະກອນ ແລະ ມວນຊົນທົ່ວໄປ ໃນການປະກອບສ່ວນບໍລິຈາກເລືອດຊ່ວຍຊີວິດຢ່າງເປັນປົກກະຕິ, ເປັນເຈົ້າການລະດົມທຸກພາກສ່ວນຂອງສັງຄົມ ແລະ ນໍາພາສ້າງກິດຈະກຳປຸກລະດົມບໍລິຈາກເລືອດຢ່າງມີແຜນການ ແລະ ມີສີສັນຫຼາຍຮູບແບບ, ນໍາໃຊ້ຂະບວນການຂອງ 3 ອົງການຈັດຕັ້ງມະຫາຊົນ ເປັນເຈົ້າການໃນການປຸກລະດົມບໍລິຈາກເລືອດ, ນໍາໃຊ້ພາຫະນະສື່ມວນຊົນທຸກຂະແໜງການໃນການໂຄສະນາປຸກລະດົມການບໍລິຈາກເລືອດໃຫ້ເລີກເຊິ່ງ, ກວ້າງຂວາງ ແລະ ຫຼາຍຮູບແບບ, ອົງການກາແດງນະຄອນຫຼວງວຽງຈັນ ເປັນເຈົ້າການໃນການປະສານງານກັບບັນດາເມືອງ ແລະພະແນກການຕ່າງໆອ້ອມຂ້າງນະຄອນຫຼວງວຽງຈັນ ໃນການສ້າງຂະບວນການ ແລະ ກຳນົດວັນເວລາຮັບບໍລິຈາກເລືອດຕາມແຜນການທີ່ວາງໄວ້.
ໃນປີ 2022 ຕາມແຜນການທົ່ວປະເທດຕ້ອງບັນລຸ 68.000 ຖົງ, ແຕ່ປະຕິບັດໄດ້ທັງໝົດ 67.017 ຖົງ, ຖ້າທຽບໃສ່ແຜນການແມ່ນຫຼຸດແຜນການ 983 ຖົງ (ບັນລຸ 98,5%). ໃນນີ້ ກໍມີຫຼາຍພາກສ່ວນໃນນະຄອນຫຼວງວຽງຈັນໄດ້ປະກອບສ່ວນໃນຂະບວນການປຸກລະດົມບໍລິຈາກເລືອດ, ປີ 2023 ທົ່ວປະເທດຕ້ອງໃຫ້ບັນລຸ 73.000 ຖົງ. ມາຮອດ 8 ເດືອນ, ສາມາດຮັບບໍລິຈາກເລືອດໄດ້ທັງໝົດ 47.316 ຖົງ ບັນລຸ 65% ຂອງແຜນການປີ ແລະ ຈະຕ້ອງສືບຕໍ່ສູ້ຊົນໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້. ໃນຂະນະດຽວກັນ ເພື່ອຕອບສະໜອງເລືອດໃຫ້ພຽງພໍກັບຄວາມຕ້ອງການຂອງເຈັບທີ່ເພີ່ມຂຶ້ນ, ໃນປີ 2024 ສະຖາບັນເລືອດແຫ່ງຊາດ ແລະ ສູນເລືອດແຂວງໄດ້ມີແຜນການວາງຕົວເລກເປົ້າໝາຍສູ້ຊົນທົ່ວປະເທດຕ້ອງບັນລຸ 78.000 ຖົງ ແລະ ປີ 2025 ໃຫ້ບັນລຸ 80.400 ຖົງ ໂດຍໄດ້ຈັດແບ່ງໃຫ້ແຕ່ລະແຂວງທົ່ວປະເທດໄດ້ຈັດຕັ້ງປະຕິບັດຮ່ວມກັນ.