ໂດຍ: ວັນເພັງ
ປັດຈຸບັນ, ກະຊວງສາທາລະນະສຸກ ແລະ ພາກສ່ວນທີ່ກ່ຽວຂ້ອງໄດ້ອອກລະບຽບຕໍ່ຜູ້ທີ່ລະເມີດການສູບຢາໃນເຂດຫ້າມສູບຢາ ບໍ່ວ່າຈະເປັນຢາສູບທົ່ວໄປ ຫຼືຢາສູບໄຟຟ້າ ຈະຖືກປັບໃໝສູງ 400.000 ກີບ. ພ້ອມນີ້, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກຍັງໄດ້ອອກກົດລະບຽບວ່າດ້ວຍການຄວບຄຸມຢາສູບ (ສະບັບປຸບປຸງ) ປີ 2021 ໃນມາດຕາຕ່າງໆກ່ຽວກັບຢາສູບ.
ໃນກົດໝາຍສະບັບດັ່ງກ່າວ ບາງມາດຕາໃຫ້ຮູ້ວ່າ: ຕໍ່ມາດຕາ 2 ການຄວບຄຸມຢາສູບຊຶ່ງໄດ້ນິຍາມວ່າ: ຢາສູບແມ່ນຜະລິດຕະພັນທີ່ຖືກປຸງແຕ່ງຈາກໃບຢາສູບທັງໝົດ, ບາງສ່ວນ ແລະ ຜະລິດຕະພັນຢາສູບຮູບແບບອື່ນທີ່ມີສານນິໂຄຕິນເປັນສ່ວນປະກອບຊຶ່ງເປັນທາດເບື່ອ ແລະ ເປັນສິ່ງເສບຕິດ.ການຄວບຄຸມຢາສູບ ແມ່ນການນໍາໃຊ້ມາດຕະການໃນການຄຸ້ມຄອງ,ຕິດຕາມ,ກວດກາ, ການຜະລິດ, ນຳເຂົ້າ, ສົ່ງອອກ,ຈໍາໜ່າຍ, ຊື້-ຂາຍ, ໂຄສະນາ, ສົ່ງເສີມ ແລະ ອຸປະຖໍາຜະລິດຕະພັນຢາສູບ, ພິມຄຳເຕືອນສຸຂະພາບ, ສະຫຼາກ, ສະຖານທີ່ຫ້າມສູບຢາ ແລະ ການນຳໃຊ້ມາດຕະການອື່ນໆ ເພື່ອຫຼຸດຜ່ອນການຊົມໃຊ້ຢາສູບ, ຜົນຮ້າຍທີ່ເກີດຈາກການຊົມໃຊ້ຜະລິດຕະພັນຢາສູບ ແລະ ການໄດ້ຮັບຄັວນຢາສູບມືສອງ. ໃນນັ້ນຕໍ່ໝວດທີ 2 ຜົນຮ້າຍຂອງຢາສູບ, ໃນມາດຕາ 13 ຜົນຮ້າຍຕໍ່ສຸຂະພາບຄື: ການຊົມໃຊ້ຢາສູບມີຜົນຮ້າຍຕໍ່ສຸຂະພາບຂອງຜູ້ຊົມໃຊ້ຢາສູບ ແລະ ຜູ້ໄດ້ຮັບຄັວນຢາສູບມືສອງ ໂດຍສະເພາະແມ່ຍິງ ແລະ ເດັກນ້ອຍຊຶ່ງມີຄວາມສ່ຽງໃນການເປັນພະຍາດຮ້າຍແຮງເຊັ່ນ: ພະຍາດມະເຮັງປອດ,ພະຍາດຫົວໃຈ-ເສັ້ນເລືອດ,ເສັ້ນເລືອດໃນສະໝອງຕີບ, ຕັນ, ແຕກ,ລະບົບຫາຍໃຈຊໍາເຮື້ອ, ລະບົບລະລາຍ, ລະບົບປະສາດ, ເບົາຫວານ, ຄວາມດັນເລືອດສູງ ແລະ ພະຍາດອື່ນໆຊຶ່ງນຳໄປສູ່ການເປັນພິການຂອງອະໄວຍະວະໃດໜຶ່ງ ແລະ ເສຍຊີວິດກ່ອນໄວອັນຄວນ. ຕໍ່ມາດຕາ 14 ຜົນກະທົບຕໍ່ຄອບຄົວ ການຊົມໃຊ້ຢາສູບມີຜົນກະທົບທາງລົບຕໍ່ສະມາຊິກຄອບຄົວເປັນຕົ້ນ ແມ່ຍິງ, ເດັກນ້ອຍ. ພ້ອມນັ້ນ, ຄອບຄົວຍັງໄດ້ຈ່າຍເງິນເຂົ້າໃນການຊື້ຢາສູບ ແລະ ປິ່ນປົວພະຍາດທີ່ເກີດຂຶ້ນເປັນການເພີ່ມພາລະແບກຫາບຂອງຄອບຄົວ, ຕໍ່ມາດຕາ 15ຜົນກະທົບຕໍ່ເສດຖະກິດ-ສັງຄົມ ແລະ ສິ່ງແວດລ້ອມ, ການຊົມໃຊ້ຢາສູບເປັນການທໍາລາຍສຸຂະພາບຂອງຜູ້ອອກແຮງງານ, ຜູ້ຜະລິດທັງເປັນການເພີ່ມຄ່າໃຊ້ຈ່າຍທີ່ບໍ່ຈຳເປັນຊຶ່ງເປັນຜົນກະທົບທາງລົບຕໍ່ເສດຖະກິດ-ສັງຄົມຂອງຊາດ ແລະ ເປັນການທຳລາຍສິ່ງແວດລ້ອມ.ໃນນັ້ນ, ຕໍ່ມາດຕາ 16 ການຄວບຄຸມການຜະລິດ ການຜະລິດຢາສູບແບບອຸດສາຫະກຳ ແລະ ຫັດຖະກຳຢູ່ ສປປ ລາວ ຕ້ອງຢູ່ພາຍໃຕ້ການຄວບຄຸມ, ຄຸ້ມຄອງ, ຕິດຕາມ, ກວດກາວຽກງານຄວບຄຸມຢາສູບເປັນຕົ້ນ ມາດຕະຖານການຜະລິດ, ວັນ, ເດືອນ, ປີຜະລິດ, ຕິດສະແຕມອາກອນ, ການຕິດຄຳເຕືອນສຸຂະພາບ ແລະ ສະຫຼາກ. ສຳລັບມາດຕາ 18 ການຄວບຄຸມການຈຳໜ່າຍ ແລະ ຊື້-ຂາຍຜະລິດຕະພັນຢາສູບທີ່ຈໍາໜ່າຍ, ຊື້-ຂາຍຢູ່ ສປປ ລາວຕ້ອງມີຄຳເຕືອນສຸຂະພາບ ແລະ ສະຫຼາກ, ວັນ, ເດືອນ, ປີຜະລິດ, ຕິດສະແຕມອາກອນ ຫຼືສະແຕມພາສີຕາມລະບຽບກົດໝາຍທີ່ກ່ຽວຂ້ອງ. ພ້ອມນັ້ນ, ການຈຳໜ່າຍ,ຊື້-ຂາຍ ລວມທັງການຂາຍຍົກ-ຂາຍຍ່ອຍ ຕ້ອງໄດ້ຮັບການອະນຸຍາດຈາກຂະແໜງອຸດສາຫະກຳ ແລະ ການຄ້າ ໂດຍປະສານສົມທົບກັບຂະແໜງສາທາລະນະສຸກ.ຕໍ່ມາດຕາ 32 ສະຖານທີ່ຫ້າມສູບຢາທັງພາຍໃນ ແລະ ນອກອາຄານມີ: ສະຖານທີ່ບໍລິການສາທາລະນະສຸກ; ສະຖານທີ່ການສຶກສາ; ສະຖານທີ່ຫຼິ້ນກິລາ; ພາຍໃນພາຫະນະໂດຍສານສາທາລະນະທາງບົກ, ທາງນໍ້າ ແລະ ທາງອາກາດ; ສະຖານທີ່ມີເຊື້ອໄຟ ແລະ ວັດຖຸອັນຕະລາຍ; ສວນສາທາລະນະ, ຫໍພິພິພິທະພັນ, ຫໍວັດທະນະທຳ, ໂຮງມະໂຫລະສົບ, ໂຮງລະຄອນ, ໂຮງກາຍະສິນ, ໂຮງຮູບເງົາ, ສາສະນະສະຖານ, ປູສະນິຍະສະຖານ, ອະນຸສອນສະຖານ ແລະ ສະໂມສອນ; ສະຖານທີ່ອື່ນໆ ທີ່ມີປ້າຍຫ້າມສູບຢາ ແລະ ສະຖານທີ່ປອດຄັວນຢາສູບ, ຕໍ່ມາດຕາ 60 ມາດຕະການຕໍ່ຜູ້ລະເມີດບຸກຄົນ, ນິຕິບຸກຄົນ ຫຼືການຈັດຕັ້ງທີ່ໄດ້ລະເມີດໃນກົດໝາຍເປັນຕົ້ນການສົ່ງຜະລິດຕະພັນ, ການນຳເຂົ້າ, ການສົ່ງອອກ, ການຈຳໜ່າຍ, ຊື້-ຂາຍຜະລິດຕະພັນຢາສູບໂດຍບໍ່ໄດ້ຮັບອະນຸຍາດ, ສູບຢາໃນສະຖານທີ່ຫ້າມສູບຢາ, ໂຄສະນາຜະລິດຕະພັນຢາສູບທຸກຮູບແບບ, ບໍ່ພິມຄຳເຕືອນສຸຂະພາບ,ສະຫຼາກ, ບໍ່ມອບພັນທະເຂົ້າໃນກອງທຶນຢາສູບຕາມທີ່ກຳນົດໄວ້ໃນກົດໝາຍຈະຖືກສຶກສາອົບຮົມ,ກ່າວເຕືອນ, ລົງວິໄນ, ປັບໃໝ ແລະ ອັດຕາການປັບໃໝໄດ້ກໍານົດໄວ້ໃນລະບຽບການຕ່າງຫາກ.
ສະນັ້ນ, ຢາສູບບໍ່ພຽງແຕ່ເປັນອັນຕະລາຍຕໍ່ຜູ້ທີ່ສູບເທົ່ານັ້ນ ຍັງເປັນອັນຕະລາຍຕໍ່ຄົນອ້ອມຂ້າງ, ຕໍ່ສະພາບແວດລ້ອມ ແລະ ອື່ນໆ. ພ້ອມນັ້ນ, ຖ້າທ່ານລະເມີດລະບຽບການຕ່າງໆທີ່ກ່ຽວຂ້ອງໃນກົດໝາຍຄວບຄຸມຢາສູບກໍຈະຖືກຕັກເຕືອນ, ປັບໃໝຕາມລະບຽບການທີ່ກຳນົດໄວ້.