ກະຊວງສາທາລະນະສຸກ ໄດ້ເລີ່ມຂະບວນການຮັບວັກຊິນກັນພະຍາດໝາກແດງໃຫຍ່ ແລະໝາກແດງນ້ອຍ ໃນທົ່ວປະເທດ ເພື່ອໃຫ້ການປ້ອງກັນແກ່ກຸ່ມເດັກນ້ອຍອາຍຸຕ່ຳກວ່າ 5 ປີຊຶ່ງຂະບວນການດັ່ງກ່າວແມ່ນໄດ້ຖືກຈັດຕັ້ງປະຕິບັດຂຶ້ນໃນໄລຍະຂອງສັບປະດາສັກຢາກັນພະຍາດສາກົນ (World Immunization Week) 2024 ແລະ ເນັ້ນໜັກໃຫ້ເຫັນເຖິງຄວາມສຳຄັນຂອງວັກຊິນ ໃນການຮັກສາຊີວິດຂອງເດັກນ້ອຍອີກເຊັ່ນດຽວກັນ.ຂະບວນການໃຫ້ວັກຊິນດັ່ງກ່າວຈະຖືກຈັດຕັ້ງປະຕິບັດໃນ ສປປ ລາວ ແຕ່ ວັນທີ 20-31 ພຶດສະພາ 2024 ຊຶ່ງມີຈຸດປະສົງໃນການຊ່ວຍສະກັດກັ້ນການແຜ່ລະບາດຂອງ ພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ໃນ ສປປ ລາວ. ຂະບວນການໃຫ້ວັກຊິນນີ້ແມ່ນມີຄວາມສຳຄັນເປັນພິເສດ ເພາະໃນປັດຈຸບັນໄດ້ມີການເພີ່ມຂຶ້ນຂອງກໍລະນີພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍໃນທົ່ວໂລກ ເນື່ອງຈາກມີອັດຕາການສັກຢາກັນພະຍາດຕໍ່າລົງໃນກຸ່ມເດັກນ້ອຍ.
ທ່ານ ນາງ ຈັນໃສ ປັດທໍາມະວົງຮອງຂະແໜງກັນພະຍາດດ້ວຍວັກຊິນແຫ່ງຊາດສູນສຸຂະພາບແມ່ແລະເດັກ ກົມອະນາໄມແລະສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກໄດ້ໃຫ້ຮູ້ສະພາບລວມກ່ຽວກັບການເຝົ້າລະວັງພະຍາດໝາກແດງໃຫຍ່-ໝາກແດງນ້ອຍ ແລະ ຄວາມສໍາຄັນຂອງຂະບວນການສັກວັກຊິນ(ວສຊ) ວ່າ: ພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍ ເປັນພະຍາດທີ່ເກີດຈາກເຊື້ອໄວຣັດຊະນິດໜຶ່ງ ຊຶ່ງອັດຕາການແຜ່ເຊື້ອແມ່ນໄວຖ້າຫາກວ່າພະຍາດດັ່ງກ່າວຫາກເຂົ້າໄປໃນກຸ່ມຊຸມຊົນໃດໜຶ່ງຫຼືບຸກຄົນ ແມ່ນຈະເຮັດໃຫ້ຜູ້ທີ່ຮັບການຕິດເຊື້ອມີຄວາມສ່ຽງອັນຕະລາຍຈາກການເສຍຊີວິດ ຖ້າບໍ່ໄດ້ຮັບການປິ່ນປົວໃຫ້ທັນເວລາ, ເຮັດໃຫ້ເກີດມີອາການສົນຕາມມາ ຖ້າບໍ່ມີການໂຕ້ຕອບຢ່າງທັນການ ສະນັ້ນ, ການສັກວັກຊິນກັນໝາກແດງແມ່ນມີຄວາມປອດໄພ ວັກຊິນກໍມີປະສິດທິພາບສູງ ຊຶ່ງວ່າວັກຊິນທີ່ນໍາໃຊ້ໃນ ສປປ ລາວ ໄດ້ຜ່ານການກັ່ນຕອງໄດ້ຮັບອະນຸຍາດຈາກອົງການອະນາໄມໂລກ. ພະຍາດໝາກແດງໃຫຍ່ແມ່ນເປັນພະຍາດຕິດເຊື້ອທີ່ເກີດຈາກໄວຣັດທີ່ມີອັດຕາການແຜ່ເຊື້ອສູງແລະເປັນສາເຫດໜຶ່ງທີ່ສໍາຄັນຂອງການເຈັບປ່ວຍ ແລະ ມີອັດຕາການຕາຍໃນໄວເດັກເຊັ່ນ: ຄວາມຈຳເສື່ອມ, ຕາບອດ, ແລະ ພະຍາດອື່ນໆທີ່ກ່ຽວກັບການເບິ່ງເຫັນ, ເຊື້ອໄວຣັດຂອງພະຍາດໝາກແດງໃຫຍ່ແຜ່ກະຈາຍຜ່ານລະອອງຝອຍໃນອາກາດ ຫຼື ຈາກການສໍາຜັດໂດຍກົງກັບບັນດາສານຄັດຫຼັ່ງຈາກດັງແລະຮູຄໍຂອງຜູ້ຕິດເຊື້ອ ເຖິງວ່າຈະມີຢາວັກຊິນທີ່ປອດໄພ, ມີປະສິດທິພາບແລະລາຄາບໍ່ແພງກໍຕາມ, ພະຍາດໝາກແດງໃຫຍ່ຍັງຄົງເປັນສາເຫດສຳຄັນຂອງການເສຍຊີວິດທີ່ສາມາດປ້ອງກັນໄດ້ໃນທົ່ວໂລກໃນບັນດາເດັກນ້ອຍ ຊຶ່ງອາການເບື້ອງຕົ້ນ (prodrome) ຂອງພະຍາດໝາກແດງໃຫຍ່ ໂດຍທົ່ວໄປແລ້ວປະກອບມີ ໄຂ້, ອິດເມື່ອຍ, ໄອ, ເຍື່ອຕາອັກເສບ (ຕາແດງ)ແລະດັງອັກເສບ/ເປັນຫັວດ (ຂີ້ມູກຍ້ອຍ) ລັກສະນະຜື່ນແດງ (maculopapular) ຈະປະກົດຂຶ້ນພາຍໃນ 2 ຫາ 4 ມື້ຫຼັງຈາກເລີ່ມມີອາການຂອງພະຍາດ. ອາການແຊກຊ້ອນຂອງພະຍາດຫມາກແດງໃຫຍ່ປະກອບມີຖອກທ້ອງ, ຫູກາງອັກເສບ (otitis media), ກ່ອງສຽງອັກເສບ (croup), ປອດອັກເສບແລະເຍື່ອຫຸ້ມສະໝອງອັກເສບ (encephalitis)ອາການ ປອດອັກເສບ, ຖອກທ້ອງ, ແລະກ່ອງສຽງອັກເສບ ເປັນສາເຫດສ່ວນໃຫຍ່ໃນການເສຍຊີວິດ. ໃນປະເທດທີ່ກໍາລັງພັດທະນາ, ອັດຕາການເສຍຊີວິດຂອງເດັກນ້ອຍອາດສູງເຖິງ 5-10%. ສໍາລັບພະຍາດໝາກແດງນ້ອຍ ແມ່ນພະຍາດຕິດຕໍ່ໄວຣັດຊະນິດໜຶ່ງທີ່ຕິດຕໍ່ໄວ ແລະ ປົກກະຕິແລ້ວຈະມີຄວາມຮຸນແຮງລະດັບປານກາງພະຍາດນີ້ຕິດຕໍ່ຜ່ານທາງເດີນຫາຍໃຈໄປຫາຄົນທີ່ອ່ອນແອ ທີ່ສໍາຜັດໂດຍກົງກັບຜູ້ຕິດເຊື້ອທີ່ຈາມຫຼືໄອ, ພະຍາດໝາກແດງນ້ອຍມີອາການຄ້າຍຄືກັນກັບພະຍາດໝາກແດງໃຫຍ່ເຊັ່ນ: ໄຂ້, ອິດເມື່ອຍ, ເຍື່ອເມືອກຕາອັກເສບເລັກນ້ອຍໃນໄວລຸ້ນແລະຜູ້ໃຫຍ່, ມັນສາມາດເຮັດໃຫ້ເກີດພະຍາດຂໍ້ອັກເສບແລະເຍື່ອຫຸ້ມສະໝອງອັກເສບ ຊຶ່ງໄລຍະການບົ່ມເຊື້ອແມ່ນແຕ່ 12 ຫາ 23 ວັນ, ໂດຍສະເລ່ຍແມ່ນຢູ່ທີ່ 18 ວັນ;ໃນແມ່ຍິງຖືພາ, ເຊື້ອໄວຣັດສາມາດແຜ່ເຊື້ອ ແລະຕິດຕໍ່ໄປຍັງລູກໃນທ້ອງໃນມົດລູກຜ່ານທາງສາຍແຮ່ໄດ້; ເດັກທີ່ເປັນພະຍາດໝາກແດງນ້ອຍມາແຕ່ກຳເນີດອາດຈະຂັບຖ່າຍເຊື້ອໄວຣັດດັ່ງກ່າວອອກຜ່ານທາງສານຄັດຫຼັ່ງ ແລະປັດສະວະ ເປັນເວລາ 1 ປີ ຫຼື ອາດຈະດົນກ່ອນນັ້ນ, ການຕິດເຊື້ອໝາກແດງນ້ອຍຂອງແມ່ໃນເວລາຖືພາໃນໄລຍະທໍາອິດ ສາມາດສົ່ງຜົນກະທົບຕໍ່ລູກໃນທ້ອງຢ່າງຮຸນແຮງແລະສາມາດເຮັດໃຫ້ເກີດການຫຼຸລູກໄດ້, ການເສຍຊີວິດຂອງລູກໃນໄລຍະຖືພາ ຫຼື ມີພາວະພິການລວມກັນຊຶ່ງເອີ້ນວ່າພະຍາດໝາກແດງນ້ອຍແຕ່ກໍາເນີດ (CRS); ພະຍາດໝາກແດງນ້ອຍເປັນສາເຫດຫຼັກທີ່ກໍ່ໃຫ້ເກີດຕໍ້ແກ້ວຕາໃນເດັກ ແລະ ເຮັດໃຫ້ເດັກຕາບອດ.