ກະຊວງການຕ່າງປະເທດ ຈັດຊຸດຝຶກອົບຮົມ ກ່ຽວກັບການຮ່ວມມືເພື່ອສ້າງຂີດຄວາມສາມາດໃຫ້ແກ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂອງ ສປປ ລາວ ໃນວຽກງານຕ້ານການຟອກເງິນ ແລະ ສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ແລກປ່ຽນປະສົບການ ໃນການຈັດຕັ້ງປະຕິບັດການປະເມີນຂອງກຸ່ມອາຊີ-ປາຊີຟິກ (APG) ວ່າດ້ວຍ ການຕ້ານການຟອກເງິນ ໃຫ້ແກ່ພະນັກງານ ແລະ ເຈົ້າໜ້າທີ່ຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ໃນລະຫວ່າງວັນທີ 12-13 ມິຖຸນາ ຜ່ານມາໂດຍມີ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ທ່ານ ນາງ ມໍຣະກົດ ສຸຫວັດດີ ເອກອັກຄະລັດຖະທູດ ແຫ່ງ ຣາຊະອານາຈັກໄທ ປະຈຳລາວ ແລະ ທ່ານ ຣີຊາດ ຟີລິບປ້າ ປະທານ ແລະ ຜູ້ອຳນວຍການ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ, ພ້ອມດ້ວຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງ ຂັ້ນສູນກາງ ແລະ ຂັ້ນແຂວງທົ່ວປະເທດ ເຂົ້າຮ່ວມ.
ຊຸດຝຶກອົບຮົມໃນຄັ້ງນີ້, ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ຢ່າງເລິກເຊິ່ງ ໃຫ້ແກ່ເຈົ້າໜ້າທີ່ ກ່ຽວຂ້ອງຂອງ ສປປ ລາວ ກ່ຽວກັບວຽກງານການຕ້ານອາຊະຍາກຳຂ້າມຊາດ ໂດຍສະເພາະການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແລະ ພັນທະ ພາຍໃຕ້ກົດໝາຍສາກົນ ໃນການຕໍ່ສູ້ຕ້ານອາຊະຍາກໍາຂ້າມຊາດ ທີ່ມີການຈັດຕັ້ງຂອງ ສປປ ລາວ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນກວ່າເກົ່າ. ທັງເປັນເວທີໃຫ້ແກ່ສຳມະນາກອນໄດ້ແລກປ່ຽນປະສົບການ ແລະ ຖອດຖອນບົດຮຽນຕົວຈິງຮ່ວມກັນ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ຂອງຕົນສອດຄ່ອງກັບບັນດານິຕິກຳພາຍໃນ ຂອງ ສປປ ລາວ ແລະ ສົນທິສັນຍາສອງຝ່າຍ ແລະ ຫຼາຍຝ່າຍ ທີ່ ສປປ ລາວ ເປັນພາຄີ.
ຊຸດຝຶກອົບຮົມ ດັ່ງກ່າວ, ມີວິທະຍາກອນມາຈາກກະຊວງການຕ່າງປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງພາຍໃນ, ອົງການໄອຍະການປະຊາຊົນສູງສຸດ, ສຳນັກງານຕ້ານການຟອກເງິນ, ທະນາຄານ ແຫ່ງ ສປປ ລາວ ແລະ ຊ່ຽວຊານຕ່າງປະເທດທີ່ມາຈາກ ສຳນັກງານປົກປ້ອງ ແລະ ປາບປາມການຟອກເງິນ, ອົງການໄອຍະການສູງສຸດ, ສຳນັກງານຕຳຫຼວດ ແຫ່ງ ຣາຊະອານາຈັກໄທ ແລະ ສະຖາບັນຊ່ວຍເຫຼືອທາງດ້ານກົດໝາຍ ແລະ ວິຊາການ.
ຂ່າວ-ພາບ: ກຕທ