ການເປັນປະທານອາຊຽນ ຂອງ ສປປ ລາວ2024 ພາຍໃຕ້ຄຳຂວັນ“ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ” ແມ່ນດໍາເນີນໃນປີທີ່ສະພາບພູມສາດການເມືອງ ແລະພູມສາດເສດຖະກິດ ມີການປ່ຽນແປງຢ່າງສະຫຼັບສັບຊ້ອນ ແລະ ມີສິ່ງທ້າທາຍຫຼາຍດ້ານ. ການເພີ່ມທະວີຄວາມເຂັ້ມແຂງຈຶ່ງມີຄວາມສຳຄັນເປັນຢ່າງຍິ່ງ ເພື່ອເຮັດໃຫ້ອາຊຽນສາມາດຜ່ານຜ່າ ແລະ ຮັບມືກັບສິ່ງທ້າທາຍ ຢ່າງມີປະສິດທິພາບ ແລະ ຍືນຍົງ ເພື່ອພາລະກິດລວມແຫ່ງ ສັນຕິພາບ, ສະຖຽນລະພາບແລະ ການຮ່ວມມືເພື່ອພັດທະນາ.
ປີ 2024 ເປັນປີສໍາຄັນ ເພາະອາຊຽນກ້າວສູ່ໄລຍະສຸດທ້າຍຂອງການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025. ການທົບທວນ ແລະ ການປະເມີນການຈັດຕັ້ງປະຕິບັດ ແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ  2025 ຈະເລີ່ມຕົ້ນໃນປີ 2024 ແລະ ໃຫ້ສໍາເລັດໃນປີ 2025.
ໃນບົດນີ້, ຈະນຳສະເໜີບຸລິມະສິດຫຼືກິດຈະກຳ“ສ້າງແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045” ແລະ “ຮັດແໜ້ນຄວາມເປັນແກນກາງຂອງອາຊຽນ”.
ສຳລັບບຸລິມະສິດ ຫຼື ກິດຈະກຳການ “ສ້າງແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045”:ແມ່ນວິໄສທັດປະຊາຄົມອາຊຽນ 2045 ໄດ້ຖືກຮັບຊາບໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 43. ໃນປີ 2024 ຈະເລີ່ມສ້າງແຜນຍຸດທະສາດ ເພື່ອຈັດຕັ້ງປະຕິບັດວິໄສທັດນີ້ເພື່ອໃຫ້ຜູ້ນໍາອາຊຽນຮັບຮອງເອົາໃນປີ 2025. ຄາດຄະເນວ່າຈະມີການອອກຖະແຫຼງການຮ່ວມຜູ້ນໍາອາຊຽນກ່ຽວກັບການສ້າງແຜນຍຸດທະສາດເພື່ອຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2045.
ສ່ວນບຸລິມະສິດຫຼືກິດຈະກຳກ່ຽວກັບການ “ຮັດແໜ້ນຄວາມເປັນແກນກາງຂອງອາຊຽນ”:ຈະສຸມໃສ່ຂົງເຂດລຸ່ມນີ້:
ສປປ ລາວ ຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມືກັບພາຍນອກ ເພື່ອປະກອບສ່ວນເຂົ້າໃນຄວາມພະຍາຍາມໃນການສ້າງປະຊາຄົມອາຊຽນ ກໍຄືການປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບ ແລະ ການສົ່ງເສີມການພັດທະນາແບບຍືນຍົງ ແລະ ຄວາມສົມບູນພູນສຸກ ໂດຍຜ່ານບັນດາກົນໄກທີ່ອາຊຽນ ເປັນຜູ້ນໍາພາ ຄຽງຄູ່ກັບການຮັກສາຄວາມເປັນແກນກາງຂອງອາຊຽນ ໃນໂຄງສ້າງການຮ່ວມມືພາກພື້ນທີ່ພວມຜັນແປ.ສປປ ລາວ ຈະສືບຕໍ່ຮັດແໜ້ນສາຍພົວພັນອາຊຽນ ກັບ ບັນດາຄູ່ເຈລະຈາ, ຄູ່ຮ່ວມຂະແໜງການ ແລະ ຄູ່ຮ່ວມພັດທະນາໂດຍຜ່ານບັນດາຂອບການຮ່ວມມື, ແຜນປະຕິບັດງານ, ແນວຄວາມຄິດອາຊຽນ ວ່າດ້ວຍ ອິນໂດ-ປາຊີຟິກ, ຂົງເຂດການຮ່ວມມື ແລະ ໂຄງການຮ່ວມມືເພື່ອການພັດທະນາ ບົນພື້ນຖານຜົນປະໂຫຍດຮ່ວມກັນ.ໃນຖານະເປັນປະທານອາຊຽນ ແລະ ປະເທດປະສານງານການພົວພັນຮ່ວມມື ອາຊຽນ-ອົສຕຣາລີ, ສປປ ລາວ ຈະສຸມໃສ່ເພື່ອຮັບປະກັນຜົນສໍາເລັດຂອງກອງປະຊຸມສຸດຍອດສະໄໝພິເສດເພື່ອສະເຫຼີມສະຫຼອງການພົວພັນຮ່ວມມືອາຊຽນ-ອົສຕຣາລີ ຄົບຮອບ 50 ປີ. 
ເພື່ອສະໜັບສະໜູນ ການກະກຽມເຂົ້າເປັນສະມາຊິກສົມບູນອາຊຽນຂອງ ຕີມໍແລັດສະເຕ, ອາຊຽນ ຈະສືບຕໍ່ຈັດຕັ້ງປະຕິບັດແຜນດໍາເນີນງານ ແລະ ສືບຕໍ່ເຮັດວຽກເພື່ອໃຫ້ ຕີມໍແລັດສະເຕ ເຂົ້າເປັນພາຄີ ສົນທິສັນຍາວ່າດ້ວຍເຂດປອດອາວຸນິວເຄລຍຢູ່ອາຊີຕາເວັນອອກສ່ຽງໃຕ້.
ສປປ ລາວ ຈະຢຶດໝັ້ນຄວາມໝາຍໝັ້ນຂອງອາຊຽນ ເພື່ອຊ່ວຍ ມຽນມາ ໃນການຊອກຫາວິທີການແກ້ໄຂບັນຫາວິກິດການປັດຈຸບັນໃນມຽນມາໂດຍສັນຕິວິທີ, ຖາວອນ ແລະ ແບບຮອບດ້ານ ໂດຍ ມຽນມາ ເປັນເຈົ້າການ ແລະ ເປັນຜູ້ນຳພາເພາະມຽນມາຍັງເປັນສ່ວນໜຶ່ງທີ່ຕັດແຍກອອກຈາກອາຊຽນບໍ່ໄດ້ໂດຍຜ່ານການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນ, ການທົບທວນແລະຄໍາຕົກລົງຂອງຜູ້ນໍາອາຊຽນ ໃນການຈັດຕັ້ງປະຕິບັດ 5 ຂໍ້ຕົກລົງຂອງຜູ້ນຳອາຊຽນ ທີ່ຮັບຮອງໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 40 ແລະ 41 ທີ່ ພະນົມເປັນ (2022) ແລະ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43 ທີ່ ຈາກາກຕາ (2023).