ກິດຈະກຳຍ່າງເພື່ອສຸຂະພາບກ່ຽວກັບວຽກງານການຕ້ານຕໍ່ຢາຕ້ານເຊື້ອຈຸລະຊີບ ເນັ້ນໃຫ້ເຫັນໄພຂົ່ມຂູ່ຕໍ່ສຸຂະພາບໃນທົ່ວໂລກໄດ້ຈັດຂຶ້ນໃນວັນທີ 16 ພະຈິກ ຜ່ານມາ ທີ່ປະຕູໄຊ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຂອງທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ທິມໂມຕີ ອາມສະຕຣອງຜູ້ຕາງໜ້າອົງການອະນາໄມໂລກ ແລະ ທ່ານນາງ ຄະຢອງ ມີ ຄີມຜູ້ຕາງໜ້າອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ (FAO) ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ໄພວັນ ແກ້ວປະເສີດ ໄດ້ກ່າວວ່າ: “ເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ ແມ່ນໜຶ່ງໃນໄພຂົ່ມຂູ່ດ້ານສາທາລະນະສຸກອັນດັບຕົ້ນໆ ໃນທົ່ວໂລກ ແລະ ສປປ ລາວ ກໍແມ່ນໜຶ່ງໃນນັ້ນເຊັ່ນກັນຊຶ່ງມີຈໍານວນຄົນເສຍຊີວິດເກືອບ 750,000 ຄົນຕໍ່ປີ ເນື່ອງຈາກການຕິດເຊື້ອທີ່ຕ້ານຕໍ່ຢາ. ເຊື້ອຈຸລະຊີບທີ່ຕ້ານຕໍ່ຢາໄດ້ສ້າງຄວາມສ່ຽງຕໍ່ການແພດສະໄໝໃໝ່ເຮັດໃຫ້ພົບຄວາມຫຍຸ້ງຍາກໃນການປິ່ນປົວ ແລະ ການປະຕິບັດການແພດອື່ນໆມີຄວາມສ່ຽງຫຼາຍຂຶ້ນ.ນອກຈາກຜົນກະທົບຕໍ່ສຸຂະພາບແລ້ວ, ເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ ຍັງໄດ້ສົ່ງຜົນກະທົບທາງເສດຖະກິດຢ່າງໃຫຍ່ຫຼວງນໍາອີກຊຶ່ງທະນາຄານໂລກໄດ້ຄາດຄະເນວ່າ: ເຊື້ອຈຸລະຊີບທີ່ຕ້ານຕໍ່ຢາອາດຈະສົ່ງຜົນໃຫ້ເກີດຄ່າໃຊ້ຈ່າຍໃນການປິ່ນປົວສຸຂະພາບ ເພີ່ມຂຶ້ນອີກ 1 ລ້ານໆ ໂດລາ ພາຍໃນປີ 2050 ແລະ ອາດຈະສົ່ງຜົນໃຫ້ສູນເສຍລວມຍອດຜະລິດຕະພັນພາຍໃນ (GDP) ເປັນຈຳນວນເງິນ 1 ຫາ 3.4 ລ້ານໆ ໂດລາ ພາຍໃນປີ 2030.
ທ່ານ ທິມໂມຕີ ອາມສະຕຣອງ ໄດ້ກ່າວວ່າ: “ເຊື້ອຈຸລະຊີບທີ່ຕ້ານຕໍ່ຢາເກີດຂຶ້ນເມື່ອເຊື້ອແບກທີເຣຍ, ໄວຣັສ, ເຊື້ອເຫັດ ແລະ ແມ່ກາຝາກ ມີການປ່ຽນແປງຕາມການເວລາ ແລະ ບໍ່ສາມາດຕອບສະໜອງຕໍ່ຢາຕ້ານເຊື້ອຈຸລະຊີບຕ່າງໆ ເຮັດໃຫ້ເກີດການຕິດເຊື້ອທີ່ຍາກຕໍ່ການປິ່ນປົວ.” “ຜົນຈາກການຕ້ານຕໍ່ຢາເຮັດໃຫ້ຢາຕ້ານເຊື້ອ ແລະ ຢາຕ້ານເຊື້ອຈຸລະຊີບອື່ນໆ ບໍ່ມີປະສິດທິພາບ ແລະ ການຕິດເຊື້ອກາຍເປັນບັນຫາທີ່ທ້າທາຍຫຼາຍຂຶ້ນ ຫຼື ບໍ່ສາມາດປິ່ນປົວໄດ້.
ທ່ານນາງ ຄະຢອງ ມີ ຄີມ ໄດ້ກ່າວວ່າ: “ເຊື້ອຈຸລະຊີບທີ່ຕ້ານຕໍ່ຢາບໍ່ພຽງແຕ່ສົ່ງຜົນກະທົບຕໍ່ຂະແໜງສຸຂະພາບຄົນ, ແຕ່ສຸຂະພາບສັດ, ພືດ ແລະ ຂະແໜງການລ້ຽງສັດ ແລະ ການປະມົງ ກໍໄດ້ຮັບຜົນກະທົບເຊັ່ນດຽວກັນ. ດັ່ງນັ້ນ, ຈຶ່ງມີຄວາມຈໍາເປັນທີ່ຈະຕ້ອງມີແນວທາງແກ້ໄຂຈາກຫຼາຍຂະແໜງການຮ່ວມກັນ. ການຄຸ້ມຄອງປັດໄຈທີ່ພາໃຫ້ເກີດເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ ຕົ້ນຕໍແມ່ນການນໍາໃຊ້ຢາຕ້ານເຊື້ອແບບບໍ່ຖືກຕ້ອງ ເຊັ່ນ: ການນໍາໃຊ້ຢາຕ້ານເຊື້ອໃນການປູກພືດ ແລະ ສົ່ງເສີມການເຕີບໃຫຍ່ຂອງສັດ ພ້ອມທັງສົ່ງເສີມການປະຕິບັດທີ່ດີ ເຊັ່ນ: ຄວາມປອດໄພທາງຊີວະພາບ, ສຸຂະອະນາໄມ ແລະ ການສັກຢາກັນພະຍາດໃນສຸຂະພາບສັດ ແລະ ພືດ, ລວມທັງການເຝົ້າລະວັງເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ. ສິ່ງດັ່ງກ່າວ ແມ່ນມີຄວາມຈໍາເປັນທີ່ຈະຊ່ວຍໃຫ້ເຂົ້າໃຈເຖິງການຕ້ານ, ທ່າອ່ຽງ ແລະ ວິທີທາງແກ້ໄຂ ເພື່ອຫຼຸດຜ່ອນຄວາມຈໍາເປັນໃນການນໍາໃຊ້ຢາຕ້ານເຊື້ອ ແລະ ປົກປ້ອງລະບົບອາຫານຂອງພວກເຮົາອີກດ້ວຍ.
ສປປ ລາວ ມີບາດກ້າວອັນໜັກແໜ້ນ ໃນການແກ້ໄຂບັນຫາເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ ລວມທັງການພັດທະນາແຜນຍຸດທະສາດວ່າດ້ວຍເຊື້ອຈຸລະຊີບທີ່ຕ້ານຕໍ່ຢາຂອງ ສປປ ລາວ (2019-2023) ແລະ ການສະໜັບສະໜູນໂຄງຮ່າງການບໍລິຫານຄຸ້ມຄອງ ໂດຍຄະນະກຳມະການເຊື້ອຈຸລະຊີບທີ່ຕ້ານຕໍ່ຢາແຫ່ງຊາດຊຶ່ງປະກອບມີຕາງໜ້າຈາກຫຼາຍຂະແໜງ
ການ; ການແລກປ່ຽນຂໍ້ມູນການເຝົ້າລະວັງເຊື້ອຈຸລະຊີບທີ່ຕ້ານຕໍ່ຢາ ຢ່າງເປັນປົກກະຕິລະຫວ່າງໂຮງໝໍ ແລະ ຫ້ອງວິເຄາະ ໃນລະດັບຊາດ;ການຕິດຕາມການນໍາໃຊ້ຢາຕ້ານເຊື້ອ ໃນລະດັບຊາດ ແລະ ລະດັບພາກພື້ນ ໂດຍການລາຍງານຂໍ້ມູນເຂົ້າໃນລະບົບການເຝົ້າລະວັງການຕ້ານຕໍ່ຢາຕ້ານເຊື້ອຈຸລະຊີບໃນທົ່ວໂລກ (GLASS) ຂອງອົງການອະນາໄມໂລກ ແລະ ການເຮັດວຽກຮ່ວມກັນກັບສະຖານທີ່ບໍລິການສາທາລະນະສຸກທັງພາກລັດ ແລະ ພາກເອກະຊົນ ເພື່ອປັບປຸງການຄຸ້ມຄອງ, ການເກັບຮັກສາ, ການທໍາລາຍ ແລະ ການນໍາໃຊ້ຢາຕ້ານເຊື້ອຈຸລະຊີບ.
(ຂ່າວ,ພາບ: ບຸນອູ້ມ)