ອົງການປົກຄອງເມືອງເລົ່າງາມ ແຂວງສາລະວັນ ໄດ້ຈັດກອງປະຊຸມປືກສາຫາລືເພື່ອຊຸກຍູ້ສົ່ງເສີມຊາວກະສິກອນຜູ້ລຽງໄກ່ລາດເປັນສິນຄ້າຂຶ້ນເມື່ອບໍ່ດົນມານີ້, ທີ່ເມືອງດັ່ງກ່າວ ໂດຍເປັນປະທານຮ່ວມຂອງທ່ານ ວຽງວິໄລຄຳ ອຸດຕະສັດ ເຈົ້າເມືອງເລົ່າງາມ, ທ່ານ ນາງ ສອນທິດາ ອະນຸພົມ ປະທານບໍລິສັດທ່ອງທ່ຽວຕາດເຍືອງ ເມືອງປາກຊ່ອງ ຜູ້ສົ່ງເສີມການລ້ງງໄກ່ລາດເປັນສິນຄ້າ, ມີການນຳຈາກ 4 ເມືອງ (ເມືອງວາປີ, ຕຸ້ມລານ, ຄົງເຊໂດນ ແລະ ເມືອງລະຄອນເພັງ) ແລະ ຜູ້ສົນໃຈລ້ຽງໄກ່ລາດເຂົ້າຮ່ວມ.
ກອງປະຊຸມໄດ້ປືກສາຫາລືແລກປ່ຽນບົດຮຽນຮ່ວມກັນລະຫວ່າງເມືອງຕໍ່ເມືອງ. ໃນນັ້ນ ໄດ້ສຸມໃສ່ການຊຸກຍູ້ສົງເສີມຊາວກະສິກອນຜູ້ລ້ຽງໄກ່ລາດໃຫ້ສ້າງຕັ້ງເປັນກຸ່ມໂດຍໃຫ້ຫ້ອງການກະສິກຳໃນແຕ່ລະເມືອງເກັບກຳຂໍ້ມູນ ແລະ ຂຶ້ນບັນຊີເປົ້າໝາຍຄອບຄົວທີ່ຈະລ້ຽງໄກ່ລາດໃຫ້ລະອຽດຊັດເຈນພ້ອມທັງເຝິກອົບຮົມວິທີການຕ່າງໆໃຫ້ເຂົ້າເຈົ້າໄດ້ຮັບຮູ້ ແລະ ລ້ຽງຖືກວິທີລວມທັງການບົວລະບັດຮັກສາໄກ່ກ້າວໄປເຖິງການຈຳໜ່າຍ. ນອກນັ້ນ, ຍັງສະໜອງຢາປິ່ນປົວສັດລ້ຽງຕ່າງໆໃຫ້ທົ່ວເຖິງ, ເວລາໄກ່ມີບັນຫາຈິ່ງສາມາດ ປິ່ນປົວຢ່າງທັນການ, ຈັດກອງປະຊຸມສັນຈອນຢ່າງໜ້ອຍ 3 ເດືອນຕໍ່ຄັ້ງເພື່ອທອດຖອນບົດຮຽນຮ່ວມກັນ. ນອກນັ້ນ ຍັງຊຸກຍູ້ໃຫ້ຫ້ອງການກະສິກຳໃນແຕ່ລະເມືອງຂຸ້ນຂ້ຽວຂຶ້ນແຜນ ແລະ ເກັບກຳຂໍ້ມູນເພື່ອຂໍແຫຼ່ງທຶນນຳບໍລິສັດຜູ້ສົ່ງເສີມການລ້ຽງໄກ່ເພື່ອຈັດຊື້ພໍ່ພັນ, ແມ່ພັນ ແລະ ອຸປະກອນຕ່າງໆໃຫ້ທ່ວງທັນ. ສໍາລັບເມືອງເມືອງເລົ່າງາມ ມີຄອບຄົວເປົ້າໝາຍທີ່ຈະລ້ຽງຈຳນວນ 11 ຄອບຄົວ. ໃນນັ້ນ, ມີ 2 ຄອບຄົວທີ່ໄດ້ລ້ຽງໄກ່ລາດເປັນສິນຄ້າ ແລະ ສ້າງລາຍຮັບໄດ້ຈຳນວນບໍ່ໜ້ວຍ ແຕ່ກໍ່ບໍ່ພຽງພໍກັບຄວາມຕ້ອງການຂອງຕະຫຼາດ.
(ພາບ,ຂາວ: ສໍ ແກ້ວຄຳທອງຫຼວງ)