ໂດຍ:ວັນໄຊ ຕະວິນຍານ
ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ພັກໄດ້ວາງທິດທາງປະຕິຮູບຖືເອົາການສຶກສາໄປກ່ອນບາດກ້າວໜຶ່ງ ທັງນີ້ ກໍເພາະວ່າ ສະໄໝທີລາວເຮົາຂຶ້ນກັບການປົກຄອງຂອງພວກສັກດີນາຕ່າງຊາດ ປະຊາຊົນລາວບັນດາເຜົ່າສ່ວນໃຫ່ຍແມ່ນກືກໜັງສື.
ເພື່ອເຮັດໃຫ້ປະຊາຊົນລາວບັນດາເຜົ່າມີຄວາມຮູ້,ຄວາມສາມາດ,ປະຕິບັດສອງໜ້າທີ່ຍຸດທະສາດໃນການປົກປັກຮັກສາ ແລະ ສາສ້າງພັດທະນາປະເທດຊາດໃຫ້ສໍາເລັດຜົນເປັນກ້າວໆ.ພັກເຮົາໄດ້ຕັ້ງໜ້າຊີ້ນໍາວາງແຜນຍຸດທະສາດພັດທະນາການສຶກ(ສ້າງຊັບພຍາກອນມະນຸດເປັນແຕ່ລະໄລຍະມາແລະ ມີຜົນສໍາເລັດຢ່າງໜ້າພາກພູມໃຈ.
ເວົ້າສະເພາະການຈັດຕັ້ງປະຕິບັດແຜນຍຸດທະສາດການປະຕິຮູບລະບົບການສຶກສາແຫ່ງຊາດ 2006-2015 ແມ່ນເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ VIII ຂອງພັກ ໃນເດືອນ ມີນາ 2006 ຊຶ່ງໄດ້ວາງຄາດໝາຍ ໄວ້ວ່າ ຮອດປີ 2020 ຕ້ອງເຮັດໃຫ້ປະເທດຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ, ມີປັດໄຈພື້ນຖານແຫ່ງການ ຫັນເປັນອຸດສະຫະກໍາ ແລະ ທັນສະໄໝ. ເພື່ອບັນລຸຄາດໝາຍດັ່ງກ່າວ, ກະຊວງສຶກສາທິການ ແລະ ກິລາ ຈຶ່ງໄດ້ວາງ ແຜນຍຸດທະສາດການປະຕິຮູບລະບົບການສຶກສາແຫ່ງຊາດ 2006-2015,ແນໃສ່ປັບປຸງລະບົບການສຶກສາແຫ່ງຊາດ ໃຫ້ໜັກແໜ້ນ ແລະ ມີການຂະຫຍາຍຕົວຮອບດ້ານ, ມີຄຸນນະພາບດີຂຶ້ນ ແລະ ຫຍັບມໍ່ເຂົ້າກັບສາກົນເທື່ອລະກ້າວ, ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດໃນປີ 2010, 2015 ແລະ 2020 ຊຶ່ງໄດ້ດໍາເນີນໄປຕາມ 7 ວິທີການຄື:1.ປ່ຽນແປງຈຸດໝາຍ ແລະເນື້ອໃນຫຼັກສູດການສຶກສາຄືນ ໃໝ່. 2.ພັດທະນາຄູ-ອາຈານ ແລະ ປ່ຽນແປງວິທີການສອນຄືນໃໝ່.3.ປັບປຸງປ່ຽນແປງການຄຸ້ມຄອງການ ສຶກສາຄືນໃໝ່. 4.ສືບຕໍ່ພັດທະນາໂຄງປະກອບການສຶກສາແຫ່ງຊາດ ແລະ ພັດທະນາລະບົບໂຮງຮຽນ, ຫ້ອງຮຽນ ແລະ ພື້ນຖານການສຶກສາ.5.ເພີ່ມງົບປະມານໃຫ້ແກ່ຂະແໜງການສຶກສາ.6.ສົ່ງເສີມການສຶກສາໃຫ້ເປັນຂອງ ທົ່ວປວງຊົນ 7. ເພີ່ມທະວີການຮ່ວມມືກັບສາກົນ.
ການປະຕິຮູບລະບົບການສຶກສາແຫ່ງຊາດໄດ້ແບ່ງເປັນ 2 ໄລຍະ ຄື: ໄລຍະທີ 1 ແຕ່ປີ 2006-2010 ແລະ ໄລຍະທີ 2 ແຕ່ປີ 2010-2015. ໄລຍະຫຼັງປີ 2015 ແມ່ນໄລຍະສືບຕໍ່ຜັນຂະຫຍາຍຜົນຂອງການປະຕິຮູບລະບົບການສຶກສາແຫ່ງຊາດທັງສອງໄລຍະ ເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍ່ຄືແຜນພັດທະນາການສຶກສາ ແລະ ກິລາ 5 ປີ ຄັ້ງທີ VIII ແລະ ຄັ້ງທີ IX ຈົນເຖິງປັດຈຸບັນ.
ສໍາລັບ ຜົນຂອງການຈັດຕັ້ງປະຕິບັດການປະຕິຮູບລະບົບການສຶກສາ ໄລຍະທີ 1 (2006-2010)ໄດ້ຊີ້ໃຫ້ເຫັນວ່າ ການສຶກສາໄດ້ມີການຫັນປ່ຽນ ແລະ ມີຜົນສໍາເລັດຫຼາຍດ້ານ ນັບທັງປະລິມານ ແລະ ຄຸນນະພາບ. ຈໍານວນໂຮງຮຽນ ແລະ ນັກຮຽນທຸກຊັ້ນທຸກສາຍໃນໂຮງ- ຮຽນ ແລະ ນອກໂຮງຮຽນທັງພາກລັດ ແລະ ເອກະຊົນໄດ້ເພີ່ມຂຶ້ນຢ່າງໄວວາ ແລະ ປະຊາຊົນບັນດາເຜົ່າໄດ້ຮັບການ ສຶກສາຫຼາຍຂຶ້ນ.ການສຶກສາຊັ້ນປະຖົມພາກບັງຄັບ ໄດ້ຮັບການປັບປຸງ ແລະ ຂະຫຍາຍຕົວດີຂຶ້ນເລື້ອຍໆ, ໂຮງຮຽນປະຖົມສົມບູນໄດ້ເພີ່ມຈາກ 44,2% ໃນສົກຮຽນ 2005-2006 ມາເປັນ 57% ໃນສົກ 2009-2010 (ເພີ່ມສະເລ່ຍ 2.6% ຕໍ່ປີ); ໃນທົ່ວປະເທດມີໂຮງຮຽນມັດທະຍົມສົມບູນຕົວແບບ 35 ແຫ່ງ ຊຶ່ງກວມເອົາ 9.3% ຂອງໂຮງຮຽນ ມັດທະຍົມສົມບູນທົ່ວປະເທດ; ລະບົບສາຍສາມັນສຶກສາໄດ້ເພີ່ມຈາກ 11 ປີ (5+3+3) ມາເປັນ 12 ປີ (5+4+3); ການລົບລ້າງຄວາມບໍ່ຮູ້ໜັງສື ໄດ້ດໍາເນີນໄປຢ່າງກວ້າງຂວາງ ໂດຍຕິດພັນກັບການປະຕິບັດແຜນງານລຶບລ້າງຄວາມທຸກ ຍາກຂອງລັດຖະບານ. ມາຮອດປີ 2010, ທົ່ວປະເທດມີ 75 ເມືອງ ທີ່ສາມາດບັນລຸການບໍາລຸງຈົບຊັ້ນປະຖົມສຶກສາ. ລະບົບກໍ່ສ້າງສາຍອາຊີວະສຶກສາ ແລະ ການສຶກສາຊັ້ນສູງລວມທັງການສຶກສາຄູ ກໍ່ມີການປ່ຽນແປງຫຼັກສູດ, ເນື້ອໃນ ການຮຽນ-ການສອນທຸກຊັ້ນທຸກສາຍ ໄດ້ຮັບການປັບປຸງ ແລະ ພັດທະນາດີຂຶ້ນກວ່າເກົ່າ ຊຶ່ງມີໂຮງຮຽນວິຊາຊີບຂອງ ລັດ 21 ແຫ່ງ ແລະ ພາກເອກະຊົນ 6 ແຫ່ງ; ສູນຝຶກອົບຮົມວິຊາຊີບຂອງລັດ 1 ແຫ່ງ ແລະ ເອກະຊົນ 82 ແຫ່ງ; ສະຖານ ການສຶກສາຊັ້ນສູງທັງພາກລັດ ແລະ ເອກະຊົນ ມີເຖິງ 154 ແຫ່ງ, ໃນນັ້ນ,ມີມະຫາວິທະຍາໄລ 5 ແຫ່ງ. ອັດຕານັກສຶກສາຕໍ່ປະຊາກອນເພີ່ມຂຶ້ນ ຈາກ 1,068/100,000 ຄົນໃນປີ 2005 ມາເປັນ 1,898/100,000 ຄົນໃນປີ 2010; ໄດ້ຍົກລະດັບໂຮງຮຽນສ້າງຄູເປັນວິທະຍາໄລຄູຈໍານວນ 3 ແຫ່ງ; ພ້ອມນີ້ ວິທະຍາໄລຄູ 5 ແຫ່ງໄດ້ເປີດການສອນຫຼັກ- ສູດສ້າງຄູມັດທະຍົມຕອນຕົ້ນໃນລະດັບປະລິນຍາຕີ ການຄຸ້ມຄອງ-ບໍລິຫານການສຶກສາ ໂດຍສະເພາະແມ່ນນິຕິກໍາ ຂອງຂະແໜງການສຶກສາ ທີ່ມີແລ້ວກໍໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ ແລະ ໄດ້ສ້າງໃໝ່ຂຶ້ນຕື່ມຈໍານວນໜຶ່ງ.