ວັນທີ 4 ກຸມພາຜ່ານມານີ້, ທີ່ສະໂມສອນຫ້ອງວ່າການແຂວງ ໄຊຍະບູລີ ໄດ້ຈັດກອງປະຊຸມ ຄົບຄະນະຊີ້ນໍາ ແລະ ອານຸກໍາມະການຕິດຕາມກວດກາ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເງິນຕາຕ່າງປະເທດ, ເຂົ້າຮ່ວມໂດຍ ທ່ານ ສົມຈິດ ຈັນທະວົງ ຮອງເຈົ້າແຂວງ ໄຊຍະບູລີ ຜູ້ຊີ້ນໍາວຽກງານເສດຖະກິດ-ສັງຄົມ, ມີທ່ານ ແສງສົມພະບຸດ ຍອດສົມເຝື້ອງ ຮອງຫົວໜ້າພະແນກເສດຖະກິດ ແລະ ຄຸ້ມຄອງເງິນຕາຕ່າງປະເທດ ສາຂາທະນາຄານແຫ່ງ ສປປລາວ ພາກເໜືອແຂວງ ຫຼວງພະບາງ, ມີຫົວໜ້າ, ຮອງຫົວໜ້າພະແນກການທີ່ກ່ຽວຂ້ອງອ້ອມຂ້າງແຂວງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ໄດ້ຮັບຟັງ ການລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເງິນຕາຕ່າງປະເທດພາຍໃນແຂວງ ໄຊຍະບູລີ ແລະ ໄດ້ປຶກສາຫາລືກ່ຽວກັບການຊອກຫາວິທີທາງເພື່ອຄຸ້ມຄອງ ຕິດຕາມ ກວດກາ ການໃຫ້ບໍລິການແລກປ່ຽນເງິນຕາໂດຍບໍ່ໄດ້ຮັບອານຸຍາດ, ການກໍານົດ, ການຕິດລາຄາ, ການຊໍາລະ, ຮັບຊໍາລະຄ່າສິນຄ້າ ແລະ ບໍລິການໃຫ້ເປັນເງິນກີບ, ການຕິດຕາມກະແສເງິນຕາຕ່າງປະເທດໄຫຼເຂົ້າຈາກການລົງທຶນຕ່າງປະເທດ, ການສົ່ງອອກສິນຄ້າໄປຕ່າງປະເທດ ແລະ ແນະນໍາໃຫ້ພາກສ່ວນດັ່ງກ່າວຂາຍເງິນຕາຕ່າງປະເທດໃຫ້ກັບທະນາຄານທຸລະກິດໃຫ້ຖືກຕ້ອງຕາມກົດໝາຍ, ການຄຸ້ມຄອງ ຕິດຕາມ ກວດກາ ແລະ ປະຕິບັດມາດຕະການຕໍ່ຜູ້ໃຫ້ບໍລິການແລກປ່ຽນເງິນຕາໂດຍບໍ່ໄດ້ຮັບອານຸຍາດ, ການຕິດຕາມບໍລິສັດລົງທຶນຈາກຕ່າງປະເທດ ໃຫ້ເປີດ ຫຼື ຫັນບັນຊີເງິນຝາກສະເພາະ ແລະ ນໍາທຶນເຂົ້າມາຢັ້ງຢືນນໍາທະນາຄານແຫ່ງ ສປປລາວ ໃຫ້ຖືກຕ້ອງຕາມລະບຽບການ ແລະ ການຊຸກຍູ້ບັນດາບໍລິສັດສົ່ງອອກ-ນໍາເຂົ້າ ແລະ ບໍລິການ ໃຫ້ລົງທະບຽນ, ເປີດບັນຊີເງິນຝາກສະເພາະ ພ້ອມທັງແນະນໍາໃຫ້ບໍລິສັດດັ່ງກ່າວນໍາລາຍຮັບຈາກການສົ່ງອອກ-ນໍາເຂົ້າ ຜ່ານລະບົບທະນາຄານ ແລະ ແລກປ່ຽນເງິນຕານໍາທະນາຄານທຸລະກິດໃຫ້ຖືກຕ້ອງຕາມອັດຕາສ່ວນ ແລະ ກໍານົດເວລາ.

(ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ)