ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 3 ກຸມພາ ຜ່ານມາ, ສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ. ເນື່ອງໃນໂອກາດນີ້, ມີໜັງສືພິມໃຫຍ່ຫຼາຍສະບັບຢູ່ ຫວຽດນາມ ໄດ້ລົງບົດຂຽນຢືນຢັນບົດບາດຢ່າງໃຫຍ່ຫຼວງຂອງພັກກອມມູນິດ ຫວຽດນາມ ໃນວິວັດການສ້າງສາ, ພັດທະນາປະເທດຊາດ.
ໜັງສືພິມກອງທັບປະຊາຊົນ ຫວຽດນາມ ມີບົດນຳ ດ້ວຍຫົວຂໍ້ວ່າ, 95 ປີລະດູບານໃໝ່ທີ່ມີພັກ. ບົດນຳເນັ້ນໜັກວ່າ, ພາຍໃຕ້ການນຳພາຂອງພັກ, ທົ່ວປວງຊົນ, ທົ່ວກອງທັບ ຫວຽດນາມ ໄດ້້ສ້າງໄຊຊະນະການປະຕິວັດເດືອນສິງຫາ 1945 ທີ່ຍິ່ງໃຫຍ່, ສ້າງປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ; ໄຊຊະນະຂອງພາລະກິດແຫ່ງການປ່ຽນແປງໃໝ່, ສ້າງທ່ວງທ່າ ແລະ ກຳລັງແຮງຢ່າງເຂັ້ມແຂງໃຫ້ແກ່ປະເທດຊາດ ກ້າວເຂົ້າສູ່ສັງກາດໃໝ່, ສັງກາດບຸກບືນຂອງຊາດ.
ໜັງສືພິມ ຮ່າໂນ້ຍ ມີບົດຂຽນດ້ວຍຫົວຂໍ້ວ່າ, ພັກ ນຳຊາດ ຫວຽດນາມ ກ້າວເຂົ້າສູ່ອະນາຄົດທີ່ໃສແຈ້ງ. ບົດຂຽນຢືນຢັນວ່າ, ນັບແຕ່ເມື່ອສ້າງຕັ້ງມາຮອດປັດຈຸບັນ, ພັກ ຫວຽດນາມ ຍາມໃດກໍມີການຕັດສິນມີລະດັບຈິນຕະນາການພາທາງ ເພື່ອນຳການປະຕິວັດ ຫວຽດນາມ ກ້າວໄປຢ່າງບໍ່ຢຸດຢັ້ງ, ນຳໜ້າໃນການປະຕິວັດໂລກ, ນຳຊາດ ຫວຽດນາມ ກ້າວເຂົ້າສູ່ອະນາຄົດອັນສົດໃສ.