ໂດຍ​: ບຸນ​ອູ້ມ
ງານ​ເທດ​ສະ​ການ​ອາ​ຫານ​ລາວ​ຄັ້ງ​ທີ 20ໄດ້​ສຳ​ເລັດລົງ​ຢ່າງ​ຈົບ​ງາມ, ທ່ານນາງຈັນ​ທະ​ຈອນວົງ​ໄຊປະ​ທານ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ຍິງ​ທັງເປັນປະ​ທານຄະ​ນະ​ກຳ​ມະ​ການ​ຈັດ​ງານ​ເທດ​ສະ​ການ​ອາ​ຫານ​ລາວ​ໄດ້​ໃຫ້​ສຳ​ພາດ​ຕໍ່​ສື່​ມວນ​ຊົນເມື່ອບໍ່ດົນມານີ້​ວ່າ: ການ​ຈັດ​ງານ​ເທດ​ສະ​ການ​ອາ​ຫານ​ລາວ​ປີນີ້​ເປັນ​ປີ​ທີ 20 ​ພາຍ​ໃນ​ງານໄດ້​ມີອາ​ຫານ​ລາວ​ທົ່ວປະ​ເທດ 18 ແຂວງ​ມາ​ວາງ​ຂາຍ​ ພ້ອມນັ້ນຍັງ​ມີ​ສະ​ຖານ​ທູດ​ປະ​ຈຳ​ຢູ່​ລາວຈຳນວນໜຶ່ງເຂົ້າຮ່ວມ​ເພື່ອ​ເປັນ​ການ​ສະ​ເຫຼີມ​ສະຫຼ​ອງ​ງານເທດ​ສະ​ການ​ໃນຄັ້ງນີ້.
ສະ​ເພາະ​ປີນີ້​ມີ​ອາ​ຫານ​ພື້ນ​ເມືອງທີ່ເປັນເອກະລັກແບບລາວໆ, ມີ​ເຮືອນ​ຄົວ​ລາວ​ທີ່ເປັນ​ໄຮ​ໄລ້​ຂອງ​ງານເພື່ອ​​ໃຫ້ນັກທ່ອງທ່ຽວ ກໍຄື​ຜູ້​ມາ​ທ່ຽວ​ຊົມໄດ້​ຖ່າຍ​ຮູບ, ຊີມ​ອາ​ຫານ ຊຶ່ງມີ​ອາ​ຫານ​ທີ່​ຫາ​ຍາກຂອງຫຼາຍ​ແຂວງ.ນອກນີ້​ຍັງ​ໄດ້​ເຊີນ​ເອົາ​ບັນ​ດາ​ປະ​ຊາ​ຊົນ​ທີ່​ມີ​ຄວາມ​ຮັກ, ມັກ​ໄດ້​ເຂົ້າ​ມາ​ສະ​ແດງ​ສີ​ໄມ້​ລາຍ​ມື ນໍາເອົາອາ​ຫານ​ຂອງຕົນ​ມາ​ວາງ​ຂາຍໂດຍ​ສະ​ເພາະ​ອາ​ຫານ​ທີ່​ເປັນ​ສັນ​ຍາ​ລັກ​ຂອງ​ແຂວງ​ຕົນ​ເອງ. ​ສຳ​ລັບ​ກິດ​ຈະ​ກຳ​ພາຍ​ໃນ​ງານ​ຍັງ​ມີການ​ແຂ່ງ​ຂັນ​ພາ​ເຂົ້າ​ທ່ຽງ​ອາ​ຫານ​ລາວ, ສຳ​ມະ​ນາ​ກິນ​ອາ​ຫານ​ລາວ​ເພື່ອ​ສຸ​ຂະ​ພາບ, ສະ​ແດງ​ສິ​ລະປະ, ​ການເດີນ​ແບບ​ຂອງ​ເຍົາ​ວະ​ຊົນ ແລະ ອື່ນໆ.
ໃນໂອກາດນີ້, ທ່ານນາງຈັນ​ທະ​ຈອນວົງ​ໄຊໄດ້ກ່າວໃຫ້ຮູ້​ຕື່ມ​ວ່າ: ເນື່ອງ​ໃນ​ໂອ​ກາດວັນ​ສ້າງ​ຕັ້ງ​ພັກປປລາວຄົບ​ຮອບ 70 ປີ, ວັນ​ສະຖາປະນາ ສປປ​ລາວຄົບ​ຮອບ 50 ປີແລະວັນ​ເກີດ​ປະ​ທານ​ ໄກ​ສອນພົມ​ວິ​ຫານ​ຄົບ​ຮອບ 105 ປີ​ເປັນ​ໂອ​ກາດ​ທີ່​ຍິ່ງ​ໃຫຍ່​ຂອງ​ປີ 2025ຂໍ​ອວຍ​ພອນ​​ໄຊ​ອັນ​ປະ​ເສີດໃຫ້​ການ​ນຳ​ພັກ-ລັດຈົ່ງ​ມີ​ສຸ​ຂະ​ພາບ​ແຂງ​ແຮງ​ມີ​ພະ​ລາ​ນາ​ໄມ​ສົມ​ບູນ​ສືບ​ຕໍ່​ຊີ້​ນຳ-ນຳ​ພາ​ປະ​ເທດ​ຊາດ​ກ້າວ​ຂຶ້ນ​ສູ່​ຄວາມ​ສີ​ວິ​ໄລ, ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ເທື່ອ​ລະ​ກ້າວ, ຂໍ​ອວຍ​ພອນໄຊໃຫ້ປະ​ຊາ​ຊົນ​ລາວ​​ບັນ​ດາ​ເຜົ່າທຸກ​ຖ້ວນ​ໜ້າພ້ອມ​ດ້ວຍ​ນັກ​ທຸ​ລະ​ກິດ​ຈົ່ງ​ມີ​ສຸ​ຂະ​ພາບ​ແຂງ​ແຮງ​​ມີ​ອາ​ຍຸ​ໝັ້ນ​ຍືນ​ພ້ອມ​ກັນ​ສະ​ເຫຼີມ​ສະ​ຫຼອງ​ງານ​ບຸນ​ໃຫຍ່​ຂອງ​ຊາດ​ລາວ​ເຮົາໃຫ້ມີຄວາມເບີກບານມ່ວນຊື່ນ ແລະ ມີຄວາມໝາຍສຳຄັນອັນເລິກເຊິ່ງ​.