ໃນວັນທີ 11 ທັນວານີ້, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງການກາງພັກນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ຢຸຍ ງ໋ອກ ເລຂາທິການສູນກາງພັກຫົວໜ້າຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 10-11 ທັນວາ 2024.
ໂອກາດດັ່ງກ່າວ, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ ສະຫາຍ ຫງວຽນ ຢຸຍ ງ໋ອກ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ການພົວພັນຮ່ວມມື ລະຫວ່າງ ສອງຫ້ອງວ່າການສູນກາງພັກ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ໄດ້ຮັບການພັດທະນາ, ແຕກດອກອອກຜົນ ແລະ ສືບຕໍ່ໃຫ້ການສະໜັບສະໜູນ ຊ່ວຍເຫຼືອຊຶ່ງກັນ ແລະ ກັນ ຕະຫຼອດໄປ. ພ້ອມນີ້, ສະຫາຍ ນາຍົກລັດຖະມົນຕີ ຍັງໄດ້ຝາກຄວາມຢື້ຢາມຖາມຂ່າວ ໄປເຖິງການນຳຂັ້ນສູງພັກ, ລັດ ສສ ຫວຽດນາມ ຕື່ມອີກ.
ສະຫາຍ ຫງວຽນ ຢຸຍ ງ໋ອກ ກໍໄດ້ສະແດງຄວາມຂອບໃຈ ຕໍ່ ສະຫາຍ ສອນໄຊ ສີພັນດອນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ໃນຄັ້ງນີ້, ພ້ອມທັງ ແຈ້ງຈຸດປະສົງ ຂອງການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ໃຫ້ສະຫາຍນາຍົກລັດຖະມົນຕີ ຮັບຊາບ.
ຂ່າວ-ພາບ:ຂປລ