ໂດຍ: ແສງຈັນ
ປີ 2024 ເສດຖະກິດ ນະຄອນຫຼວງວຽງຈັນ ຄາດວ່າຈະຂະຫາຍຕົວສະເລ່ຍໃນລະດັບ 5.85% (ມະຕິສະພາ ໃຫ້ບັນລຸ 5.5%), ປັດໄຈຕົ້ນຕໍທີ່ເຮັດໃຫ້ GDP ຂະຫຍາຍຕົວແມ່ນ ຂະແໜງອຸດສາຫະກໍາຂະຫຍາຍຕົວ 8.02%, ກວມເອົາ 48%, ອັນພົ້ນເດັ່ນ ແມ່ນການຂະຫຍາຍຕົວຂອງ ໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ເພີ່ມຂຶ້ນ 8.5% ລວມຍອດຜະລິດອຸດສາຫະກໍາ ປະຕິບັດໄດ້ 10,085.07 ຕື້ກີບ ແລະ ຍອດມູນຄ່າຜະລິດຫັດຖະກໍາ ໄດ້ 134.36 ຕື້ກີບ.
ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ລາຍງານວຽກທີ່ພົ້ນເດັ່ນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ປີ 2024 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ວ່າ: ໃນປີ 2024 ນີ້,ທົ່ວນະຄອນຫຼວງວຽງຈັນ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ສັງຄົມມີຄວາມສະຫງົບໂດຍພື້ນຖານ, ຊີວິດການເປັນຢູ່ ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນ, ບັນຫາໄພພິບັດນໍ້າຖ້ວມ ຖືກແກ້ໄຂໄດ້ຖ່ວງທັນຊຶ່ງສາມາດສັງລວມໂດຍຫຍໍ້ເປັນແຕ່ລະຂົງເຂດ ທີ່ພົ້ນເດັ່ນ ຄື: ອົງການປົກຄອງ ນວ ໄດ້ສຸມໃສ່ພັດທະນາດ້ານເສດຖະກິດ ຕິດພັນກັບການປະຕິບັດ 5 ແຜນວຽກຈຸດສຸມ ທີ່ກໍານົດໄວ້ໃນ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາເສດຖະກິດ-ການເງິນ, ໃນ 16 ຄາດໝາຍຂອງຂົງເຂດເສດຖະກິດ ຄາດວ່າຈະສາມາດບັນລຸໄດ້ຕາມແຜນ 13 ຄາດໝາຍ, ບໍ່ສາມາດບັນລຸໄດ້2 ຄາດໝາຍ ຄື: ການປູກສາລີີ ຊຶ່ງສາເຫດ: ຂອດການປະສານສົມທົບກັບບໍລິສັດທີ່ຈະມາສົ່ງເສີມປະຊາຊົນປູກຍັງເຮັດບໍ່ທັນໄດ້ດີ ແລະ ມູນຄ່າການສົ່ງອອກສິນຄ້າສາເຫດແມ່ນອີງໃສ່ສະພາບເສດຖະກິດຂອງໂລກມີການທົດຖອຍ,ມີສົງຄາມຮຸກຮານກັນຢູ່ຕ່າງປະເທດ ເຮັດໃຫ້ການສັ່ງຊື້ສິນຄ້າຢູ່ລາວຫຼຸດລົງ,ເງິນກີບອ່ອນຄ່າ,ຂາດແຮງງານເຂົ້າໃນການຜະລິດ,ນັກລົງທຶນຍັງມີການລັງເລໃຈໃນການລົງທຶນແລະ ອີກ1 ຄາດໝາຍ ຄື ໂຕເລກການຈໍລະຈອນສິນຄ້າ ໝົດປີຈຶ່ງຈະສາມາດຄິດໄລ່ໄດ້ຊຶ່ງສັງລວມໂດຍຫຍໍ້ ຄື:
ການຂະຫຍາຍຕົວທາງດ້ານເສດຖະກິດ.ປີ 2024 ເສດຖະກິດ ນະຄອນຫຼວງວຽງຈັນ ຄາດວ່າຈະຂະຫຍາຍຕົວສະເລ່ຍໃນລະດັບ 5.85% (ມະຕິສະພາ ໃຫ້ບັນລຸ 5.5%), ປັດໄຈຕົ້ນຕໍທີ່ເຮັດໃຫ້ GDP ຂະຫຍາຍຕົວແມ່ນ ຂະແໜງອຸດສາຫະກໍາຂະຫຍາຍຕົວ 8.02%, ກວມເອົາ 48%, ອັນພົ້ນເດັ່ນແມ່ນການຂະຫຍາຍຕົວຂອງ ໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ເພີ່ມຂຶ້ນ 8.5% ລວມຍອດຜະລິດອຸດສາຫະກໍາ ປະຕິບັດໄດ້ 10,085.07 ຕື້ກີບ ແລະ ຍອດມູນຄ່າຜະລິດຫັດຖະກໍາ ໄດ້ 134.36 ຕື້ກີບ. ນອກນັ້ນຂະແໜງ ບໍລິການແມ່ນຂະຫຍາຍຕົວເປັນອັນດັບທີ ສອງ 3.95%, ກວມເອົາ 38% ອັນພົ້ນເດັ່ນແມ່ນມາຈາກການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ແລະ ການເປີດປີທ່ອງທ່ຽວລາວຊຶ່ງເຮັດໃຫ້ມີນັກທ່ອງທ່ຽວເຂົ້າມາ ນະຄອນຫຼວງວຽງຈັນ ຫຼາຍກວ່າ 1.53 ລ້ານເທື່ອຄົນ, ປະຕິບັດໄດ້ລື່ນແຜນ 53.8% (ມະຕິສະພາ ໃຫ້ໄດ້ 1 ລ້ານເທື່ອຄົນ) ແລະ ຂະແໜງກະສິກໍາ ກໍສືບຕໍ່ຂະຫຍາຍຕົວດີສົມຄວນ ໃນລະດັບ4.3%, ກວມເອົາ 14%.
ການລົງທຶນລວມທົ່ວສັງຄົມສາມາດປະຕິບັດໄດ້ 31,000 ຕື້ກີບ, ປະຕິບັດໄດ້ລື່ນແຜນ 53.84% (ມະຕິສະພາ ໃຫ້ໄດ້ 20.150 ຕື້ກີບ). ໃນນີ້: ການລົງທຶນຂອງລັດ 407 ໂຄງການ,ລວມເປັນທຶນທັງໝົດ 168.61 ຕື້ກີບ ຫຼື ເທົ່າກັບ 88.31% ຂອງແຜນການປີ; ທຶນຊ່ວຍເຫຼືອທາງການພັດທະນາ ປະຕິບັດໄດ້ 609.78 ຕື້ກີບ ຫຼື ເທົ່າກັບ75.28%(ມະຕິສະພາ ໃຫ້ໄດ້ 810 ຕື້ກີບ) ແລະ ການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ ປະຕິບັດໄດ້30,221.83 ຕື້ກີບ, ປະຕິບັດໄດ້ລື່ນແຜນ 85.9% (ມະຕິສະພາ ໃຫ້ໄດ້ 16.260 ຕື້ກີບ).
ການປະຕິບັດແຜນງົບປະມານ.ໄດ້ສຸມໃສ່ຈັດຕັ້ງປະຕິບັດຫຼາຍມາດຕະການ ເພື່ອເຮັດໃຫ້ການຈັດເກັບລາຍຮັບໃຫ້ໄດ້ຕາມແຜນການທີ່ວາງໄວ້ ເປັນຕົ້ນແມ່ນການຫັນເອົາຫົວໜ່ວຍທຸລະກິດເຂົ້າໃນລະບົບ TaxRISໄດ້ທັງໝົດ 74,020 ຫົວໜ່ວຍ; ໄດ້ຄຸ້ມຄອງ, ຕິດຕາມຊຸກຍູ້ ຫັນຫົວໜ່ວຍທຸລະກິດໃຫ້ນໍາໃຊ້ ລະບົບໂປຣແກຣມບັນຊີໄດ້ 4,428 ຫົວໜ່ວຍ; ໄດ້ຕິດຕັ້ງ ແລະ ນໍາໃຊ້ລະບົບ IPOS ເຂົ້າໃນການຈັດເກັບລາຍຮັບຄ່າບໍລິການ ແລະ ຄ່າທຳນຽມ ຢູ່ກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ນະຄອນຫຼວງວຽງຈັນ, ສາມແຫຼ່ງທ່ອງທ່ຽວ (ພະທາດຫຼວງ, ຫໍພະແກ້ວ ແລະ ວັດສີສະເກດ) ແລະ ປະຕູໄຊ, ນອກນັ້ນ ກໍມີມາດຕະການອື່ນໆອີກ ຊຶ່ງຈາກການກໍານົດມາດຕະການເຫຼົ່ານີ້ ໄດ້ເຮັດໃຫ້ ປີ 2024 ນີ້ ນະຄອນຫຼວງວຽງຈັນ ຄາດຄະເນໝົດປີຈະສາມາດຈັດເກັບລາຍຮັບໄດ້ເຖິງ9,653.32 ຕື້ກີບ ຖືວ່າປະຕິບັດໄດ້ລື່ນແຜນ 28.98% (ມະຕິສະພາ 7,484.30 ຕື້ກີບ).