ໃນຕອນເຊົ້າຂອງວັນທີ 17 ທັນວາ ນີ້ ທີ່ຫ້ອງວ່າການສູນກາງພັກ, ສະຫາຍ ທອງລຸນ ສີສຸລິດປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ສະຫາຍ ບຸຍແທັງເຊີນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ແລະ ຄະນະ, ໃນໂອກາດທີ່ມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 16-18 ທັນວາ 2024 ນີ້.
ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ຜົນສຳເລັດກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີ ຄັ້ງທີ 11 ລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ ຊຶ່ງເປັນການສືບຕໍ່ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ຈະເລີນຮຸ່ງເຮືອງ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ພ້ອມນີ້, ກໍໄດ້ສະແດງຄວາມຊົມເຊີຍຕໍ່ການຮ່ວມມືຂອງບັນດາຂະແໜງການສອງປະເທດໂດຍສະເພາະການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງ ແລະ ເອກະສານຕ່າງໆ ທີ່ໄດ້ຕົກລົງຮ່ວມກັນແລ້ວນັ້ນ ແມ່ນເປັນຮູບປະທຳ, ມີປະສິດທິຜົນສູງ ແລະ ທັນການ, ເຖິງວ່າສະພາບການຂອງໂລກ ມີການຜັນແປຢ່າງໄວວາ ຄາດເດົາໄດ້ຍາກ ແລະ ທ້າທາຍຫຼາຍປານໃດກໍຕາມ ແຕ່ຄວາມສາມັກຄີ, ຮັກແພງລະຫວ່າງ ລາວ-ຫວຽດນາມ ໄດ້ເພີ່ມທະວີຂຶ້ນເລື້ອຍໆ.
ພ້ອມນີ້, ສະຫາຍ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ການຢ້ຽມຢາມພົບປະຂອງຄະນະຜູ້ແທນສອງປະເທດ ແຕ່ສູນກາງຮອດທ້ອງຖິ່ນ ຢ່າງເປັນປົກກະຕິ, ສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດລະຫວ່າງ ສອງກະຊວງການຕ່າງປະເທດ ລາວ-ຫວຽດນາມ, ຮັກສາກົນໄກການຮ່ວມມືທີ່ມີຢູ່ແລ້ວ ໂດຍສະເພາະກອງປະຊຸມປຶກສາຫາລືດ້ານການເມືອງປະຈໍາປີ ເພື່ອຮັດແໜ້ນການພົວພັນຮ່ວມມືລະຫວ່າງສອງກະຊວງການຕ່າງປະເທດໃຫ້ນັບມື້ນັບເຂັ້ມແຂງ ແລະ ມີຜົນສຳເລັດໃຫຍ່ຫຼວງກວ່າເກົ່າ, ການເປັນເສນາທິການໃຫ້ແກ່ການນຳຂັ້ນສູງສອງປະເທດ ແລະ ເອົາໃຈໃສ່ຊຸກຍູ້ບັນດາກະຊວງ-ຂະແໜງການທີ່ກ່ຽວຂ້ອງຂອງສອງຝ່າຍ ໃນການຈັດຕັ້ງປະຕິບັດບັນດາການຕົກລົງຂອງການນຳສອງປະເທດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ໂດຍສະເພາະເສີມຂະຫຍາຍການຮ່ວມມືດ້ານການຄ້າ-ການລົງທຶນ ໃຫ້ຫຼາຍຍິ່ງຂຶ້ນ, ກະກຽມການພົບປະສອງກົມການເມືອງ ທີ່ຈະມີຂຶ້ນອີກຄັ້ງ,ກ່ອນກອງປະຊຸມໃຫຍ່ຂອງແຕ່ລະພັກ ກໍຄື ການພົບປະລະຫວ່າງການນໍາຂັ້ນສູງສາມປະເທດລາວ-ຫວຽດນາມ-ກໍາປູເຈຍ, ການກະກຽມໃຫ້ແກ່ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງ ສະຫາຍນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງສອງລັດຖະບານ ຄັ້ງທີ 47 ໃນຕົ້ນປີ 2025.
ໃນໂອກາດດຽວກັນນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ການນຳຂັ້ນສູງ ພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ, ລໍ້າຄ່າ, ທັນການ ແລະ ມີປະສິດທິຜົນສູງແກ່ ສປປ ລາວ ຕະຫຼອດມາ ບໍ່ວ່າໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ໃນປັດຈຸບັນ. ພິເສດ, ກໍແມ່ນການສະໜັບສະໜູນ ແລະ ຊ່ວຍເຫຼືອຢ່າງຈິງໃຈຕໍ່ການເປັນປະທານໝູນວຽນກອງປະຊຸມອາຊຽນ ແລະ ໄອປາ ຂອງ ສປປ ລາວ ໃນປີ 2024 ນີ້, ອວຍພອນໃຫ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.
ໃນໂອກາດດຽວກັນ, ສະຫາຍ ບຸຍແທັງເຊີນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງນຳເອົາຄຳຢື້ຢາມຖາມຂ່າວອັນອົບອຸ່ນທີ່ເຕັມໄປດ້ວຍນໍ້າໃຈໄມຕີຈິດຮັກແພງຖານສະຫາຍອ້າຍນ້ອງຈາກ ສະຫາຍ ໂຕເລີມເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ; ສະຫາຍ ເລືອງເກື່ອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ກໍຄື ການນຳພັກ, ລັດຖະບານ ແຫ່ງ ສສ ຫວຽດນາມ ມາຍັງຄູ່ຮ່ວມຕຳແໜ່ງຝ່າຍລາວ. ພ້ອມນີ້, ກໍໄດ້ແຈ້ງໃຫ້ຊາບໂດຍຫຍໍ້ກ່ຽວກັບຜົນສຳເລັດຂອງກອງປະຊຸມປຶກສາຫາລືດ້ານການເມືອງ ຂັ້ນລັດຖະມົນຕີ ຄັ້ງທີ 11 ລະຫວ່າງ ຄະນະຜູ້ແທນສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ຊຶ່ງໄດ້ປຶກສາຫາລືກ່ຽວກັບການຮ່ວມມືສອງປະເທດ ໃນໄລຍະຜ່ານມາ ໂດຍສະເພາະການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການນຳຂັ້ນສູງສອງປະເທດ ໃຫ້ມີປະສິດທິຜົນສູງສຸດ; ພ້ອມນັ້ນ, ກອງປະຊຸມກໍໄດ້ແລກປ່ຽນຄຳຄິດເຫັນຕໍ່ບັນຫາສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ; ລັດຖະບານ ຫວຽດນາມ ຍິນດີສືບຕໍ່ໃຫ້ການຮ່ວມມື ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນ ທັງໃນຂອບການຮ່ວມມືສອງຝ່າຍ, ຫຼາຍຝ່າຍ, ໃນເວທີພາກພື້ນ ແລະ ສາກົນ.
(ຂ່າວ: ສຸກສະຫວັນ, ຂໍ້ມູນ-ພາບ: ຕປທ)