![](nimg/126858229020241218_094904.jpg)
ກະຊວງກະສິກຳ ແລະ ປ່າໄມ້ (ກປ) ໄດ້ຈັດງານວາງສະແດງສິນຄ້າກະສິກຳລາວ ປະຈໍາປີ 2024 (Agri Expo Laos 2024) ໃນລະຫວ່າງວັນທີ 16-20 ທັນວາ ນີ້ ທີ່ສູນການຄ້າ ລາວໄອເຕັກ ນະຄອນຫຼວງວຽງຈັນ ຊຶ່ງງານດັ່ງກ່າວຈະເປັນເວທີສໍາຄັນ ໃນການນໍາສະເໜີແລກປ່ຽນນະວັດຕະກໍາ ແລະ ເຕັກໂນໂລຊີໃໝ່ໆ ໃນຂະແໜງການກະສິກໍາ ເພື່ອຍົກລະດັບຄຸນນະພາບຊີວິດຂອງຊາວກະສິກອນລາວ ແນໃສ່ຮັບປະກັນ ການຄໍ້າປະກັນສະບຽງອາຫານ ແລະ ຊຸກຍູ້ ສົ່ງເສີມການຜະລິດເປັນສິນຄ້າ.
ງານວາງສະແດງຄັ້ງນີ້ ໄດ້ມີພິທີເປີດຂຶ້ນຢ່າງເປັນທາງການ ພາຍໃຕ້ການເປັນປະທານ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ; ຊຶ່ງມີທ່ານ ນາງ ນາລີ ສີສຸລິດ ພັນລະຍາຂອງທ່ານປະທານປະເທດ ແລະ ບັນດາການນໍາຈາກກະຊວງ ແລະ ອົງການປົກຄອງທ້ອງຖິ່ນກ່ຽວຂ້ອງ ພ້ອມທັງບັນດາເອກອັກຄະລັດຖະທູດ, ທູຕານຸທູດ, ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ (FAO) ປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງ ກະສິກຳ ແລະ ປ່າໄມ້ (ກປ) ໄດ້ກ່າວວ່າ: ການຈັດງານວາງສະແດງສິນຄ້າກະສິກໍາ ປີ 2024 ນີ້ ແມ່ນເປັນໂອກາດທີ່ສໍາຄັນຢ່າງຍິ່ງ ສໍາລັບການຍົກລະດັບວຽກງານ ການຜະລິດກະສິກໍາໃນປະເທດລາວ ເພາະຈະໄດ້ຮວບຮວມເອົາບັນດາຜູ້ປະກອບການກະສິກໍາ, ຜູ້ໃຫ້ທຶນ, ນັກທຸລະກິດກະສິກໍາ ທັງພາຍໃນ ແລະ ຕ່າງປະເທດ ແລະ ຊາວກະສິກອນຂອງລາວ ເພື່ອເປັນແຮງກະຕຸ້ນສໍາຄັນ ທີ່ຈະນໍາພາການຜະລິດກະສິກໍາຂອງ ສປປ ລາວ ກ້າວໄປສູ່ການກະສິກໍາອຸດສາຫະກໍາ ແລະ ຄວາມຍືນຍົງໃນອະນາຄົດ. ນອກຈາກນີ້, ຍັງຈະເປັນການໂຄສະນາເຜີຍແຜ່ ບັນດາຜົນຜະລິດກະສິກໍາ, ກົນຈັກ, ເຄື່ອງມື ແລະ ນະວັດຕະກໍາ, ເຕັກນິກ-ເຕັກໂນໂລຊີ ດ້ານການຜະລິດກະສິກໍາ ທີ່ທັນສະໄໝ; ສົ່ງເສີມການແບ່ງປັນຄວາມຮູ້ ແລະ ການສ້າງຄວາມອາດສາມາດ ໃນຂົງເຂດການຜະລິດກະສິກໍາ-ປ່າໄມ້; ຍົກສູງຄວາມຮັບຮູ້ ກ່ຽວກັບຄວາມປອດໄພ ແລະ ການຄໍ້າປະກັນດ້ານສະບຽງອາຫານ ແລະ ໂພຊະນາການ ຕິດພັນກັບ ການປັບຕົວເຂົ້າກັບການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ຍົກສູງການພົວພັນ ລະຫວ່າງ ພາກລັດ ແລະ ເອກະຊົນ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານ, ອົງການຈັດຕັ້ງທາງສັງຄົມ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ທ່ານ ລິນຄໍາ ດວງສະຫວັນ ຍັງກ່າວໃຫ້ຮູ້ອີກວ່າ: ອີງຕາມການປະເມີນຂອງກະຊວງແຜນການ ແລະ ການລົງທຶນ ເຫັນວ່າໂຕເລກ 9 ເດືອນຜ່ານມາ, ຂະແໜງ ກປ ມີການຂະຫຍາຍຕົວ ບັນລຸໄດ້ 4.1% ແລະ ປະກອບສ່ວນ ລວມຍອດ ຜະລິດຕະພັນພາຍໃນ (GDP) ໄດ້ 18.9% ລື່ນແຜນການທີ່ສະພາແຫ່ງຊາດຮອງຮັບ (ແຜນການ 2.6% ກວມເອົາ 20.8% ຂອງ GDP); ໃນນີ້, ຄາດຄະເນໝົດປີ ການຜະລິດເຂົ້າເປືອກ ຈະໄດ້ປະມານ 3.6 ລ້ານໂຕນ, ການຜະລິດພືດສະບຽງອາຫານຈະໄດ້ ປະມານ 2.61 ລ້ານໂຕນ, ບັນລຸລື່ນ ແຜນການ 6% (ແຜນການ 2.46 ລ້ານໂຕນ), ການຜະລິດ ຊີ້ນ, ໄຂ່ ແລະ ປາ ປະຕິບັດໄດ້ 526,000 ກວ່າໂຕນ ເທົ່າກັບ 95% ຂອງແຜນປີ (554,000 ໂຕນ) ຊຶ່ງຄາດວ່າໝົດປີ ຈະບັນລຸຕາມແຜນການ; ການປູກພືດເປັນສິນຄ້າ ຄາດຄະເນຜົນຜະລິດໄດ້ 9.7 ລ້ານໂຕນ ເທົ່າກັບ 99% ຂອງແຜນການປີ 9.75 ລ້ານໂຕນ, ການລ້ຽງສັດ ແລະ ສັດນໍ້າ ເປັນສິນຄ້າ ມີຟາມລ້ຽງສັດ ທັງໝົດ 2,387 ຟາມ ມີສັດລ້ຽງ 6 ລ້ານ ກວ່າໂຕ, ການສົ່ງອອກຜະລິດຕະພັນກະສິກໍາ ແລະ ປ່າໄມ້ ໃນໄລຍະ 9 ເດືອນປີ 2024 ປະຕິບັດໄດ້ 1,210 ລ້ານກວ່າໂດລາ ບັນລຸລື່ນແຜນການ (ແຜນການຕາມສະພາຮັບຮອງ 1,200 ລ້ານໂດລາ). ອັນນີ້, ແມ່ນເປັນອັນຢັ້ງຢືນຜົນງານຂອງພວກເຮົາໃນໄລຍະຜ່ານມາ.
ພາຍໃນງານມີຫ້ອງວາງສະແດງ 300 ກວ່າຫ້ອງ ແລະ ມີການຈັດກອງປະຊຸມສໍາມະນາ ແລກປ່ຽນດ້ານນະໂຍບາຍສົ່ງເສີມການລົງທຶນກະສິກໍາ; ພ້ອມນີ້, ກໍມີການຈັດກິດຈະກຳປູກຈິດສຳນຶກກ່ຽວກັບທຸລະກິດກະສິກຳ. ທັງໝົດນັ້ນ,ແມ່ນຈະໄດ້ມີການສົນທະນາໃນຫຼາຍຫົວຂໍ້ທີ່ກ່ຽວຂ້ອງ.
(ຂ່າວ-ພາບ: ສຸກສະຫວັນ)