ອົງການໄອຍະການປະຊາຊົນສູງສຸດ(ອອປສ) ຈັດແຂ່ງຂັນກິລາມິດຕະພາບ ຊີງຂັນທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ ເພື່ອສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 35 ປີ (9ມັງກອນ 1990–9 ມັງກອນ2025) ຊຶ່ງໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້, ໂດຍການເປັນປະທານກ່າວເປີດພິທີ ໂດຍ ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ມີຄະນະພັກ-ຄະນະນຳ, ຫ້ອງການ, ບັນດາກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມ ໄອຍະການ ອົງການໄອຍະການປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນພາກກາງ, ນະຄອນຫຼວງ, ອົງການໄອຍະການທະຫານ, 3 ອົງການຈັດຕັ້ງມະຫາຊົນ, ພ້ອມດ້ວຍ ກະຊວງ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ທ່ານ ໄຊຊະນະ ໂຄດພູທອນ ໄດ້ມີຄຳເຫັນວ່າ: ການແຂ່ງຂັນກິລາມິດຕະພາບ ໃນຄັ້ງນີ້, ເພື່ອສ້າງຂະບວນການສະເຫຼີມສະຫຼອງຮັບຕ້ອນ ວັນສ້າງຕັ້ງອົງການໄອຍະການປະຊາຊົນ ແຫ່ງ ສປປ ລາວ ຄົບຮອບ 35 ປີ ແລະ ກອງປະຊຸມໃຫຍ່ອົງການໄອຍະການປະຊາຊົນທົ່ວປະເທດ ທີ່ຈະມາເຖິງໃນໃກ້ໆນີ້, ທັງເປັນການສ້າງຄວາມສາມັກຄີພາຍໃນ, ຊຸກຍູ້ການເຄື່ອນໄຫວວຽກງານວິຊາສະເພາະໃຫ້ມີຄວາມພົ້ນເດັ່ນ, ທັງເພີ່ມໂອກາດແກ່ພະນັກ ງານ-ລັດຖະກອນ ໄດ້ໃກ້ຊິດຕິດແທດ, ແລກປ່ຽນຄວາມຄິດເຫັນ ຊຶ່ງກັນ ແລະ ກັນຫຼາຍຂຶ້ນ ຊຶ່ງບັນຍາກາດການແຂ່ງຂັນ ສ່ອງແສງເຫັນໄດ້ນໍ້າໃຈນັກກິລາ, ມີຄວາມສາມັກຄີຮັກແພງ, ຊ່ວຍເຫຼຶອຊຶ່ງກັນ ແລະ ກັນ ຢ່າງແທ້ຈິງ.
ການສ້າງຂະບວນການແຂ່ງຂັນເຕະບານ ໃນຄັ້ງນີ້, ມີ 8 ພາກສ່ວນເຂົ້າຮ່ວມ, ມີທັງທີມຊາຍ ແລະ ທີມຍິງ. ຜ່ານການແຂ່ງຂັນ ທີມຊາຍ ທີ 1 ທີມສະພາທະນາຍຄວາມ, ທີ 2ກົມສືບສວນ-ສອບສວນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ. ສ່ວນທີມຍິງ ທີ 1 ທີມ ອົງການໄອຍະການປະຊາຊົນສູງສຸດ ແລະ ທີ 2 ທີມກະຊວງພາຍໃນ.
(ຂ່າວ-ພາບ: ອອປສ)