ທ່ານ ສຸກທະວີ ສີຈະເລີນໄຊ ພະນັກງານໂຄງການຊຸບເປີ ວີ ຄັອບຟີ (Super we coffee) ຂອງອົງການແຄຣນາໆຊາດ ປະຈຳແຂວງເຊກອງ ໄດ້ໃຫ້ຮູ້ວ່າ: ໂຄງການຊຸບເປີວີ ຄັອບຟີ ແມ່ນເປັນໂຄງການສົ່ງເສີມປະຊາຊົນປູກກາເຟປອດສານພິດ ທີ່ເປັນມິດກັບສິ່ງແວດລ້ອມ ຄຽງຄູ່ການພັດທະນາສີຂຽວ. ປັດຈຸບັນກຳລັງໄດ້ຮັບຄວາມສົນໃຈຫຼາຍຈາກປະຊາຊົນ. ໂຄງການດັ່ງກ່າວ, ໄດ້ດຳເນີນມາແຕ່ວັນ 1 ພະຈິກ 2022 ຈົນເຖິງ ວັນທີ 28 ກຸມພາ 2026 ໄດ້ຮັບການສະໜັບສະໜູນທຶນ ຈາກສະຫະພາບເອີຣົບ ໂດຍອົງການແຄຣ໌ ແລະ ຄູ່ຮ່ວມງານພາກລັດ ກໍຄືຂະແໜງການກ່ຽວຂ້ອງເປັນຜູ້ຈັດຕັ້ງປະຕິບັດບັນດາກິດຈະກໍາຕ່າງໆ, ສ້າງກຸ່ມຜູ້ຜະລິດກາເຟ ໂດຍສະເພາະແມ່ຍິງ ໃນຊຸມຊົນເປົ້າໝາຍ ເພື່ອຍົກສູງດ້ານເຕັກນິກການຜະລິດ, ການແປຮູບ, ການປັບປຸງຄຸນະພາບກາເຟ ກ້າວໄປສູ່ສ້າງລາຍຮັບໃຫ້ແກ່ຄອບຄົວ. ໃນນີ້, ໄດ້ເລັ່ງໃສ່ 15 ບ້ານເປົ້າໝາຍ ສ້າງຕັ້ງ 17 ກຸ່ມຜະລິດ ຂອງເມືອງດາກຈຶງ ແຂວງເຊກອງ ແລະ ໄດ້ເຄື່ອນໄຫວຊຸກຍູ້ກິດຈະກຳຫຼັກຂອງໂຄງການຄື: ນໍາໃຊ້ເຕັກນິກການຜະລິດ ແລະ ແປຮູບກາເຟ ຕາມທິດສີຂຽວ ແລະ ຍືນຍົງ, ສ້າງຄວາມສາມາດໃຫ້ແກ່ຊາວສວນໃນການແປຮູບກາເຟໃຫ້ໄດ້ຄຸນນະພາບ ແລະ ສາມາດ ຕິດຕາມກວດກາຄຸນນະພາບ ແລະ ແຫຼ່ງທີ່ມາຂອງກາເຟ; ສ້າງຄວາມເຂັ້ມແຂງໃຫ້ເຄືອຂ່າຍກຸ່ມຜະລິດກາເຟ, ການບໍລິຫານກຸ່ມ ແລະ ການກ້າວເຂົ້າເປັນສາຫະກອນ. ທັງນີ້, ກໍເພື່ອ ສົ່ງເສີມຜະລິດຕະພັນກາເຟ ພູດອຍດາກຈຶງຂະຫຍາຍອອກສູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ ໃຫ້ກ້ວາງຂວາງ.
ທ່ານ ລີວຽງໄຊ ສາຍບຸນນໍາ ປະທານກຸ່ມຜະລິດກາເຟ ບ້ານດາກລາຍ ແລະ ທ່ານ ນາງ ຫລອຍມະນີ ໄຊຍະອິ້ວ ສະມາຊິກກຸ່ມຜະລິດກາເຟບ້ານດາກຢອຍ ເມືອງດາກຈຶງ ແຂວງເຊກອງ ຕ່າງກໍເວົ້າເປັນສຽງດຽວວ່າ: ພາຍຫຼັງຕົນເອງໄດ້ເຂົ້າເປັນສະມາຊິກກຸ່ມຜະລິດກາເຟແລ້ວ ມັນໄດ້ເຮັດໃຫ້ມີຄວາມສະດວກສະບາຍຫຼາຍຢ່າງ ເພາະວ່າທາງໂຄງການ ໄດ້ແນະນໍາເຕັກນິກດ້ານການປູກກາເຟ ປອດສານພິດທີ່ເປັນມິດຕໍ່ສິງແວດລ້ອມໃຫ້ແກ່ຊາວສວນຂອງພວກເຮົາໄດ້ຮຽນຮູ້ຢ່າງເລິກເຊິ່ງ ແລະໂຄງການຍັງສະໜອງອຸປະກອນແປຮູບກາເຟ, ຈັກລ້າງເມືອກ ຊຶ່ງເຮັດໃຫ້ການແປຮູບກາເຟມີຄວາມສະດວກສະບາຍ, ຊ່ວຍປະຢັດທັງພະລັງານ ແລະ ເວລາ, ສະໜອງເຮືອນຮົ່ມຕາກກາເຟດ້ວຍແສງຕາເວັນ ເຮັດກາເຟມີຄຸນນະພາບດີ, ປອດສານພິດ ແລະ ກາເຟຂອງຊາວສວນເມືອງດາກຈຶງ ມີຊື່ສຽງອອກສູ່ວົງກວ້າງຫຼາຍຂຶ້ນ ແລະ ສາມາດຊອກຕະຫຼາດຈໍາໜ່າຍໄດ້ງ່າຍຂຶ້ນ.
(ແຫຼ່ງຂ່າວ: ແຂວງເຊກອງ)