ເນື່ອງໃນໂອກາດກອງປະຊຸມວຽກງານໂຄສະນາ-ອົບຮົມທົ່ວປະເທດປະຈໍາປີ 2024
ໃນຄຳສັ່ງ ເລກທີ 103 ຂອງຄະນະເລຂາທິການສູນກາງພັກ ປີ 1986 ໄດ້ກຳນົດວ່າ: “ຄະນະພັກຂັ້ນຕ່າງໆ ແຕ່ສູນກາງລົງເຖິງທ້ອງຖິ່ນ ຕ້ອງໄດ້ກໍ່ສ້າງປັບປຸງບຳລຸງຍົກລະດັບຜູ້ເຮັດວຽກງານໂຄສະນາ-ປາຖະກະຖາ ໃນຂັ້ນຂອງຕົນ”.
ໃນຄຳສັ່ງເລກທີ 02 ຂອງກົມການເມືອງສູນກາງພັກ ປີ 2003 ໄດ້ກຳນົດວ່າ: “ທົ່ວພັກ, ພະນັກງານ,ສະມາຊິກພັກທຸກຄົນ, ກ່ອນອື່ນໝົດ ແມ່ນບັນດາສະຫາຍກຳມະການສູນກາງພັກ ແລະ ຄະນະກຳມະການຄະນະພັກຂັ້ນຕ່າງໆ ຕ້ອງອີງໃສ່ແນວທາງນະໂຍບາຍຂອງພັກ, ແຜນການ ແລະ ລະບຽບກົດໝາຍຂອງລັດ ເພື່ອໂຄສະນາເຜີຍແຜ່ໂດຍກົງໃຫ້ແກ່ມະຫາຊົນ. ໃນນັ້ນ, ໃຫ້ເອົາໃຈໃສ່ບໍາລຸງຖັນແຖວນັກໂຄສະນາ-ປາຖະກະຖາ ຊຶ່ງແມ່ນກຳລັງທີ່ສຳຄັນໃນວຽກງານໂຄສະນາຢູ່ຂັ້ນຮາກຖານ. ຕ້ອງກໍ່ສ້າງ ແລະ ປັບປຸງຖັນແຖວນັກໂຄສະນາ ແລະ ປາຖະກະຖາ ແຕ່ສູນກາງຮອດຮາກຖານໃຫ້ມີຈຳນວນທີ່ເໝາະສົມ, ມີຄຸນນະພາບນັບມື້ນັບສູງ”.
ອີງຕາມຄຳສັ່ງດັ່ງກ່າວນັ້ນ ການສ້າງຕາໜ່າງໂຄສະນາ-ປາຖະກະຖາ ຕ້ອງໄດ້ເອົາໃຈໃສ່ບາງບັນຫາ ຄື:
1. ຄະນະພັກຂັ້ນຕ່າງໆ ແຕ່ສູນກາງຮອດທ້ອງຖິ່ນ-ຮາກຖານຕ້ອງເປັນຜູ້ເລືອກເຟັ້ນ ແລະ ແຕ່ງຕັ້ງຜູ້ມີຄວາມຮູ້, ຄວາມສາມາດເປັນນັກໂຄສະນາ-ປາຖະກະຖາ ແລະ ຄະນະໂຄສະນາອົບຮົມເປັນຜູ້ຄຸ້ມຄອງ ແລະ ຊີ້ນຳການເຄື່ອນໄຫວດ້ານວຽກງານວິຊາສະເພາະໂດຍກົງ ກ່ຽວກັບຈຳນວນນັກປາຖະກະຖານັ້ນ ແມ່ນອີງໃສ່ຄວາມຮຽກຮ້ອງຕ້ອງການຂອງຄະນະພັກແຕ່ລະຂັ້ນ ແຕ່ຕ້ອງເອົາໃຈໃສ່ດ້ານຄຸນນະພາບເປັນຕົ້ນຕໍ.
2. ຄະນະໂຄສະນາອົບຮົມສູນກາງພັກ ໂດຍມີກົມໂຄສະນາ ເປັນເສນາທິການຊ່ວຍພົວພັນ, ປະສານງານກັບຄະນະພັກ, ກະຊວງ-ອົງການ, ທ້ອງຖິ່ນ ແລະ ຄະນະໂຄສະນາອົບຮົມແຕ່ລະຂັ້ນກ່ຽວກັບວຽກງານດັ່ງກ່າວ.
+ ຄະນະໂຄສະນາອົບຮົມສູນກາງພັກ ເປັນຜູ້ສ້າງເນື້ອໃນໂດຍກົງກ່ຽວກັບເອກະສານໂຄສະນາ-ປາຖະກະຖາວັນປະຫວັດສາດສຳຄັນຕ່າງໆຂອງຊາດ, ຂອງພັກ, ຂອງສາກົນ, ສະພາບການທີ່ພົ້ນເດັ່ນ ແລະ ອື່ນໆ (ສ້າງເປັນປຶ້ມຄູ່ມືໃຫ້ແກ່ນັກປາຖະກະຖາ) ສົ່ງໃຫ້ຄະນະພັກ, ຄະນະໂຄສະນາອົບຮົມແຕ່ລະຂັ້ນ ເພື່ອຈັດຕັ້ງເຜີຍແຜ່ໃນຂອບເຂດທົ່ວປະເທດ; ພ້ອມກັນນັ້ນ ກໍໄດ້ສ້າງປຶ້ມໂຄງການຝຶກອົບຮົມຍົກລະດັບຄວາມຮູ້, ຄວາມສາມາດດ້ານການໂຄສະນາ ສົມທົບກະຊວງ-ອົງການ ແລະ ທ້ອງຖິ່ນຈັດຕັ້ງດໍາເນີນການຝຶກອົບຮົມເປັນໄລຍະ.
3. ຄະນະພັກກະຊວງ-ອົງການ ແລະ ທ້ອງຖິ່ນ ມີໜ້າທີ່ຊີ້ນຳ-ນຳພາວຽກງານໂຄສະນາ-ປາຖະກະຖາໂດຍກົງ. ຄະນະພັກເປັນຜູ້ເລືອກເຟັ້ນ, ເປັນຜູ້ແຕ່ງຕັ້ງ, ເປັນຜູ້ກໍ່ສ້າງບຳລຸງ, ໃຫ້ທິດຊີ້ນຳຢ່າງໃກ້ຊິດ, ກວດກາ, ສະຫຼຸບຖອດຖອນບົດຮຽນກ່ຽວກັບການເຄື່ອນໄຫວແຕ່ລະໄລຍະ ຂອງຖັນແຖວນັກໂຄສະນາ-ປາຖະກະຖາ. ພ້ອມກັນນັ້ນ ຄະນະພັກຍັງມີສິດຕັດສິນໃນການຍ້ອງຍໍສັນລະເສີນຜູ້ມີຜົນງານດີເດັ່ນເປັນຕົວແບບໃນການໂຄສະນາ-ປາຖະກະຖາ ແລະ ປົດໜ້າທີ່ຜູ້ບໍ່ເໝາະສົມ, ບໍ່ໃຫ້ເປັນນັກປາຖະກະຖາຕໍ່ໄປ ໂດຍການເຫັນດີ ແລະ ສະເໜີຈາກຄະນະໂຄສະນາອົບຮົມແຕ່ລະຂັ້ນ.
4. ຄະນະໂຄສະນາອົບຮົມແຕ່ລະຂັ້ນ ຕ້ອງເປັນເສນາທິການທີ່ຫ້າວຫັນ, ເອົາການເອົາງານຊ່ວຍຄະນະພັກຂັ້ນຂອງຕົນໃນການຈັດຕັ້ງ ແລະ ກໍ່ສ້າງກຳລັງນັກໂຄສະນາ-ປາຖະກະຖາ; ການສ້າງ ແລະ ປັບປຸງເນື້ອໃນໂຄສະນາ ເພື່ອສະໜອງຂໍ້ມູນຂ່າວສານໃຫ້ນັກປາຖະກະຖາ; ການຄຸ້ມຄອງ, ຕິດຕາມ, ກວດກາການເຄື່ອນໄຫວຂອງນັກປາຖະກະຖາ; ການວາງແຜນ ແລະ ສະຫຼຸບຖອດຖອນບົດຮຽນແຕ່ລະໄລຍະ ເພື່ອລາຍງານໃຫ້ຄະນະພັກຂັ້ນຂອງຕົນ ແລະ ລາຍງານຕາມສາຍຕັ້ງໃຫ້ທັນເວລາ-ທັນກັບສະພາບການ.
5. ການເຮັດວຽກງານໂຄສະນາ-ປາຖະກະຖາຕ້ອງຕິດພັນກັບນະໂຍບາຍທີ່ເໝາະສົມ ເຊັ່ນ: ໄດ້ຮັບ ການແຕ່ງຕັ້ງເປັນນັກໂຄສະນາ-ປາຖະກະຖາທາງການ,ໄດ້ຮັບການບໍາລຸງກໍ່ສ້າງຍົກລະດັບຄວາມຮູ້,ຄວາມສາມາດດ້ານວິຊາການ,ໄດ້ຮັບຂໍ້ມູນຂ່າວສານທີ່ຈໍາເປັນ,ໄດ້ຮັບນະໂຍບາຍຄ່າແຮງງານໃນການຂຽນບົດ ແລະ ປາຖະກະຖາ, ໄດ້ຮັບຍ້ອງຍໍສັນລະເສີນດ້ວຍຮູບການຕ່າງໆສຳລັບຜູ້ມີຜົນງານດີເດັ່ນ.
(ຂໍ້ມູນຈາກ: ກົມອົບຮົມ ຄອສພ)