ໃນວັນທີ 13 ມັງກອນນີ້ ທີ່ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດພິທີມອບ-ຮັບຈອກເພື່ອປະກອບສ່ວນໃນການສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີຈາກບໍລິສັດລົງທຶນພະລັງງານ ແລະ ບໍ່ແຮ່ລາວ ຈໍາກັດຜູ້ດຽວຈໍານວນ 1,000 ໜ່ວຍ ມູນຄ່າ 80 ລ້ານກີບ ໃຫ້ກຽດກ່າວມອບໂດຍທ່ານ ຫງວຽນແທ້ງຕຸ້ງ ຜູ້ອໍານວຍການບໍລິສັດລົງທຶນພະລັງງານ ແລະ ບໍ່ແຮ່ລາວ, ກ່າວຮັບໂດຍທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ ຮອງປະທານຜູ້ປະຈໍາການ ສນຊ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ທ່ານຮອງປະທານ ສນຊ ໄດ້ສະແດງຄວາມຂອບໃຈຕໍ່ບໍລິສັດລົງທຶນພະລັງງານ ແລະ ບໍ່ແຮ່ລາວທີ່ໄດ້ໃຫ້ການອຸປະຖໍາຊ່ວຍເຫຼືອໃນຄັ້ງນີ້ ຖືເປັນການປະກອບສ່ວນສໍາຄັນເຂົ້າໃນການສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ແລະ ຈະນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ.ໂອກາດນີ້, ທ່ານ ຮອງປະທານ ສນຊ ໄດ້ມອບໃບຍ້ອງຍໍເພື່ອເປັນການສັນລະເສີນຜົນງານ ແລະ ຄຸນງາມຄວາມດີໃຫ້ແກ່ບໍລິສັດຕື່ມອີກ.
ຂ່າວ-ພາບ: ລີ