ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນທ້າຍອາທິດຜ່ານມາວ່າ: ທະນາຄານ United Overseas Bank (UOB, Singapore), ໄດ້ຍົກການຄາດຄະເນການເຕີບໂຕ GDP ຂອງ ຫວຽດນາມ ໃນປີ 2025 ຂຶ້ນເປັນ 7%, ແທນທີ່ລະດັບ 6.6% ໃນກ່ອນໜ້ານັ້ນ.
ຂ່າວລະບຸວ່າ: ດ້ວຍໝາກຜົນການເຕີບໂຕຢ່າງຕັ້ງໜ້າໃນປີ 2024 ແລະ ຄິດໄລ່ເຖິງບັນດາຄວາມສ່ຽງ ແລະ ຄວາມບໍ່ສະດວກຈາກການຂັດແຍ່ງດ້ານການຄ້າຕໍ່ໄປຈາກອຳນາດການປົກຄອງໃໝ່ຂອງ ອາເມຣິກາ, ທະນາຄານ United Overseas Bank (UOB, Singapore), ໄດ້ຍົກການຄາດຄະເນການເຕີບໂຕ GDP ຂອງ ຫວຽດນາມ ໃນປີ 2025 ຂຶ້ນເປັນ 7%, ແທນທີ່ລະດັບ 6,6% ໃນກ່ອນໜ້ານັ້ນ. ນີ້ແມ່ນເນື້ອໃນທີ່ໜ້າສົນໃຈໃນບົດລາຍງານແງ່ຫວັງເສດຖະກິດ ຫວຽດນາມ 2025 ຂອງ UOB ທີ່ປະກາດໃນວັນທີ 9 ມັງກອນ ຜ່ານມາ.
ບັນດານັກຊ່ຽວຊານ UOB ກ່າວວ່າ:ຫວຽດນາມ ໄດ້ສິ້ນສຸດປີ 2024 ໂດຍບັນລຸຜົນສຳເລັດທີ່ສຸດ ດ້ວຍລະດັບການເຕີບໂຕ GDP ໃນຕົວຈິງແມ່ນ 7,55% ໃນໄຕມາດທີ 4 ປີ 2024. ໂຕເລກນີ້ສູງກວ່າຫຼາຍເທົ່າເມື່ອທຽບໃສ່ການຄາດຄະເນສະເລ່ຍຂອງຕະຫຼາດແມ່ນ 6,7% ແລະ ການຄາດຄະເນຂອງ UOB ແມ່ນ 5,2%. ຂົງເຂດການຜະລິດ ແລະ ການບໍລິການສືບຕໍ່ແມ່ນກຳລັງໜູນເຕີບໂຕຕົ້ນຕໍ, ໃນຂະນະທີ່ການເຄື່ອນໄຫວດ້ານການຄ້າຕ່າງປະເທດຍັງຮັກສາລະດັບເຕີບໂຕຢ່າງແຮງໃນຕະຫຼອດປີ 2024. ໂດຍອີງໃສ່ວິທີສຳຜັດສຸມໃສ່ກົດລະບຽບການເງິນ ແລະ ວິທີລົງທຶນສາທາລະນະທີ່ໄດ້ປ່ອຍແຫຼ່ງທຶນມາຮອດປັດຈຸບັນ, ບັນດານັກຊ່ຽວຊານຂອງ UOB ໃຫ້ຂໍ້ສັງເກດວ່າ, ເປົ້າໝາຍ 8% ເບິ່ງຄືວ່າແມ່ນຄວາມຫວັງທີ່ສູງ, ແຕ່ຍັງມີໂອກາດເພື່ອບັນລຸໄດ້.