ໂດຍ: ພູວັນ
ພາຍໃຕ້ການຊີ້ນຳ-ນຳພາຂອງທ່ານ ຄຳຜອຍ ວັນນະສານ ກຳມະການສູນກາງພັກເລຂາພັກແຂວງ-ເຈົ້າແຂວງຜົ້ງສາລີ ແລະ ທ່ານຮອງເຈົ້າແຂວງຊີ້ນຳແຕ່ລະຂົງເຂດວຽກງານເປັນຜູ້ຕິດຕາມຊຸກຍູ້ຊ່ວຍໃນການຈັດຕັ້ງປະຕິບັດຕົວຈິງໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5ປີ ຄັ້ງທີIXຂອງແຂວງ, ໃນນີ້ມີຫຼາຍຄາດໝາຍໄດ້ບັນລຸແລະມີຄວາມຄືບໜ້າໃນຫຼາຍດ້ານໂດຍສະເພາະໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມຂະແໜງການຕ່າງເພື່ອເຮັດໃຫ້ເສດຖະກິດ-ສັງຄົມຂອງແຂວງເຕີບໃຫຍ່ເຂັ້ມແຂງ ປະຊາຊົນບັນດາເຜົ່າມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ.
ພົ້ນເດັ່ນໃນປີ 2024 ການນຳແຂວງໄດ້ເອົາໃຈໃສ່ຫຼາຍຂະແໜງການ ເປັນຕົ້ນຂະແໜງກະສິກຳ-ປ່າໄມ້:ໄດ້ສຸມໃສ່ສົ່ງເສີມການຜະລິດສະບຽງອາຫານ,​ ທັນຍາຫານ ແລະ ການຜະລິດເປັນສິນຄ້າສະໜອງຄວາມຕ້ອງການພາຍໃນທົດແທນການນຳເຂົ້າ ແລະ ເປັນສິນຄ້າສົ່ງອອກ ໂດຍມີສ່ວນຮ່ວມຂອງພາກທຸລະກິດ ແລະ ທະນາຄານ ສາມາດສ້າງມູນຄ່າເພີ່ມລາຄາໃນປີ 3,339.62 ຕື້ກີບ, ສຸມໃສ່ຜະລິດເຂົ້າບັນລຸ 56 ພັນໂຕນ, ຜະລິດຊາໄດ້6.72 ພັນໂຕນ, ອ້ອຍໄດ້418.52 ພັນໂຕນ, ຢາງພາລາໄດ້ 31.15 ພັນໂຕນ, ສ່ວນການຜະລິດພຶດກະສິກໍາອື່ນໆ ເປັນຕົ້ນໝາກເດືອຍໄດ້ 14.2 ພັນໂຕນ ແລະ ໝາກກ້ວຍໄດ້ 25.57 ພັນໂຕນ; ທົ່ວແຂວງມີ: ຄວາຍ 42 ພັນກວ່າໂຕ, ງົວ 44 ພັນກວ່າໂຕ, ແບ້ 23 ພັນກວ່າໂຕ, ໝູ 123 ພັນກວ່າໂຕ ແລະ ສັດປີກ 2 ລ້ານກວ່າໂຕ; ຂະແໜງການປະມົງຜະລິດປາໄດ້ທັງໝົດ 2 ພັນກວ່າໂຕນ, ໃນນັ້ນ: ປາລ້ຽງ 1 ພັນກວ່າໂຕນ ແລະ ປາທໍາມະຊາດ 0.69 ພັນໂຕນ ແລະ ຂະແໜງປ່າໄມ້ສາມາດຂຸດຄົ້ນເຄື່ອງປ່າຂອງດົງໄດ້ 2.64 ພັນໂຕນ.
ສຳລັບຂະແໜງອຸດສາຫະກຳ-ຫັດຖະກຳສາມາດສ້າງມູນຄ່າເພີ່ມລາຄາໃນປີໄດ້1,344.41 ຕື້ກີບ; ໃນນີ້: ອຸດສາຫະກໍາປຸງແຕ່ງ ສາມາດສ້າງມູນຄ່າເພີ່ມຕາມລາຄາໃນປີໄດ້ 962.83 ຕື້ກີບ ພົ້ນເດັ່ນແມ່ນການຜະລິດຊີ້ນເພື່ອສະໜອງຄວາມຕ້ອງການພາຍໃນ ສາມາດຜະລິດໄດ້ 7.89 ພັນໂຕນ, ເຂົ້າສານ 32.66 ພັນໂຕນ, ຊາສໍາເລັດຮູບ 2.74 ພັນໂຕນ, ເຫຼົ້າຂາວ 586 ພັນລິດ, ດິນຈີ່ 26ລ້ານກ້ອນ ແລະ ດິນບັອກ 5 ລ້ານກ້ອນ; ຜະລິດກະແສໄຟຟ້າໄດ້ທັງໝົດ 1,824 ລ້ານkwh; ໃນນີ້: ການຊົມໃຊ້ພາຍໃນແຂວງມີທ່າອ່ຽງເພີ່ມຂຶ້ນ ປະຕິບັດໄດ້ 55.55 ລ້ານkwh, ດ້ານແຮ່ທາດ ແລະ ການຂຸດຄົ້ນ ສ້າງມູນຄ່າເພີ່ມຕາມລາຄາໃນປີໄດ້ 30.02 ຕື້ກີບ, ການກໍ່ສ້າງສາມາດສ້າງມູນຄ່າເພີ່ມຕາມລາຄາໃນປີໄດ້ 321.06 ຕື້ກີບ.
ເວົ້າສະເພາະຂະແໜງການບໍລິການສາມາດສ້າງມູນຄ່າເພີ່ມຕາມລາຄາໃນປີໄດ້ 1,834.51 ຕື້ກີບ; ໃນນີ້: ການຄ້າຂາຍຍົກ-ຂາຍຍ່ອຍ ສາມາດສ້າງມູນຄ່າເພີ່ມຕາມລາຄາໃນປີໄດ້ 61.22 ຕື້ກີບ, ບໍລິການທີ່ພັກອາໄສ ແລະ ອາຫານ ໂດຍມີນັກທ່ອງທ່ຽວເຂົ້າມາທ່ຽວຜົ້ງສາລີທັງໝົດ 156,538 ເທື່ອຄົນ (ນັກທ່ອງທ່ຽວພາຍໃນ 70,923 ເທື່ອຄົນ ແລະ ນັກທ່ອງທ່ຽວຕ່າງປະເທດ 85,615 ເທື່ອຄົນ) ສ້າງລາຍຮັບໄດ້ 17.18 ລ້ານໂດລາ ຄິດເປັນມູນຄ່າເພີ່ມຕາມລາຄາໃນປີ 370.66 ຕື້ກີບ, ການຂົນສົ່ງສາມາດຂົນສົ່ງໂດຍສານໄດ້ປະມານ 1 ແສນເທື່ອຄົນ ແລະ ຂົນສົ່ງສິນຄ້າປະມານ 5 ແສນໂຕນ ສ້າງມູນຄ່າເພີ່ມຕາມລາຄາໃນປີໄດ້429 ຕື້ກີບ, ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານສ້າງມູນຄ່າເພີ່ມຕາມລາຄາໃນປີໄດ້ 21 ຕື້ກີບ, ການບໍລິການດ້ານການເງິນໄດ້ 49.97ຕື້ກີບ ແລະ ລັດບໍລິຫານໄດ້ 398.57 ຕື້ກີບ;ພາສີ, ອາກອນຜະລິດຕະພັນ ແລະ ຂາເຂົ້າສຸດທິປະຕິບັດໄດ້ 135.43 ຕື້ກີບ. ນອກຈາກນັ້ນຍັງມີຂະແໜງການອື່ນໆ ທີ່ອຳນາດການປົກຄອງແຂວງຜົ້ງສາລີໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຊຸກຍູ້ສົ່ງເສີມໃຫ້ມີຄວາມເຂັ້ມແຂງຍືນຍົງໃນອະນາຄົດ.