ສູນສຸຂະພາບແມ່ ແລະ ເດັກ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມສະຫຼຸບການປະຕິບັດວຽກງານໃຫ້ວັກຊິນກັນພະຍາດປະຈໍາປີ 2024 ແລະ ວາງແຜນການປີ 2025 ຂຶ້ນໃນລະຫວ່າງວັນທີ14-16 ມັງກອນນີ້ທີ່ເມືອງວັງວຽງແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ, ມີຜູ້ຕາງໜ້າອົງການອະນາໄມໂລກ ປະຈຳລາວ, ຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳ ລາວ, ມີຫົວໜ້າກົມ-ຮອງກົມ, ຄະນະພະແນກສາທາລະນະສຸກແຂວງ 18 ແຂວງ, ຜູ້ຕາງໜ້າຈາກຄູ່ຮ່ວມພັດທະນາ, ພະນັກງານວິຊາການອ້ອມຂ້າງກະຊວງສາທາລະນະສຸກ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ບຸນແຝງ ພູມມະໄລສິດ ກ່າວວ່າ: ກອງປະຊຸມໃນຄັ້ງນີ້, ມີຄວາມໝາຍ-ຄວາມສໍາຄັນ ຕໍ່ວຽກງານການໃຫ້ວັກຊິນ ກັນພະຍາດໃນຂອບເຂດທົ່ວປະເທດ,ກອງປະຊຸມໄດ້ມີການຕີລາຄາຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມ ແລະ ຮັກສາສຸຂະພາບແມ່ ແລະ ເດັກໂດຍສະເພາະແມ່ນວຽກງານໃຫ້ວັກຊິນກັນພະຍາດຮອບປົກກະຕິ, ການເຄື່ອນໄຫວຂະບວນການວັນສັກຢາກັນພະຍາດແຫ່ງຊາດ(ວສຊ)ໝາກແດງໃຫຍ່-ໝາກແດງນ້ອຍ ແລະ ຂະບວນການໃຫ້ວັກຊິນກັນມະເຮັງປາກມົດລູກທີ່ໄດ້ຈັດຕັ້ງປະຕິບັດໃນປີ 2024.
ທ່ານ ບຸນແຝງ ພູມມະໄລສິດກ່າວຕື່ມວ່າ: ລັດຖະບານສປປລາວຍາມໃດກໍຖືເອົາວຽກງານປ້ອງກັນ ແລະ ສົ່ງເສີມສຸຂະພາບໃຫ້ແກ່ແມ່ຍິງ ແລະ ເດັກນ້ອຍ ເປັນບຸລິມະສິດຂອງຂະແໜງການສາທາລະນະສຸກ. ດັ່ງນັ້ນ, ການໃຫ້ວັກຊິນກັນພະຍາດປົກຄຸມຢ່າງກ້ວາງຂວາງ ແລະ ທົ່ວເຖິງແມ່ນປັດໄຈສຳຄັນທີ່ສ້າງພູມຄຸ້ມກັນຂອງຮ່າງກາຍໃຫ້ປະຊາຊົນບັນດາເຜົ່າມີສຸຂະພາບແຂງແຮງຫຼຸດຜ່ອນອັດຕາການເຈັບເປັນ ແລະ ການເສຍຊີວິດຍ້ອນພະຍາດທີ່ສາມາດປ້ອງກັນໄດ້ດ້ວຍວັກຊິນ. ໄລຍະ10ປີຜ່ານມາວຽກງານການໃຫ້ວັກຊິນມີຜົນສໍາເລັດຫຼາຍດ້ານທີ່ບັນລຸຄາດໝາຍຕາມແຜນການຊຶ່ງສະແດງໃຫ້ເຫັນໃນການເພີ່ມຂຶ້ນຂອງອັດຕາການໃຫ້ວັກຊິນກັນພະຍາດ Penta3 ປີ 2010 ທີ່ບັນລຸໄດ້ພຽງແຕ່ 74%. ມາຮອດປີ 2024ສາມາດບັນລຸໄດ້85% ໃນຂອບເຂດທົ່ວປະເທດ(ເພີ່ມຂຶ້ນ11%) ແລະ ຜົນສໍາເລັດໃນຂະບວນການ ວສຊ ໝາກແດງໃຫຍ່-ໝາກແດງນ້ອຍແມ່ນກວມ95.2% ແລະ ຂະບວນການສັກວັກຊິນກັນມະເຮັງປາກມົດລູກທົ່ວປະເທດໃນກຸ່ມເດັກຍິງອາຍຸ 10ປີ ສາມາດບັນລຸໄດ້ 102.89% ຖ້າທຽບໃສ່ປີຜ່ານມາແມ່ນເພີ່ມຂຶ້ນ.ຄຽງຄູ່ກັບຜົນງານພົ້ນເດັ່ນທີ່ຍາດມາໄດ້ນັ້ນກໍຍັງມີບາງຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ. ພ້ອມດຽວກັນ, ໃນຊຸມປີຜ່ານມາຍັງມີສະພາບການລະບາດຂອງພະຍາດທີ່ສາມາດປ້ອງກັນໄດ້ດ້ວຍວັກຊິນເປັນຕົ້ນພະຍາດຄໍຕີບ,ໄອໄກ່ ແລະ ໝາກແດງ ທີ່ເກີດຢູ່ໃນບາງແຂວງ ບາງເມືອງຂອງສປປລາວ.
ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງລາຍງານຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານໃຫ້ວັກຊິນປີ 2024 ລວມທັງສິ່ງທ້າທາຍ ແລະ ບົດຮຽນທີ່ຖອດຖອນໄດ້ໃນແຕ່ລະດ້ານ ແລະໄດ້ຄົ້ນຄິດ, ພິຈາລະນາ,ປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາຕໍ່ທຸກເນື້ອໃນ, ທຸກບັນຫາທີ່ໄດ້ຍົກຂຶ້ນ ເພື່ອນໍາໄປແກ້ໄຂ, ເປັນບ່ອນອີງໃນການສ້າງແຜນການແຜນງານໃນຊຸມປີຕໍ່ໜ້າລວມທັງຈັດລຽງແຜນກິດຈະກໍາທີ່ເປັນບຸລິມະສິດຄວນຈະໄດ້ຖືກພິຈາລະນາເຂົ້າໃນແຜນຈັດຕັ້ງປະຕິບັດແຕ່ຕົ້ນປີ ແລະ ແຜນກິດຈະກໍາດັ່ງກ່າວຈະໄດ້ຖືກຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບສະພາບຄວາມເປັນຈິງໃນແຕ່ລະແຂວງຂອງຕົນ.
(ຂ່າວ: ວັນເພັງ, ຂໍ້ມູນ-ພາບ: ກະຊວງສາທາລະນະສຸກ)