ໃນວັນທີ 15 ມັງກອນຜ່ານມານີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ໄດ້ຢ້ຽມຢາມໂຮງສີເຂົ້າທັນສະໄໝ ບ້ານນາຂາມນົນ ເມືອງສອງຄອນ ແຂວງສະຫວັນນະເຂດ, ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງສະຫວັນນະເຂດ, ພ້ອມດ້ວຍຄະນະ.
ໂຮງສີເຂົ້າທັນສະໄໜແຫ່ງນີ້, ແມ່ນໜຶ່ງໃນບັນດາກິດຈະກຳທີ່ຖືກຈັດຕັ້ງປະຕິບັດພາຍໃນຂອບເຂດເມືອງຈຳພອນ ແລະ ເມືອງສອງຄອນ ພາຍໃຕ້ໂຄງການຊົນລະກະເສດ ແລະ ຊົນນະບົດຮອບດ້ານຂອງແຂວງສະຫວັນນະເຂດ, ໂຮງສີເຂົ້າທັນສະໄໝແຫ່ງນີ້ ມີມູນຄ່າການກໍ່ສ້າງທັງໝົດ 8 ລ້ານໂດລາສະຫະລັດ, ມີກຳລັງການຜະລິດ (ສີເຂົ້າ) 5 ໂຕນ/ຊົ່ວໂມງ, ຊຶ່ງໄດ້ເປີດທົດລອງນໍາໃຊ້ແລ້ວ, ພ້ອມນັ້ນ ຍັງມີເຄື່ອງອົບເຂົ້າຈຳນວນ 4 ເຄື່ອງ, ສາມາດອົບເຂົ້າໄດ້ 120 ໂຕນຕໍ່ວັນ.
ໂຄງການຊົນລະກະເສດ ແລະ ຊົນນະບົດຮອບດ້ານໄດ້ຮັບທຶນກູ້ຢືມຈາກປະເທດ ສ.ເກົາຫຼີ ຈຳນວນ 46 ລ້ານໂດລາສະຫະລັດ, ຊຶ່ງໄດ້ຖືກນຳໃຊ້ເຂົ້າໃນກິດຈະກຳຂອງໂຄງການມີດັ່ງນີ້: ໂຄງການກໍ່ສ້າງລະບົບຊົນລະປະທານມູນຄ່າ 15.7 ລ້ານ ໂດລາສະຫະລັດ, ສ້ອມແປງປະຕູນໍ້າອ່າງສູຍມູນຄ່າ 32ພັນ ໂດລາສະຫະລັດ, ປັບເນື້ອທີ່ນາໄຮ່ໃຫຍ່ ມູນຄ່າ 1.88 ລ້ານໂດລາສະຫະລັດ, ກໍ່ສ້າງເສັ້ນທາງຊົນນະບົດມູນຄ່າ 3 ແສນ ໂດລາສະຫະລັດ, ກໍ່ສ້າງສູນບໍລິການເຕັກນິກມູນຄ່າ 1 ລ້ານໂດລາສະຫະລັດ,ຈັດຊື້ກົນຈັກມູນຄ່າ 5 ແສນໂດລາສະຫະລັດ, ຄ່າບໍລິການທີ່ປຶກສາ 8,8 ລ້ານໂດລາສະຫະລັດ ແລະ ເງິນແຮ 4,7 ລ້ານໂດລາສະຫະລັດ.
ໃນໂອກາດນີ້, ທ່ານ ປະທານປະເທດ ໄດ້ເຂົ້າໄປເບິ່ງສະພາບຕົວຈິງພາຍໃນໂຮງສີເຂົ້າ ແລະ ຮັບຟັງການອະທິບາຍລະບົບກ່ຽວກັບລະບົບ ແລະ ຂັ້ນຕອນການຜະລິດດຕ່າງໆພາຍໃນໂຮງສີແຫ່ງຕື່ມອີກ.
(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)