ກອງປະຊຸມໃຫຍ່ ອົງຄະນະພັກເມືອງໄຊບູລີ ຄັ້ງທີ VIII ໄດ້ໄຂຂຶ້ນເປັນທາງການໃນຕອນເຊົ້າວັນທີ16 ມັງກອນນີ້, ທີ່ສະໂມສອນຂອງເມືອງດັ່ງກ່າວ ແຂວງສະຫວັນນະເຂດ ໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງສະຫວັນນະເຂດ ແລະ ການເປັນປະທານຂອງສະຫາຍ ອ່ອນລຳພັນ ບົວສີແກ້ວ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໄຊບູລີ, ມີບັນດາແຂກທີ່ຖືກເຊີນຈາກພະແນກການ, ອົງການທຽບເທົ່າຂັ້ນແຂວງ, ເມືອງອ້ອມຂ້າງເຂົ້າຮ່ວມ.
ສະຫາຍ ອ່ອນລຳພັນ ບົວສີແກ້ວ ໄດ້ກ່າວໄຂກອງປະຊຸມວ່າ: ກອງປະຊຸມໃຫຍ່ອົງຄະນະພັກເມືອງຄັ້ງນີ້, ຈະໄດ້ໄດ້ຮັບຟັງບົດລາຍງານການເມືອງພາກ I, II ແລະ ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າ; ຮັບຟັງການປະກອບຄໍາຄິດຄໍາເຫັນຂອງບັນດາຜູ້ຕາງໜ້າແຕ່ລະຂົງເຂດວຽກງານ ແລະບັນດາເມືອງອ້ອມຂ້າງ, ລວມທັງບັນດາຂະແໜງການອ້ອມຂ້າງ ແລະ ຮາກຖານການຜະລິດຈໍານວນໜຶ່ງ ຊຶ່ງທັງໝົດນັ້ນ ມັນເປັນການສ່ອງແສງໃຫ້ເຫັນຄວາມສາມັກຄີເປັນເອກະພາບ, ທັງເປັນການຢືນຢັນເຖິງ ໝາກຜົນດ້ານຕ່າງໆ ໃນການຈັດຕັ້ງນໍາພາຂອງອົງຄະນະພັກເມືອງຊຸດທີ VII. ຈາກນັ້ນ, ບັນດາສະຫາຍຜູ້ແທນສົມບູນຍັງຈະໄດ້ໃຊ້ສິດປະຊາທິປະໄຕລົງຄະແນນສຽງປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ເພື່ອນໍາພາ-ຊີ້ນຳວຽກງານໃນຕໍ່ໜ້າ ແລະ ຈະໄດ້ດຳເນີນການປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະ ສຳຮອງ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ສະໄໝທີ X ຂອງອົງຄະນະພັກແຂວງທີ່ຈະໄດ້ໄຂຂຶ້ນໃນມໍ່ໆນີ້. ຈາກນັ້ນ, ສະຫາຍ ຄາລາໂຊ ຫຼຸຍບົວທອງ ຮອງເລຂາຄະນະບໍລິຫານງານພັກເມືອງໄດ້ຜ່ານຮ່າງບົດລາຍງານການເມືອງຕໍ່ກອງປະຊຸມເພື່ອຕີລາຄາຄືນການນຳພາ-ຊີ້ນຳຂອງອົງຄະນະພັກເມືອງນັບແຕ່ປີ 2019-2024 ຊຶ່ງມີບາງຕອນສຳຄັນວ່າ: ດ້ານທ່າແຮງບົ່ມຊ້ອນຂອງເມືອງໃນການຜະລິດເປັນສິນຄ້າຂອງປະຊາຊົນໄດ້ຮັບການພັດທະນາຢ່າງກວ້າງຂວາງ ຜົນງານທີ່ພົ້ນເດັ່ນໃນ 5 ປີຜ່ານມາ, ເສດຖະກິດຂອງເມືອງໄດ້ຂະຫຍາຍຕົວສະເລ່ຍ ໃນລະດັບ 8.17% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ (GDP) ໄດ້ 1,130 ຕື້ກວ່າກີບ, ສະເລ່ຍໃສ່ຫົວຄົນໄດ້ 16 ລ້ານກວ່າກີບຕໍ່ຄົນຕໍ່ປີ, ລື່ນປີ 2019 ຈໍານວນ 4,433,467 ກີບ.
ຄະນະພັກແຕ່ລະຂັ້ນໄດ້ສຸມໃສ່ຊຸກຍູ້ການນໍາພາ-ຊີ້ນໍາໃນການຂະຫຍາຍເນື້ອທີ່ນາປີ ແລະ ນາແຊງຕິດພັນກັບການຍົກສະມັດຕະພາບຂອງການຜະລິດໃຫ້ສູງຂຶ້ນໂດຍຖືເອົາຄອບຄົວເປັນຕົ້ນຕໍໃນການຜະລິດ, ຊຶ່ງປູກເຂົ້ານາປີໄດ້ 14,880 ເຮັກຕາ, ທຽບໃສ່ແຜນປະຕິບັດໄດ້ 94.62% (ສາເຫດຍ້ອນເປັນນາບຶງທີ່ສ່ຽງນ້ຳຖ້ວມຂັງ), ສະມັດຕະພາບໄດ້ 3,4 ໂຕນ/ເຮັກຕາ, ນາແຊງໄດ້ 7,824 ເຮັກຕາ, ເທົ່າກັບແຜນ 92.04%, ສະມັດຕະພາບໄດ້ 4.9 ໂຕນ/ເຮັກຕາ. ໂຄງປະກອບເສດຖະກິດໄດ້ຫັນປ່ຽນຢ່າງຕັ້ງໜ້າ ໄປຕາມທິດພັດທະນາການຜະລິດກະສິກໍາເປັນສິນຄ້າຕິດພັນກັບອຸດສາຫະກໍາປຸງແຕ່ງ ແລະ ການບໍລິການ;ການຫັນເປັນກະສິກໍາທັນສະໄໝໃນຂະແໜ່ງການທີ່ເມືອງຂອງພວກເຮົາໄດ້ປຽບ ເປັນຕົ້ນການນໍາໃຊ້ກົນຈັກທີ່ທັນສະໄໝໃນຂົງເຂດວຽກງານກະສິກໍາແມ່ນມີການນໍາໃຊ້ຢ່າງກວ້າງຂວາງ. ນອກຈາກນັ້ນ, ພວກເຮົາຍັງໄດ້ຢຶດໝັ້ນການພັດທະນາເສດຖະກິດເປັນໃຈກາງຕິດພັນກັບການພັດທະນາສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມໄປຕາມທິດພັດທະນາແບບຍືນຍົງ, ພ້ອມກັນນັ້ນໄດ້ຊຸກຍູ້ຂົງເຂດບໍລິການ, ເກັບລາຍຮັບເຂົ້າງົບປະມານ ສາມາດບັນລຸໄດ້ 24,299,236,417 ກີບ, ເທົ່າກັບ 136,58%, ເພີ່ມຂຶ້ນ 0,08%; ສ່ວນວຽກງານດ້ານອື່ນໆ ກໍໄດ້ຮັບການຈັດຕັ້ງປະຕິບັດຕາມແຜນການທີ່ວາງໄວ້.
(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)